Breaking News

ກິນເຂົ້າກັບຫຍັງຄືງາມແທ້? ມຸກ ກິດສະດາ Miss Supranational Laos ດຽວນີ້ງາມຂຶ້ນເປັນກອງ!!!

ແບ່ງປັນ

ໂອ້ຍຍຍຍ! ສະດຸດຫູ ສະດຸດຕາ ສະດຸດໃຈແທ້ນໍ້ ມຸກ ກິດສະດາ ວົງໄຊສະຫວາດ ເຈົ້າຂອງຕຳແໜ່ງ Miss Supranational Laos 2017 ທີ່ດຽວນີ້ງາມຂຶ້ນເປັນກອງ ອໍຣ້ານາງງາມຈັບສຸດໆ ບໍ່ວ່າຈະອອກງານອີເວັ້ນ ຫຼື ຖ່າຍຮູບ ມຸມໃດກໍ່ງາມ ເຊັກຊີ່ ເປະເວີ້ ບໍ່ມີບ່ອນຕິເລີຍເດີ້…

ສຳລັບ ມຸກ ກິດສະດາ ວົງໄຊສະຫວາດ  ຫຼາຍຄົນຄຸ້ນໜ້າຄຸ້ນຕາກັນດີ ເພາະນາງເອີ້ນໄດ້ວ່າເປັນສາວງາມເດີນສາຍປະກວດເລີຍກໍ່ວ່າໄດ້ ແຖມຄວ້າລາງວັນມາແລ້ວຫຼາຍເວທີ ຫຼາຍຕຳແໜ່ງເຊັ່ນ: ຕຳແໜ່ງ The Best Modle ຈາກການປະກວດ 13th Chinese-Asean Etiquette Pageant ທີ່ປະເທດຈີນ, ຕຳແໜ່ງ 2nd Runner Up ຈາກເວທີ Miss Grand Laos 2017 ແລະ ຫຼ້າສຸດຕຳແໜ່ງ  Miss Supranational Laos 2017 ເລີດສຸດໆໄປເລີຍ.

ຮູບພາບຈາກ: Mouk Vongsaisawad

ແບ່ງປັນ