Breaking News

ດວງປະຈຳວັນ ພະຫັດ, ວັນທີ 10 ພຶດສະພາ 2018

ແບ່ງປັນ
ວັນອາທິດ
ການເງິນ: ຍັງຢູ່ໃນສະພາວະຊົງຕົວ ແຕ່ກໍ່ຍັງບໍ່ສາມາດໃຊ້ເງິນເປືອງໄດ້ຄືແຕ່ກ່ອນໄດ້ນັ້ນເອງ
ວຽກງານ: ວຽກຄ້ອນຂ້າງຫຍຸ້ງ ແລະ ເລັ່ງດ່ວນຫຼາຍ ແລະ ໃນໄລຍະນີ້ຈະພົບອຸປະສັກຕ່າງໆ ໃນເລື່ອງຂອງວຽກ ເປັນເລື່ອງຂອງເອກະສານສັນຍາ ການເຈລະຈາສົ່ງຜົນເຮັດໃຫ້ເກີດຄວາມຊັກຊ້າ
ຄວາມຮັກ: ຈະພົບຄົນເກັ່ງ ໃຈຮ້ອນ ມີຄວາມສາມາດ ມີລັກສະນະເປັນຜູ້ນໍາ ຈະພົບຄົນທີ່ຖືກໃຈໃນໄລຍະນີ້ກໍ່ເປັນໄດ້

• ວັນຈັນ
ການເງິນ: ມີຄວາມກັງວົນໃຈໃນການໃຊ້ຈ່າຍ ແລະ ການໃຊ້ເງິນ ໃນໄລຍະນີ້ຕ້ອງວາງແຜນການໃຊ້ຈ່າຍໃຫ້ຮອບຄອບ ແລະ ຮັດກຸມ
ວຽກງານ: ມີຄວາມກັງວົນໃຈໃນເລື່ອງຂອງວຽກ ແລະ ເມື່ອຍເພາະພາລະຄ້ອນຂ້າງຫຼາຍໃນໄລຍະນີ້ ຈຶ່ງສົ່ງຜົນເຮັດໃຫ້ວຽກເກີດຄວາມລ່າຊ້າ
ຄວາມຮັກ: ຍັງບໍ່ຕັດສິນໃຈໃນເລື່ອງເຫຼົ່ານີ້ ແຕ່ຖ້າຫາກໄດ້ພົບໃຜເຂົ້າມາໃນໄລຍະນີ້ຈະເປັນຄົນອາຍຸຫຼາຍກວ່າ
ວັນອັງຄານ
ການເງິນ: ມີໂຊກຈະໄດ້ເງິນເຂົ້າມາເພີ່ມຕຶ່ມເພີ່ມຂຶ້ນຢ່າງເປັນໂຊກ ໃນໄລຍະນີ້ດວງຊະຕາດ້ານການເງິນຈະຄ່ອຍໆດີຂຶ້ນເລື້ອຍໆ
ວຽກງານ: ມີເປົ້າໝາຍໃນການເຮັດວຽກທີ່ຈະນໍາພາຕົນເອງໄປສູ່ຄວາມສໍາເລັດໄດ້ສະເໝີ ມີໂອກາດໄດ້ເລື່ອນຂັ້ນເລື່ອນຕໍາແໜ່ງ ແລະ ຖືກເວົ້າເຖິງໃນທາງທີ່ດີ
ຄວາມຮັກ: ຍັງບໍ່ມີເຫດການໃດໆປ່ຽນແປງປານໃດ ສະຖານະການຍັງຢຸດນິ່ງ ແລະ ຂ່າວສານດ້ານຂໍ້ມູນຕ້ອງຖ້າເບິ່ງ ຫຼືຕິດຕາມເລື່ອງຄວາມຮັກຕໍ່ໄ
• ວັນພຸດ
ການເງິນ: ຈະພົບເລື່ອງກັງວົນໃຈໃນໄລຍະນີ້ ແຕ່ກໍ່ສາມາດເອົາຕົວເອງລອດໃຫ້ຜ່ານພົ້ນໄປໄດ້ຢ່າງເປັນໂຊກ
ວຽກງານ: ຈະພົບເລື່ອງປ່ຽນແປງແບບບໍ່ຄາດຝັນ ພົບຄວາມກົດດັນແຕ່ສຸດທ້າຍຈະພົບຄວາມໂຊກດີ
ຄວາມຮັກ: ລະວັງຄໍາເວົ້າຈະສົ່ງຜົນຕໍ່ຄວາມສໍາພັນຂັດແຍ່ງ ຕ້ອງລະວັງການສື່ສານທີ່ບໍ່ເຂົ້າໃຈກັນ
ວັນພະຫັດ
ການເງິນ: ຊອກເຂົ້າມາໄດ້ຢ່າງຕໍ່ເນື່ອງ ເພີ່ມຕຶ່ມເພີ່ມຂຶ້ນເລື້ອຍໆໃນໄລຍະນີ້ນັ້ນເອງ
ວຽກງານ: ຈະເຮັດທຸລະກິດສິ່ງໃດໃນໄລຍະນີ້ຈະປະສົບຄວາມສໍາເລັດທີ່ດີໄປທຸກຢ່າງ ຈະຈັບທຸລະກິດໃດກໍເປັນເງິນເປັນຄໍາໄປໝົດ
ຄວາມຮັກ: ເບິ່ງຄືຈະດີແຕ່ກໍຍັງບໍ່ແມ່ນ ເພາະໃນໄລຍະນີ້ຍັງໃຊ້ເວລາໄປເຮັດແນວອື່ນຫຼາຍກວ່າ
ວັນສຸກ
ການເງິນ: ຊອກໄດ້ຫຼາຍກໍຕ້ອງຈ່າຍອອກໄປຫຼາຍ ໃນໄລຍະນີ້ບໍ່ສາມາດຄວບຄຸມລາຍຈ່າຍໄດ້ດີພໍຄືແຕ່ກ່ອນ ເພາະລາຍຈ່າຍຫຼາຍກວ່າລາຍຮັບ
ວຽກງານ: ລະວັງເບິ່ງຄືຢາກຈະເລີ່ມທຸລະກິດໃໝ່ໃນໄລຍະນີ້ ແລະ ແຜນວຽກໃໝ່ໆທີ່ຈະເລີ່ມ ແຕ່ກໍ່ຍັງບໍ່ໄດ້ດັ່ງໃຈປານໃດກັບຄວາມກ້າວໜ້າ ຈຶ່ງຍັງຕ້ອງໃຊ້ເວລາໃນໄລຍະໜຶ່ງເພື່ອສ້າງທຸລະກິດຕໍ່ໄປ
ຄວາມຮັກ: ສຸກສົມຫວັງ ແລະ ລົງຕົວໃນເລື່ອງຄວາມຮັກ ມີໂອກາດພົບຮັກ ພົບຄົນທີ່ຖືກໃຈ ເຂົາເປັນຄົນເກັ່ງ ມີຄວາມສາມາດ ຜິວຂາວ
• ວັນເສົາ
ການເງິນ: ຊອກເຂົ້າມາໄດ້ຢ່າງຕໍ່ເນື່ອງ ແລະ ເປັນໂຊກ ໃນໄລຍະນີ້ດວງຊະຕາທາງດ້ານການເງິນດີຂຶ້ນກວ່າແຕ່ກ່ອນ
ວຽກງານ: ວຽກຄ້ອນຂ້າງຟ້າວເປັນພິເສດໃນໄລຍະນີ້ ເຮັດໃຫ້ຮູ້ສຶກເມື່ອຍ ແລະ ເບື່ອໆ ຈຶ່ງຢາກຈະພັກຜ່ອນ ຫຼືພັກຮ້ອນຫຼາຍ
ຄວາມຮັກ: ພົບຄົນເກັ່ງມີຄວາມສາມາດ ເຂົາເປັນຄົນໃຈຮ້ອນ ແຕ່ກໍຍັງບໍ່ແມ່ນແບບທີ່ຕົວເອງມັກ ຈຶ່ງເປັນການເບິ່ງໆກັນໄປກ່ອນຫຼາຍກວ່າ
ແບ່ງປັນ