Breaking News

ເປີດຕົວລົດ New Mazda CX-3 &MX-5 RF

ແບ່ງປັນ

ເປີດຕົວລົດ New Mazda CX-3 &MX-5 RF

ໃນຕອນແລງຂອງວັນທີ 12 ທັນວາ 2016 ໄດ້ມີພິທີເປີດຕົວລົດ New Mazda CX-3 & Mazda MX-5 RF ໄດ້ຈັດຂຶ້ນຢູ່ທີ່ຫ້ອງຂາຍ ມາສະດາ ລາວ ບ້ານໂພສີ (ຫຼັກ7) ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ທິບພະເນດ ແກ້ວມະນີວົງ ຜູ້ຈັດການທົ່ວໄປຂອງບໍລິສັດ ແກ້ວໂອໂຕກຣຸບ.

All-New MAZDA CX-3 ພາຍໃຕ້ສະໂລແກນ “ສູ່ອິດສະຫຼະໃໝ່ ປຽ່ນຊີວິດໃຫ້ແຕກຕ່າງ” ໃນລົດຄັນນີ້ທ່ານຈະລືມທຸກຄວາມຮູ້ສຶກແບບເກົ່າທີ່ຜ່ານມາ ມຸ່ງໜ້າເຂົ້າສູ່ອີກຂັ້ນຂອງຄວາມຫລູຫລາລະດັບPremiumກັບມິຕິໃໝ່ຂອງ Freestyle Crossoverທີ່ສະກົດທຸກສາຍຕາ ທຸກອົງສາ.

All-New MAZDA MX-5 RFໂດຍສືບຕໍ່ຄວາມໂດ່ງດັງອັນຂຶ້ນຊື່ ແລະ Iconic ຂອງລົດສາຍພັນສະປອດ ສຸດຍອດແຫ່ງນະວັດຕະກຳການຂັບຂີ່ທີ່ດີເລີດ ເປັນລົດສະປອດ 2 ບ່ອນນັ່ງ, ມີຄວາມໂດດເດັ່ນ, ຫລູຫລາ ແລະ ເປັນເອກະລັກກັບການອອກແບບ KODO Design ມ່ວນຊື່ນໃນການຂັບຂີ່ດ້ວຍ SkyActiv Technology ແລະ ຊ່ວງລ່າງເກາະຖະໜົນໄດ້ດີ ໃຫ້ຄວາມໝັ້ນໃຈຂອງຄວາມເປັນ JINBA ITTAI.

ລົດ MAZDA ເປັນ Brand ທີ່ປະຢັດນ້ຳມັນ ອັນດັບ 1 ໃນອາເມລິກາ ລຽນກັນ 4 ປີຕິດຕໍ່ກັນ (ຄື 2013, 2014, 2015 ແລະ 2016). ນີ້ຄືຜົນຈາກການລາຍງານຂອງສຳນັກງານປົກປ້ອງສິ່ງແວດລ້ອມປະເທດອາເມລິກາ ຫຼື EPA ໃນວັນທີ 2 ພະຈິກ 2016 ຍອ້ນການນຳໃຊ້ເຕັກໂນໂລຊີ ສະກາຍແອັກທີບເຂົ້າໃນລົດ.

ສຳລັບສາວໆທ່ານໃດທີ່ມີຄວາມສົນໃຈ ສາມາດສ້າງຄວາມໄຝ່ຝັນໃຫ້ກາຍເປັນຄວາມຈິງໄດ້ແລ້ວໃນວັນນີ້ດ້ວຍຂໍ້ສະເໜີໂປຼໂມຊັນພິເສດ ພ້ອມຂອງແຖມຫຼາຍລາຍການ ທີ່ຫ້ອງຂາຍ ມາສະດາ ລາວ.

cimg8543

cimg8548

cimg8567

cimg8523

ແບ່ງປັນ