Breaking News

7 ສາວງາມທີ່ຊາວເນັດເຊຍໃຫ້ເປັນ ລູກສາວພຣະຍາກະບິນລະພົມ (ນາງສາວນະຄອນຫຼວງ 2018)

ແບ່ງປັນ

ກຳລັງເປັນກະແສຄຶກຄື້ນໄປທົ່ວປະເທດກັນເລີຍກັບການປະກວດຄັດເລືອກເອົາສາວງາມທີ່ມີຄວາມພຽບພ້ອມ ແລະ ເໝາະສົມໃນການເປັນຕົວແທນຂອງ ລູກສາວພຣະຍາກະບິນລະພົມ ແລະ ເປັນສາວງາມທີ່ຈະເປັນນາງສັງຂານໃນຊ່ວງປີໃໝ່ລາວ ປະຈຳປີ 2018 ທີ່ຍັບໝໍ່ເຂົ້າມານີ້ ແລະ ໃນມື້ນີ້ ຂວັນໃຈ ເຮົາຈະແວະວຽນໄປທີ່ເວທີຂອງການປະກວດ ນາງສາວນະຄອນຫຼວງ (Miss Vientiane 2018) ແລະ ມີບັນດາສາວງາມຫຼາຍໆຄົນທີ່ມີຄວາມພຽບພ້ອມ ມີຄວາມງາມເໝາະສົມແກ່ຕຳແໜ່ງນີ້ ຈົນຊາວເນັດເຊຍກັນແບບບໍ່ມີໃຜຍອມໃຜ…

ເອົ້າ!! ເວົ້າໄປຫຼາຍມັນຍາວ ລອງມາສ່ອງ 7 ສາວງາມທີ່ຊາວເນັດເຊຍໃຫ້ເປັນລູກສາວພຣະຍາກະບິນລະພົມ (ນາງສາວນະຄອນຫຼວງ 2018)

MVT 08 ນາງ ວິດາ ແຊ້ພານ

MVT 10 ນາງ ລິດດາ ສີຊານົນ

MVT 11 ນາງ ອາລິຍາ ເກດບຸນຈັນ

MVT 12 ນາງ ນ້ຳເຜີ້ງ ສະຫວັດ

MVT 13 ນາງ ວິສູດາ ວັນນະສຸກ

MVT 15 ນາງ ວຽງຄຳ ທຳມະວົງ

MVT 16 ນາງ ສຸມາລີ ປຸນຍາວົງ

ມີແຕ່ຄົນງາມໆສົມກັບຊາວເນັດເຊຍອີ່ຫລີເນາະ… ສຳລັບການປະກວດ ນາງສາວນະຄອນຫຼວງ 2018 ແມ່ນມີກຳນົດຕັດສິນໃນວັນທີ 7 ເມສາ 2018 ທີ່ຈະມາຮອດນີ້, ຢ່າງໃດກໍຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ກັບນ້ອງໆຜູ້ເຂົ້າປະກວດທັງໝົດ 20 ຄົນແດ່ເດີ້ແຟນໆ.

ຂໍຂອບໃຈຮູບພາບຈາກ: Miss Vientiane ນາງສາວ ນະຄອນຫຼວງວຽງຈັນ

ແບ່ງປັນ