Breaking News

ເລີດໄດ້ອີກ! ລວມ Idea ສຸດເຈັງໃນການໂພສທ່າຖ່າຍຮູບຄູ່ທະເລ (ໄປຫຼິ້ນທະເລທັງທີຕ້ອງຈັດແບບນີ້ເລີຍ)

ແບ່ງປັນ

Hello summer… ກ້າວເຂົ້າໜ້າຮ້ອນແລ້ວ ໝູ່ເພື່ອນຫຼາຍຄົນຕ່າງວາງແຜນໜີຮ້ອນໄປເພິ່ງເຢັນ (555) ບາງຄົນກໍ່ວາງແຜນກຽມໄປທ່ຽວກັບຄອບຄົວ, ໝູ່ສະນິດ, ຄົນຮັກ ຫຼື ອື່້ນໆ ຕາມສະຖານທີ່ຕ່າງໆ ແລະ ບໍ່ເວົ້າເຖິງຄົງຈະບໍ່ໄດ້ເລີຍກໍ່ຄົງຈະໜີບໍ່ພົ້ນ “ທະເລ”

ໄປຮອດ ທະເລ ທັງທີຈະໄປຢືນກົງຖ່າຍຮູບຄູ່ກັບທະເລມັນກໍຄືຈະທຳມະດາເກີນໄປ, ດັ່ງນັ້ນ ຂວັນໃຈ ເຮົາຈັດໃຫ້ກັບ  Idea ສຸດເຈັງໃນການໂພສທ່າຖ່າຍຮູບຄູ່ທະເລ (ໄປຫຼິ້ນທະເລທັງທີຕ້ອງຈັດ…ແບບນີ້ເລີຍ) ຈະມີທ່າໃດແດ່ມາເບິ່ງກັນໂລດດດດດ…

  • ໂພສທ່າຖ່າຍຮູບອາສໆກັບກຸ່ມໝູ່ ຈະໃສ່ເສື້ອແບບຟີສະຕາຍ ຫຼື ນຸ່ງເຄື່ອງຕຣີມດຽວກັນມັນກໍ່ Cool ໄປອີກ…

ໂພສທ່າແບບປິ່ນຫຼັງ ແລ້ວຍົກສອງນິ້ວ ເປັນຮູບທີ່ມີສະຕາຍໄປອີກແບບ

ໂພສທ່າແບບເກີກຣຸບ (ບໍ່ເບິ່ງກ້ອງ)

ນັ່ງໂພສທ່າປິ່ນຫຼັງຢູ່ແຄມທະເລ

ນັ່ງໂພສທ່າປິ່ນຫຼັງຢູ່ແຄມທະເລໄດ້ອາລົມໄປອີກ

ຫຼື ຢາກຈະປິ່ນໜ້າຫາກ້ອງກໍ່ເລີດໄດ້ອີກ

ໂພສທ່າເປັນກຸ່ມແບບບໍ່ໄດ້ຕັ້ງໃຈ ແຕ່ມັນໄດ້ອາລົມ

ຫຼື ຈະມາແບບດູ່ໂອ ປ່ອຍໃຫ້ເສື້ອປິວໄປກັບລົມ ມັນກໍ່ອາສໄປອີກ

ໂພສທ່າແບບເບສິກ ຕາມສະຕາຍຂອງໃຜລາວກໍບໍ່ວ່າກັນ

ຫຼື ຈະລອງທ່າແລ່ນແຄມທະເລ ບອກເລີຍວ່າເປັນຊ໋ອດທີ່ລືມບໍ່ລົງແນ່ນອນ

ໂພສທ່າຈັບມືກັນໃນນໍ້າເປັນວົງມົນ ຫຼື ຈະເຮັດເປັນສັນຍະລັກຕ່າງໆ

ແອັກທ່າເທ່ໆ ໃນຊຸດຊູຊີບກໍ່ໂຄດເທ້ໄປເລີຍ

ເວລານັ່ງເຮືອກໍ່ຢ່າພາດເກັບຊ໋ອດເມົາເຮືອ…ເອີ້ຍ 555 ຊ໊ອດເທ່ໆກັບໝູ່ຕາມອັດທະຍາໄສ

ຫຼື ເກັບຊ໋ອດຄູໆ ອາສໆ

ໂດຍໃຊ້ພ໋ອບທີ່ເປັນຄື້ນທະເລເຂົ້າມາຊ່ວຍ ແຕ່ໃຫ້ລະວັງເລື່ອງອຸບັດເຫດໃຫ້ດີ ເອີ້ນໄດ້ວ່າເປັນຊ໋ອດສ່ຽງຕາຍເລີຍກໍ່ວ່າໄດ້ (555)

ແລະ ທີ່ຂາດບໍ່ໄດ້ ໄປທະເລທັງທີຕ້ອງຈັດໂພສທ່າ ງາມໆ ເຊັກຊີ່ ບອກເລີຍເລີດເດີ້…

  • ໂພສທ່າຖ່າຍຮູບອາສໆແບບເນັ້ນວິວ ບໍ່ໂຊໜ້າຫຼາຍ ກໍ່ມີສະຕາຍ ແລະ ອິນເທນໄດ້ອີກ…

ຂາດບໍ່ໄດ້ເລີຍແມ່ນແວ່ນຕາກັນແດດ ເປັນພ໋ອບໃຫ້ເຮົາໄດ້ດີສະເໝີໆ

ຖ່າຍພາບກັບຄູ່ຮັກ ຍ່າງຈັບມືກັນແຄມທະເລ ໂລແມນຕິກສຸດໆ

ແອັກທ່າກັບຕົ້ນພ້າວກໍ່ເລີດໄປອີກ

ຖ່າຍພາບຈອກກາເຟ ຕົ້ນພ້າວ ແລະ ທະເລກໍ່ເປັນພາບທີ່ຈື່ບໍ່ຮູ້ລືມ

ຢືນຢູ່ແຄມທະເລແລ້ວໂຊຄວາມເຊັກຊີ່ ໂດຍໃຫ້ທະເລເປັນແບັກກາວ

ເກັບບັນຍາກາດໄປເລື້ອຍໆ…

ຖ່າຍຮູບແລ້ວປ່ອນຄໍອອກມາຈາກເຮືອເລັກໜ້ອຍ

ຖ່າຍເກັບລາຍລະອຽດໄປເລື້ອຍໆ

ຖ່າຍຮູບເວລາທີ່ອາລົມເຮົາໄດ້ຟິວ

ຖ່າຍເປືອກຫອຍແຄມທະເລ

ແບບພື້ນຖານ ໄປທະເລກໍ່ຕ້ອງຂຽນຊື່ແລ້ວຖ່າຍຮູບເກັບໄວ້ເບິ່ງ

ຖ່າຍຮູບຕົ້ນພ້າວທີ່ກຳລັງຖືກສາຍລົມພັດແຄມທະເລ

ຖ່າຍຮູບຄື້ນທະເລທີ່ກຳລັງຊັດ…

ສະຫຼັດ&ໝາກນັດ ແຄມເລ

ນັ່ງເຮືອແລ້ວເກັບຮູບນົກກາງທະເລ

ຢ່າລືມຖ່າຍຮູບສັດນໍ້າ ຫຼືປະກາລັງເວລາດຳນໍ້າ

ເກັບພາບຄວາມປະທັບໃຈ ຕອນຕາເວັນຕົກດິນແຄມທະເລ

ປັນແນວໃດແດ່ ນີ້ເປັນພຽງຕົວຢ່າງສ່ວນໜຶ່ງໃນການຖ່າຍຮູບພາບເວລາທີ່ເຮົາໄປທ່ຽວທະເລ, ເພາະການຖ່າຍຮູບເກັບໄວ້ກໍ່ເປັນອີກຕົວຊ່ວຍໜຶ່ງໃນການບັນທຶກວ່າຄັ້ງໜຶ່ງເຮົາກໍ່ໄດ້ມີໂອກາດໄປໃນສະຖານທີ່ນັ້ນໆ.

 

ຮູບພາບຈາກ: K&C family

ຮຽບຮຽງ: ຊະນີIndy

ແບ່ງປັນ