Breaking News

ດວງປະຈຳວັນ ພະຫັດ ປະຈໍາວັນທີ 22 ມີນາ 2018

ແບ່ງປັນ

ດວງປະຈຳວັນ ພະຫັດ ປະຈໍາວັນທີ 22 ມີນາ 2018

  • ວັນຈັນ

ການເງິນ: ຈ່າຍອອກໄປແຕ່ກໍ່ຊອກເຂົ້າມາໄດ້ ເປັນລັກສະນະແບບນີ້ສະລັບປັບປ່ຽນກັນໄປເພື່ອໝູນເງິນໃຫ້ຜ່ານພົ້ນໄປໃນໄລຍະນີ້ໃຫ້ໄດ້

ວຽກງານ: ໄລຍະນີ້ຈະລົງທຶນໃນເລື່ອງທຸລະກິດວຽກງານໃດໆ ເປັນການເພີ່ມທຸລະກິດທີ່ຕົນເອງຈະຕັດສິນໃຈລົງມືກະທໍາໄດ້ຢ່າງໄວວາ

ຄວາມຮັກ: ເບິ່ງຄືຈະດີແຕ່ກໍ່ຍັງບໍ່ແມ່ນ ໃນໄລຍະນີ້ເລື່ອງຂອງຄວາມຮັກຕ້ອງໃຊ້ເວລາເບິ່ງໃຈກັນຕໍ່ໄປ ແລະ ຍັງລັງເລບໍ່ກ້າຕັດສິນໃຈ

  • ວັນອັງຄານ

ການເງິນ: ເມື່ອຈ່າຍອອກໄປກໍ່ຈະຊອກເຂົ້າມາໄດ້ເພີ່ມຕຶ່ມ ເພີ່ມຂຶ້ນໃນໄລຍະນີ້ ເປັນລັກສະນະຂອງການໝູນເງິນໃຊ້ຈ່າຍເປັນຈໍານວນຫຼາຍນັ້ນເອງ

ວຽກງານ: ມີເກນເດີນທາງຕິດຕໍ່ວຽກຄ້ອນຂ້າງຫຼາຍໃນໄລຍະນີ້ ແຕ່ກໍ່ຈະປະສົບຄວາມສໍາເລັດ ປະສົບຄວາມໂຊກດີຂຶ້ນມາໄດ້

ຄວາມຮັກ: ມີໂອກາດພົບຮັກແບບບໍ່ທັນຕັ້ງຕົວໃນໄລຍະນີ້ມີໂອກາດພົບຮັກ ພົບຄູ່ ພົບຄົນທີ່ຖືກໃຈ

  • ວັນພຸດ

ການເງິນ: ມີຄວາມກັງວົນໃຈເມື່ອໃດກໍ່ສາມາດຊອກເງິນເຂົ້າມາທຸກເທື່ອຢ່າງເປັນໂຊກກັບຕົນເອງໃນໄລຍະນີ້

ວຽກງານ: ມີໂອກາດເດີນທາງຕິດຕໍ່ໃນເລື່ອງຂອງວຽກ ຫຼື ມີໂອກາດໄດ້ຮັບຕໍາແໜ່ງໃໝ່ ມີຂ່າວສານທີ່ດີໃນເລື່ອງຂອງວຽກ ຫຼືພົບຄົນຊ່ວຍເຫຼືອທີ່ດີໃນເລື່ອງຂອງວຽກ ຫຼືພົບຜູ້ຊ່ວຍເຫຼືອທີ່ດີ ແລະ ເກີດການເລີ່ມຕົ້ນຢ່າງເປັນໂຊກດີ

ຄວາມຮັກ: ຍັງບໍ່ໄດ້ໃຫ້ຄວາມສໍາຄັນໃນເລື່ອງເຫຼົ່ານີ້ ເພາະມີໜ້າທີ່ຫຼາຍຢ່າງທີ່ຕ້ອງໄປເຮັດ ດ້ານຄວາມຮັກຈຶ່ງຍັງບໍ່ຕັດສິນໃຈໃດໆໃນໄລຍະນີ້

  • ວັນພະຫັດ

ການເງິນ: ໂຊກດີມີໂຊກ ຈະໄດ້ເງິນເຂົ້າມາເພີ່ມຕຶ່ມເພີ່ມຂຶ້ນຫຼາຍກວ່າແຕ່ກ່ອນ

ວຽກງານ: ການເຮັດວຽກຮ່ວມກັນເປັນທີມຍັງມີປະສິດທິພາບ ມີຄວາມກັງວົນໃຈຢູ່ເລັກນ້ອຍທາງດ້ານວຽກງານຕ້ອງກວດກາເອກະສານສັນຍາ ເບິ່ງຄວາມຊັດເຈນກ່ອນຕັດສິນໃຈ

ຄວາມຮັກ: ຍັງເບິ່ງໆຢູ່ຫຼາຍກວ່າທີ່ຈະຕັດສິນໃຈເລືອກໃຜໃນໄລຍະນີ້ ຍັງໃຊ້ຊີວິດກັບຕົນເອງ ແລະ ຄວາມເປັນອິດສະຫຼະຫຼາຍກວ່າໃນໄລຍະນີ້ນັ້ນເອງ

  • ວັນສຸກ

ການເງິນ: ໃນໄລຍະນີ້ຄວນໃຊ້ຄວາມປະຢັດເອົາໄວ້ຈະດີທີ່ສຸດ ມີເລື່ອງທີ່ຕ້ອງຈ່າຍອອກໄປເປັນເງິນກ້ອນ ຫຼື ເປັນຈໍານວນຫຼາຍທີ່ບໍ່ອາດຫຼີກລ່ຽງໄດ້

ວຽກງານ: ຈະເຮັດທຸລະກິດໃດໆ ໃນໄລຍະນີ້ກໍ່ຈະປະສົບຄວາມສໍາເລັດດີຂຶ້ນຢ່າງເປັນໂຊກ ເລີ່ມເຫັນທາງອອກຂອງບັນຫາບາງຢ່າງທີ່ຕ້ອງແກ້ໄຂ ເຊິ່ງຈະຜ່ານພົ້ນໄປດ້ວຍດີ

ຄວາມຮັກ: ເກີດຄວາມຂັດແຍ່ງແຕກແຍກກ່ຽວກັບເລື່ອງຄວາມສໍາພັນດ້ານຄວາມຮັກໃນໄລຍະນີ້ ລະວັງຄວາມສໍາພັນຈະເຖິງຈຸດສິ້ນສຸດ

  • ວັນເສົາ

ການເງິນ: ມີໂຊກຈະໄດ້ເງິນເຂົ້າມາເພີ່ມຕຶ່ມໃນໄລຍະນີ້ກໍ່ເປັນໄປໄດ້ ມີໂອກາດໃຊ້ເງິນໃນການເບິ່ງແຍງສຸຂະພາບຕົນເອງ ຫຼື ການຊື້ເຄື່ອງທີ່ຢາກໄດ້ທີ່ຖືກໃຈເຂົ້າມາ

ວຽກງານ: ຮູ້ສຶກເບື່ອໆໃນເລື່ອງຂອງວຽກໃນໄລຍະນີ້ ຢາກຈະປ່ຽນແປງ ແຕ່ຖ້າຕັ້ງໃຈໃນການສ້າງຜົນງານໃດກໍ່ຈະເຮັດໄດ້ດີຢູ່ ແຕ່ກໍ່ຢາກຈະເຮັດທຸລະກິດຂອງຕົນເອງ ຫຼື ມີຄວາມທ້າທາຍຫຼາຍກວ່ານີ້ນັ້ນເອງ

ຄວາມຮັກ: ມີໂອກາດພົບຮັກ ພົບຄູ່ ພົບຄົນທີ່ຖືກໃຈ ເຊິ່ງເຂົາເປັນຄົນຜິວຂາວ ດ້ວຍບຸນເກົ່ານໍາພາມາໃຫ້ພົບກັນ ເປັນຄົນຕ່າງຊາດ ຕ່າງພາສາກໍ່ເປັນໄດ້

  • ວັນອາທິດ

ການເງິນ: ຈະຊອກເຂົ້າມາໄດ້້ເລື້ອຍໆໃນໄລຍະນີ້ ດວງຊະຕາທາງດ້ານການເງິນຈະດີຂຶ້ນກວ່າແຕ່ກ່ອນຢ່າງສັງເກດໄດ້

ວຽກງານ: ທຸລະກິດການບໍລິການຍັງໄປໄດ້ດີໃນໄລຍະນີ້ກັບສະຖານະການຕ່າງໆ ຢ່າງໄວ້ໃຈຜູ້ຮ່ວມວຽກຫຼາຍ ແລະ ໃຫ້ໃຊ້ເຫດຜົນໃນການວາງແຜນ ແລະ ຕັດສິນໃຈດ້ານທຸລະກິດວຽກງານຢ່າງເປັນຂັ້ນເປັນຕອນຈະດີທີ່ສຸດ

ຄວາມຮັກ: ສຸກສົມຫວັງລົງຕົວ ມີໂອກາດພົບຮັກ ພົບຄູ່ ພົບຄົນທີ່ຖືກໃຈໃນໄລຍະນີ້ແບບບໍ່ທັນຕັ້ງຕົວ

ແບ່ງປັນ