Breaking News

ແຟນຄລັບສົງໃສ! ໜຸ່ມຂ້າງກາຍຂອງ ສາວ ມາລີ ນົບພະລັດ ມິສແກຣນລາວ 2018 ຄົນນີ້ແມ່ນໃຜນໍ?

ແບ່ງປັນ

ຖາມເຂົ້າມາກັນຫຼາຍເລີຍ…ເພາະວ່າແຟນຄລັບສ່ວນຫຼາຍທີ່ເຂົ້າໄປສ່ອງໂປຟາຍຂອງ ສາວ ມາລີ ນົບພະລັດ ສີໄກພັກ ມິສແກຣນລາວ 2018 ກໍຈະເຫັນໝຸ່ມມາດສຸດອົບອຸ່ນຖ່າຍຮູບຄູ່ກັບ ສາວ ມາລີ ເລື້ອຍໆ ແລະ ຍັງຝາກໃຫ້ ຊະນີIndy ໄປຂຸດຄົ້ນ…ເອີ້ຍໄປລອງສ່ອງໂປຟາຍຂອງສາວງາມຄົນນີ້ມາຝາກແຟນໆກັນແດ່…

ຫຼັງຈາກທີ່ໄດ້ໄປສ່ອງແລ້ວຮູ້ສຶກວ່າ ໂຕອອກຮ້ອນ ໜ້າມືດ (ຮາາາາາ) ເພາະ ຊະນີIndy ໄດ້ເຂົ້າໄປແລ້ວຮູ້ສຶກເຖິງໂລກສີບົວ ຮູ້ສຶກເຖິງພະລັງຂອງຄວາມຮັກ ເພາະນອກຈາກຮູບຄູ່ທີ່ສຸດຫວານແລ້ວ ແຄັບຊັ່ນຂອງເພິ່ນກໍເອີ້ນໄດ້ວ່າ ຂ້າຄົນໂສດແບບໄທເຮົາເຈົ້າຂ້ອຍອີ່ຫລີເລີຍເດີ້… ລອງມາເບິ່ງນຳກັນເດີ້ຖ້າບໍ່ົເຊື່ອ???

“ຄົນຂອງຫົວໃຈ” ເປັນແຄັບຊັ່ນທີ່ຫວານສຸດໆ

“ຜົມຮັກຄຸນ” ຄົງບໍ່ຕ້ອງເວົ້າຫຍັງຫຼາຍເນາະ ຊັດເຈນປານນີ້…

 

“A little love but forever” 

 

“LOVE” 

ຊັດເຈນປານນີ້ຫາຍສົງໃສກັນໄດ້ແລ້ວເດີ້ແຟນໆ ໜຸ່ມນ້ອຍ ໜຸ່ມໃຫ່ຍ ທັງຫຼາຍກໍໝົດສິດໃນເວລາດຽວກັນ ເພາະສາວ ມາລີ ນົບພະລັດ ມິດແກຣນລາວ 2018 ເພິ່ນມີຫວານໃຈຕົວຈິງສຽງຈິງແລ້ວເດີ້, ເອົາເປັນວ່າລໍຖ້າລຸ້ນ ແລະ ໃຫ້ກຳລັງໃຈ ຮັກລາວ ເຊຍລາວ ໃນຊ່ວງທ້າຍປີນີ້ ເພາະເພິ່ນມີກຳນົດເດີນທາງໄປປະກວດ MISS GRAND  2018 ຢູ່ທີ່ປະເທດ ມຽນມ້າ ຂໍກຳລັງໃຈໃຫ້ສາວລາວຄົນນີ້ຫຼາຍໆແດ່ເດີ້.

ຂໍຂອບໃຈສຳລັບຮູບພາບ

(ຂ່າວທີ່ກ່ຽວຂ້ອງ)

ລຸ້ນໃຈຈົດໃຈຈໍ່! ຂໍສະແດງຄວາມຍິນດີກັບສາວງາມຜູ້ຄວ້າຕຳແໜ່ງ MISS GRAND LAOS 2018

ແບ່ງປັນ