Breaking News

ເປັນກຳລັງໃຈໃຫ້ນາງງາມຈາກລາວແດ່!!! ສາວລາວເດີນທາງປະກວດ Miss Tourism Queen International 2018

ແບ່ງປັນ

(ລາວສູ້ໆ…ເຊຍລາວສູ້ໆໆໆ) ເປັນກຳລັງໃຈໃຫ້ ເມ ວະລິສະລາ ຕັງສຸວັນ ກັນແດ່ພີ່ນ້ອງຊາວລາວ, ຫຼ້າສຸດສາວຄົນນີ້ກໍ່ເດີນທາງເປັນສາວງາມຈາກປະເທດລາວເຮົາເພື່ອປະກວດໃນເວທີ “Miss Tourism Queen International 2018” ເຊິ່ງໄດ້ຈັດຂຶ້ນຢູ່ທີ່ປະເທດໄທ ແລະ ມີສາວງາມຈາກທົ່ວທຸກມຸມໂລກໄປຮ່ວມແຂ່ງຂັນເຖິງ 67 ປະເທດ (ໂອ້!! ວ້າວວວ), ແຕ່ງານນີ້ຮັບຮອງເລີຍວ່າ ສາວ ເມ ຂອງເຮົາກໍ່ມີຄວາມພ້ອມແບບລ້ານເປີເຊັນ ເພາະສາວຄົນນີ້ກໍ່ບໍ່ແມ່ນໜ້າໃໝ່ໃນການປະກວດໃນເວທີນາງງາມ ມີປະສົບການມາແລ້ວຫຼາຍຕໍ່ຫຼາຍເວທີ…ເຊື່ອວ່າຕ້ອງມີຄວາມໝັ້ນໃຈ ແລະ ເຮັດອອກມາໄດ້ດີແນ່ນອນ.

ສຳລັບການປະກວດ  “Miss Tourism Queen International 2018” ແມ່ນຢູ່ໃນຊ່ວງທີ່ສາວງາມກຳລັງເກັບຕົວ ຮ່ວມກິດຈະກຳຕ່າງໆກັບທາງກອງປະກວດ, ຢ່າງໃດຄົນລາວເຮົາກໍ່ຢ່າລືມທຸ້ມເທຈິດໃຈເຊຍລາວເົຮາແດ່ເດີ້… #ຮັກລາວເຊຍລາວ ??

ຮູບພາບຈາກ: Varissara May Tangsouvanh

ແບ່ງປັນ