Breaking News

ຫຼາຍຄົນທີ່ບໍ່ຮູ້! ປະຫວັດຄວາມເປັນມາຂອງ “ປະເພນີບຸນປີໃໝ່ລາວ”

ແບ່ງປັນ

ປີໃໝ່ລາວ ໃນທຸກໆປີໄວລຸ້ນຍຸກໃໝ່ຕ່າງກໍ່ເຂົ້າໃຈພຽງແຕ່ວ່າ ເປັນບຸນປະເພນີຂອງ ປະເທດລາວ ຂອງເຮົາທີ່ມີແຕ່ບູຮານນະການທີ່ສືບທອດກັນມາຕັ້ງແຕ່ຍຸກກ່ອນໆ, ແຕ່ຫາຮູ້ບໍ່ວ່າ ບຸນປີໃໝ່ລາວ ເພິ່ນມີເລື່ອງເລົ່າກ່ຽວກັບ ປະເພນີບຸນປີໃໝ່ລາວ ທີ່ປະຊາຊົນລາວປະຕິບັດສືບກັນມາແຕ່ສະໄໝບູຮານຈົນມາຮອດປັດຈຸບັນ ເຊິ່ງເລື່ອງທັງໝົດກໍມີຢູ່ວ່າ: ໃນສະໄໝ ພຸດທະການ ຍັງມີລູກຊາຍຂອງມະຫາເສດຖີ ຊື່ວ່າ: ທັມມະປາລະກຸມມານ ເປັນຄົນທີ່ ສະຫຼຽວສະຫຼາດ, ມີວິຊາຄວາມຮູ້ສູງ, ເປັນຜູ້ສອນທັມມະ, ມົງຄຸນແກ່ຄົນທົ່ວໄປ ແລະ ເຂົ້າໃຈໃນພາສາສັດຕ່າງໆນຳອີກ ຊື່ສຽງຂອງ ທັມມະປາລະກຸມມານ ໂດ່ງດັງໄປທົ່ວຊົມພູທະວີບຮອດຫູ ພະຍາ ກະບິນລະພົມ ຜູ້ມີຣິດເດດກ້າ ແລະ ມີຄວາມຮູ້ຄວາມສາມາດເໜືອກວ່າມະນຸດທັງຫຼາຍ ເມື່ອຮູ້ເຊັ່ນນັ້ນ ພະຍາ ກະບິນລະພົມ ຈຶ່ງສັ່ງໃຫ້ ເສນາອາມາດ ໄປເຊີນເອົາທ້າວ ທັມມະປາລະກຸມມານ ມາຖາມບັນຫາ ເພື່ອເປັນການລອງພູມປັນຍາຄວາມຮູ້ກັນ.

ພະຍາ ກະບິນລະພົມ ຕັ້ງຄຳຖາມດັ່ງນີ້: ຕອນເຊົ້າ “ສີຣິ” ຫຼື “ຣາສີ” ຂອງຄົນເຮົາ ຢູ່ບ່ອນໃດ?, ຕອນບ່າຍ “ຣາສີ” ຂອງຄົນເຮົາ ຢູ່ບ່ອນໃດ?, ຕອນກາງຄືນ “ຣາສີ” ຂອງຄົນເຮົາ ຢູ່ບ່ອນໃດ? ໂດຍໃຫ້ເວລາແກ່ ທັມມະປາລະກຸມມານ ຕອບພາຍໃນ 7 ວັນ ແລະ ວາງກະຕິກາໄວ້ວ່າ: ຖ້າທ້າວ ທັມມະປາລະກຸມມານ ຕອບບໍ່ໄດ້ ຈະຖືກຕັດຄໍ ແລະ ຖ້າທັມມະປາລະກຸມມານ ຕອບໄດ້ຢ່າງຖືກຕ້ອງ ພະຍາ ກະບິນລະພົມ ຈະຕັດຄໍຕົນເອງ ບູຊາຄວາມຮູ້ຂອງທັມມະປາລະກຸມມານ. ແຕ່ຫົກມື້ຜ່ານໄປ ທັມມະປາລະກຸມມານ ກໍຍັງຄິດບັນຫານັ້ນບໍ່ອອກ ຈຶ່ງມາຄິດໃນໃຈວ່າຖ້າຈະໃຫ້ພະຍາ ກະບິນລະພົມ ຂ້າກໍເປັນການອັບອາຍຂາຍໜ້າ ແໜງໄປຕາຍເສຍບ່ອນອື່ນຈະດີກວ່າ ຄິດແລ້ວກໍໜີໄປນອນລີ້ຢູ່ທີ່ຮົ່ມກ້ອງກົກຕານສອງຕົ້ນ, ຢູ່ເທິງກົກຕານນັ້ນມີນົກອີນຊີສອງຜົວເມຍລົມກັນວ່າ: ມື້ອື່ນນີ້ເຮົາຊິໄດ້ກິນຫຍັງເປັນອາຫານ? ນົກໂຕເມຍຖາມ. ຜົວເລີຍຕອບວ່າ: ມື້ອື່ນນີ້ພວກເຮົາຈະໄດ້ກິນຊີ້ນຄົນ ທາງເມຍຖາມຕໍ່ໄປອີກວ່າ: ຈະໄດ້ກິນຊີ້ນຜູ້ໃດ? ຜົວກໍບອກວ່າ: ຈະໄດ້ກິນຊີ້ນສົບຂອງທ້າວ ທັມມະປາລະກຸມມານ ເພາະແກ້ບັນຫາຂອງພະຍາ ກະບິນລະພົມ ບໍ່ໄດ້ຈະຖືກພະຍາ ກະບິນລະພົມ ຕັດຄໍໃນມື້ອື່ນ. ນາງເມຍມີຄວາມສົງໄສເລີຍຖາມຜົວວ່າ: ບັນຫານັ້ນວ່າແນວໃດ? ຜົວກໍບອກວ່າ: ມີສາມຂໍ້, ນາງນົກຍັງຖາມຜົວຕໍ່ໄປອີກວ່າ: ບັນຫາສາມຂໍ້ນັ້ນແກ້ວ່າແນວໃດ? ຜົວແກ້ໃຫ້ຟັງວ່າ: ສີຣິ ຫຼື ຣາສີ ຂອງຄົນເຮົາຕອນເຊົ້ານັ້ນ ແມ່ນຢູ່ທີ່ໜ້າ ສະນັ້ນນອນຕື່ນມາມື້ເຊົ້າຕ້ອງລ້າງໜ້າ, ຣາສີຂອງຄົນເຮົາໃນຕອນບ່າຍແມ່ນຢູ່ໜ້າເອິກ ເຮົາຈຶ່ງເອົານໍ້າເຢັນມາລູບໜ້າເອິກ, ຕອນຄໍ່າແມ່ນຢູ່ທີ່ຕີນ ສະນັ້ນກ່ອນເຂົ້ານອນຈຶ່ງລ້າງຕີນໃຫ້ສະອາດແລ້ວຈຶ່ງນອນ.

ມື່ອທ້າວ ທັມມະປາລະກຸມມານ ໄດ້ຍິນນົກສອງໂຕຜົວເມຍລົມກັນເລື່ອງບັນຫານັ້ນກໍ່ເລີຍຈື່ໄດ້ຈຶ່ງລຸກຈາກບ່ອນນອນກັບຄືນເມືອເຮືອນຂອງຕົນ. ຕື່ນມື້ເຊົ້າມາ ພະຍາ ກະບີນລະພົມ ກໍ່ລົງມາຖາມບັນຫາ ຕາມທີ່ນັດກັນໄວ້ ທັມມະປາລະກຸມມານ ແກ້ໄດ້ຕາມທີ່ໄດ້ຍິນນົກສອງຜົວເມຍລົມກັນນັ້ນ ພະຍາ ກະບິນລະພົມ ກໍຍອມຮັບວ່າຖືກຕ້ອງ ແລະ ຍອມແພ້ ຈຳຕ້ອງໄດ້ຕັດຄໍຕົນເອງ ແຕ່ຍ້ອນຄວາມມີລິດເດດກ້າຂອງພະຍາ ກະບິນລະພົມ ຄໍທີ່ຕັດນັ້ນເອົາໄວ້ໃສກໍບໍ່ໄດ້ຈະເອົາຖີ້ມ ຫຼື ຝັງໃສ່ພື້ນດິນກໍບໍ່ໄດ້ ເພາະຈະພາໃຫ້ເດືອດຮ້ອນ ຈະພາໃຫ້ເກີດມີສະພາບແຫ້ງແລ້ງຂຶ້ນໃນໂລກ, ສະນັ້ນກ່ອນຕັດຄໍຕົນເອງ ພະຍາ ກະບິນລະພົມ ຈຶ່ງສັ່ງໃຫ້ລູກສາວຂອງຕົນທັງ 7 ຄົນ ມາປະຊຸມ ແລະ ບອກວ່າ: ເມື່ອຄົບຮອບ 1 ປີ ຄືມື້ສັງຂານຂຶ້ນໃຫ້ລູກສາວທັງ 7 ຄົນພັດປ່ຽນກັນ ນໍາເອົາຫົວຂອງພໍ່ ອອກຈາກຖໍ້າ ອ້ອມພູເຂົາສຸເມນ ເພື່ອມາຫົດສົງ.

ທີ່ມາ: https://www.targetlaos.com/article/14656

ຂໍຂອບໃຈສຳລັບຮູບພາບ

ແບ່ງປັນ