Breaking News

(ຈາກເຄີຍຄິດວ່າຕົວເອງຂີ້ລ້າຍ ຈຶ່ງບໍ່ກ້າຝັນສູງ)  ສູ່ການກ້າວໄປເປັນ ສາວລາວຄົນທຳອິດທີ່ໄດ້ເປັນ Air-Hostess ໃນສາຍການບິນລະດັບໂລກ

ແບ່ງປັນ

ບໍ່ກ້າບອກໃຜ ວ່າຂ້ອຍຢາກເປັນ ນາງຟ້າ ຄິດວ່າຕົນເອງຂີ້ລ້າຍ ການມີຝັນແບບນັ້ນ ເປັນສິ່ງທີ່ສູງເກີນເອື້ອມ” 

ມາອີກແລ້ວກັບບົດຄວາມດີໆ…ສ້າງປະໂຫຍດ ແລະ ທີ່ສຳຄັນແມ່ນຈະເປັນບົດຄວາມທີ່ສ້າງແຮງບັນດານໃຈໃຫ້ໝູ່ເພື່ອນທຸກຄົນ ໃນມື້ນີ້ເຮົາຈະມາສຳພາດເປີດໃຈອີກໜຶ່ງສາວລາວຄົນເກັ່ງ ມີດີກຼີເປັນເຖິງ ສາວລາວຄົນທຳອິດ ທີ່ກ້າວໄປເປັນນາງຟ້າໃນສາຍການບິນລະດັບໂລກ, ຫາກເຮົາຕັ້ງຄຳຖາມວ່າ ອາຊີບທີ່ສາວໆໃຝ່ຝັນຢາກເປັນຫຼາຍທີ່ສຸດແມ່ນຫຍັງ? ໜຶ່ງໃນຄຳຕອບອັນດັບຕົ້ນໆ ຕ້ອງແມ່ນ ພະນັກງານຕ້ອນຮັບເທິງເຮືອບິນ ຫຼື ແອໂຮສເຕດ (Airhostess) ຢ່າງແນ່ນອນ ເພາະເປັນອາຊີບທີ່ຖືກຂະໜານນາມວ່າ “ນາງຟ້າ” ຟັງແລ້ວຈັ່ງແມ່ນຟຸ້ງຟິ້ງ ສູງສົ່ງ ສະຫງ່າງາມເຫຼືອເກີນ ແລ້ວການທີ່ຈະໄດ້ເປັນ ນາງຟ້າ ຂອງສາຍການບິນຕ່າງໆ ມັນຍາກງ່າຍແນວໃດ ມື້ນີ້ ຂວັນໃຈ ເຮົາມີຄຳຕອບຈາກປະສົບການຕົວຈິງຂອງນາງຟ້າອິນເຕີ ສາວປຸ ສຸມາໄລ ໂພທິສານ ອາຍຸ: 30 ປີ ຈາກສາຍການບິນກາຕ້າ (Qutar Airways) ທີ່ອ່ານແລ້ວ ສາວໆທີ່ມີຝັນຈະຮູ້ສຶກມີພະລັງ ແລະ ກະຕືລືລົ້ນຫຼາຍກວ່າເກົ່າ…

ຄວາມໃຝ່ຝັນ ເກີດຈາກຄວາມປະທັບໃຈທຳອິດ

ຈຸດເລີ່ມຕົ້ນຂອງຄວາມໃຝ່ຝັນຢາກເປັນ “ນາງຟ້າ” ສາຍການບິນ ຂອງສາວປຸ ເລີ່ມຂຶ້ນຕອນອາຍຸນາງໄດ້ພຽງ 4 ປີປາຍເທົ່ານັ້ນ ໃນຂະນະນທີ່ ເດີນທາງໄປອົດສະຕຣາລີກັບຄອບຄົວ ແລະຕ້ອງຜ່ານສະໜາມບິນດອນເມືອງ ປະເທດໄທ ເດັກຍິງປຸ ແນມເຫັນບັນດາ ນາງຟ້າ ຈາກສາຍການບິນຕ່າງໆ ນຸ່ງຊຸດເຄື່ອງແບບງາມໆ ຍ່າງລາກກະເປົາ ເປັນສາຍຕາມຂັ້ນໄດເລື່ອນ ມັນຊ່າງເປັນພາບທີ່ສະດຸດຕາປຸ ຈົນຕ້ອງໄດ້ຢຸດເບິ່ງ ເພາະເຮົາບໍ່ເຄີຍເຫັນ 555! ແລະ ອີກເຫດການປະທັບໃຈໜຶ່ງ ເກີດຂຶ້ນໃນຍົນການບິນໄທ ເດັກຍິງປຸພວມນອນຢູ່ ພໍ່ກໍປຸກ ປຸໆໆ ສາວແອມາ ນາງກໍມືນຕາຂຶ້ນມາ ພໍດີສາວແອຍ່າງມາຮອດ ເດັກຍິງປຸມືນຕາຕື່ນຂຶ້ນພ້ອມນໍ້າລາຍທີ່ໄຫຼອາບແກ້ມຢູ່ ເຫັນສາວແອຄົນນັ້ນຍິ້ມຢ່າງອ່ອນໂຍນໃຫ້ປຸ ຕອນນັ້ນຈັ່ງແມ່ນຮູ້ສຶກອົບອຸ່ນ ປະທັບໃຈເດັກນ້ອຍແບບປຸຫຼາຍ ທັ້ງທີລາວບໍ່ເຄີຍນາງຮູ້ຈັກມາກ່ອນ ແຕ່ຍິ້ມໃຫ້ ຄືກັບວ່າ ເຂົາເປັນເຈົ້າບ້ານທີ່ດີ ມັນຍິ່ງເປັນການເພີ່ມຄວາມປາຖະໜາ ຢາກເປັນສາວແອໂຮສເຕດ ໃຫ້ປຸຫຼາຍຂຶ້ນໄປອີກ

ບໍ່ກ້າບອກໃຜ ວ່າຂ້ອຍຢາກເປັນ “ນາງຟ້າ”

ພາຍຫຼັງທີ່ຮຽນຈົບຊັ້ນປະຖົມຢູ່ ປະເທດອົດສະຕຣາຣີ ປຸກໍກັບມາຢູ່ລາວ ແລະ ຄວາມຝັນທີ່ຢາກເປັນສາວແອ (Air Hostess) ນັ້ນກໍເລີ່ມຈືດຈາງລົງ ເລືອນລາງຫ່າງເຫີນອອກໄປເລື້ອຍໆ ເພາະພາບແບບນັ້ນ ຢູ່ລາວບໍ່ມີໃຫ້ເຫັນປານໃດ ແຖມນາງເອງກໍຍັງບໍ່ກ້າບອກໝູ່ຄູ່ຄົນໃດວ່າ ນາງຝັນຢາກເປັນ ນາງຟ້າສາຍການບິນອິນເຕີ ເພາະອາຍ ຢ້ານໝູ່ຫົວຂວັນ ປຸເອງກໍຄິດວ່າຕົນເອງຂີ້ລ້າຍ ການມີຝັນແບບນັ້ນ ເປັນສິ່ງທີ່ສູງເກີນເອື້ອມ (ອອກແນວຄິດໄປເອງກ່ອນ) ນາງປຸ ຈຶ່ງຫຼຸດຂະໜາດຄວາມຝັນຂອງຕົນເອງລົງ ເຫຼືອພຽງການເປັນ ມັກຄຸເທດ ຫຼືຜູ້ນຳທ່ຽວ (Guide) ຢ່າງໜ້ອຍກໍໄດ້ເດີນທາງ ໄປທ່ຽວສະຖານທີ່ຕ່າງໆ ແລະໄດ້ໃຫ້ບໍລິການຄົນອື່ນ ຄືກັບສາວແອຫັ້ນແຫຼະ ສະນັ້ນ ຫຼັງຈາກຈົບຊັ້ນມັດທະຍົມປາຍ ສາວປຸ ຈຶ່ງເສັງເອົາທຶນໄປຮຽນ ການໂຮງແຮມ-ການທ່ອງທ່ຽວ ທີ່ມະຫາວິທະຍາໄລສາລະຄາມ ປະເທດໄທ ແຕ່ຈົບມາກໍບໍ່ໄດ້ເປັນຜູ້ນຳທ່ຽວຊ້ຳ ເພາະເມືອງໄທບໍ່ອະນຸຍາດໃຫ້ຄົນຕ່າງປະເທດປະກອບອາຊີບນີ້ ປຸຈຶ່ງໄປເຮັດວຽກປະຈຳໂຮງແຮມແຫ່ງໜຶ່ງ ທີ່ເກາະພູເກັດ ແລະແລ້ວ ຢູ່ມາມື້ໜຶ່ງ ພາບປະທັບໃຈໃນໄວເດັກ ທີ່ຈາງຫາຍໄປຂອງປຸ ກໍຫວນກັບມາອີກຄັ້ງ ເມື່ອໝູ່ທີ່ເຮັດວຽກນໍາກັນຊວນໄປສະໝັກເປັນ ນາງຟ້າຂອງສາຍການບິນເອັມມິເຣດ (Emirates Airlines) ໂອ້ວ້າວ!!! ປຸໃນຕອນນີ້ ມີຄວາມໝັ້ນໃຈຂຶ້ນ ເຖິງວ່າຈະໜ້າຕາບໍ່ງາມປານແຕ້ມ ແຕ່ມັນກໍບໍ່ມີຫຍັງເສຍຫາຍ ຖ້າຈະລອງໄລ່ຕາມຄວາມຝັນຂອງເຮົາຈັກຄັ້ງໃນຊີວິດ

ຄະຕິຂອງປຸ “ລົ້ມແລ້ວຮີບລຸກ ເດີນໜ້າບໍ່ມີຖອຍ”

ເມື່ອປຸຕັ້ງເປົ້າໝາຍໄວ້ແລ້ວວ່າ ຂໍເປັນນາງຟ້າສາຍການບິນອິນເຕີຈັກຄັ້ງໃນຊີວິດ ນາງກໍເລີ່ມສຶກສາຂໍ້ມູນຈາກແຫຼ່ງຕ່າງໆ ຊອກອ່ານຈາກປະສົບການ ແລະເຕັກນິກທີ່ສາວແອອື່ນໆຂຽນເລົ່າໄວ້ ບໍ່ວ່າຈະເປັນ ບຸກຄະລິກ ທ່າທາງ ການຢືນ ການວາງມື ຊົງຜົມ ຂັ້ນຕອນການສຳພາດ ຈັກຮອບ ແລ້ວຍື່ນສະໝັກກັບ ສາຍການບິນເອມິເຣດ ທີ່ເຂົາມາເສັງຢູ່ກຸງເທບ ຄົນສະໝັກເປັນພັນ ນາງປຸຍື່ນສະໝັກເຖິງ 5 ຄັ້ງ ແຕ່ລະຄັ້ງຕ້ອງຫ່າງກັນ 6 ເດືອນ ປະກົດວ່າ ປຸຕົກຮອບທຸກຄັ້ງ ເຄີຍຢືນໄຫ້ແບບບໍ່ອາຍໃຜ ຕໍ່ໜ້າກຳມະການ ແລະຜູ້ສະໝັກອື່ນມາແລ້ວ ຍ້ອນຄາດຫວັງສູງ ແຕ່ທຸກຄັ້ງທີ່ຕົກຮອບ ປຸບໍ່ເຄີຍເລີກລົ້ມຄວາມຕັ້ງໃຈ ແຕ່ນາງບອກຕົນເອງວ່າ ຂ້ອຍຕ້ອງກັບມາໃໝ່ ແລ້ວກໍໍໄປຖອດຖອນບົດຮຽນ ວ່າເຮົາຜິດພາດຢູ່ບ່ອນໃດ ແກ້ໄຂບ່ອນນັ້ນ ຈົນເທື່ອທີ 6 ປຸລອງປ່ຽນໄປສະໝັກກັບ ສາຍການບິນກາຕ້າ ເຊິ່ງເປັນສາຍການບິນທີ່ປຸບໍ່ຄ່ອຍຮູ້ຈັກ ບໍ່ຄ່ອຍມັກເຄື່ອງແບບປານໃດ ແຕ່ປະກົດວ່າປຸເສັງຜ່ານ ໄດ້ຖືກບັນຈຸເຂົ້າເປັນ ພະນັກງານຕ້ອງຮັບເທິງເຮືອບິນ ຂອງສາຍການບິນກາຕ້າ ສົມໃຈ ຈາກມື້ນັ້ນຈົນຮອດມື້ນີ້ ກໍຜ່ານມາ 8 ປີແລ້ວ ປະຈຸບັນ ປຸເປັນຫົວໜ້າລະດັບທີ 3 ຈາກທັງໝົດ 4 ລະດັບ ວ້າວ!!! ຖືວ່າເປັນສາວລາວຄົນທຳອິດ ທີ່ກ້າວໄປເປັນນາງຟ້າໃນສາຍການບິນລະດັບໂລກ ຈັ່ງແມ່ນພູມໃຈແທນປຸອີ່ຫຼີເນາະສາວໆ

ຝາກທ້າຍ:

ເຄັດລັບທີ່ເຮັດໃຫ້ປຸ ໄດ້ເປັນ “ນາງຟ້າ” ສາຍການບິນລະດັບໂລກ ແບບກາຕ້າ ກໍຍ້ອນວ່າ ລະດັບສາກົນ ເຂົາວັດກັນທີ່ບຸກຄະລິກ ບໍ່ແມ່ນໜ້າຕາ ອີກຢ່າງນາງໄປເສັງແບບບໍ່ຄາດຫວັງສູງ ປ່ອຍຕົວໄປຕາມທຳມະຊາດ ບໍ່ຍ່າງບໍ່ຢືນຮຽນແແບບໃຜ ໝັ້ນໃຈ ເປັນຕົວຂອງຕົນເອງທີ່ສຸດ ເບົາໆ ສະບາຍໆ ເຮັດໃຫ້ສາຍແສງອໍຣ່າອອກມາ ຈົນປະທັບໃຈກຳມະການໃນທີ່ສຸດ

FB page: ສຸມາໄລ ໂພທິສານ

ແບ່ງປັນ