Breaking News

ມາເບິ່ງ! ຜົນງານຂອງດີຊາຍເນີ້ໄວໜຸ່ມລາວ ອອກແບບໄດ້ບໍ່ດ້ອຍໜ້າລະດັບສາກົນ (ຊົມເຊີຍ)

ແບ່ງປັນ

ນະຄອນຫຼວງວຽງຈັນ, ວັນທີ 28 ເມສາ 2018 ທີ່ຜ່ານມາ, ຄໍ່າຄືນນັກອອກແບບໜຸ່ມນ້ອຍຂອງລາວ (The Lao Young Designers Night) ໄດ້ຈັດຂຶ້ນ ໂດຍໂຄງການນັກອອກແບບໜຸ່ມນ້ອຍລາວ ຂອງລາວແຟຊັ່ນວີກ ເພື່ອສະແດງໃຫ້ເຫັນເຖິງ ຄວາມສາມາດ ແລະ ຜົນງານການອອກແບບອາພອນຂອງໄວໜຸ່ມລາວ ທີ່ມີພອນສະຫວັນ ແລະ ໄດ້ເຂົ້າຮອບດີເດັ່ນ ຂອງໂຄງການນັກອອກແບບໜຸ່ມນ້ອຍລາວໃນແຕ່ລະປີ.

ຄໍ່າຄືນດັ່ງກ່າວມີການສະແດງອາພອນເດີນແບບ ຜົນງານການອອກແບບຂອງນ້ອງໆນັກອອກແບບໜຸ່ມນ້ອຍດີເດັ່ນລາວ ທີ່ເຂົ້າຮອບດີເດັ່ນຂອງແຕ່ລະປີ ນັບແຕ່ປີ 2015 ມາເຖິງຮອບປີ 2017 ລວມເຖິງ ບິນລີ່ ສີອຳພັນ ຈັນທະວິຈິດ (ຜຸ້ສະນະເລີດປີ 2015) ແລະ ວິເສດ ສິດທິລາດ (ຜູ້ຊະນະເລີດປີ 2016) ທີ່ໄດ້ຈົບມາຈາກການໄປສຶກສາທີ່ສະຖາບັນເອດສໂມດ ທີ່ມະຫານະຄອນປະຣີ ປະເທດ ຝຣັ່ງ, ແລະ ຄຳປູນ ແສງປະກາຍ (ຮອງຊະນະເລີດປີ 2016) ທີ່ໄດ້ຈົບມາຈາກການໄປເຝິກອົບຮົມຕົວຈິງກັບ ດີຊາຍເນີ້ ຊື່ດັງທີ່ ບາງກອກ ປະເທດໄທ.

ການສະແດງອາພອນຄໍ່າຄືນຂອງນັກອອກແບບໜຸ່ມນ້ອຍລາວ(The Lao Young Designers Night) ໄດ້ຈັດຂຶ້ນທີ່ວົງວຽນນໍ້າພຸ, ນະຄອນຫຼວງວຽງຈັນ ແລະ ໄດ້ເປີດໃຫ້ມວນຊົມເຂົ້າຊົມໂດຍບໍ່ເສຍຄ່າໃຊ້ຈ່າຍ ເຊິ່ງມີຈຸດປະສົງແມ່ນເພື່ອສ້າງຄວາມ ເຂົ້າໃຈໃຫ້ແກ່ມວນຊົນໄດ້ຮັບຮູ້ເຖິງບົດບາດ ແລະ ກິດຈະກຳຂອງໂຄງການສົ່ງເສີມນັກອອກແບບໜຸ່ມນ້ອຍຂອງລາວ ແລະ ສະແດງໃຫ້ມວນຊົນເຫັນເຖິງຄວາມສາມາດຂອງໄວໜຸ່ມລາວທີ່ບໍ່ດ້ອຍໜ້າລະດັບສາກົນ.

(ຂໍຊົມເຊີຍນ້ອງໆນັກອອກແບບທຸກຄົນ #ແຊຣໄປໃຫ້ໂລກຮູ້)

ແບ່ງປັນ