Breaking News

ເຊົາເຮັດໂຕອ່ອນແອໄດ້ແລ້ວວວ! ລຸກຂຶ້ນມາເປັນແມ່ຍິງທີ່ Strong ບໍ່ງໍ້ໃຜໃຫ້ເສຍປຽບກັນເທາະ…

ແບ່ງປັນ

 

ໝົດເວລາເປັນແມ່ຍິງຍຸກເກົ່າ ປ່ຽນມາເປັນແມ່ຍິງຍຸກໃໝ່ນຳກັນດີກວ່າ ແບບວ່າສາຍ Strong ສຸດໆ ອັນໃດກໍເຮັດໄດ້ດ້ວຍຕົນເອງ ບໍ່ຕ້ອງງໍ້ໃຫ້ໃຜເຮັດໃຫ້ ບໍ່ຕ້ອງໄປໃສ່ໃຈກັບເລື່ອງບໍ່ເປັນເລື່ອງ ຫຼືຕົນເປັນທີ່ເພິ່ງແຫ່ງຕົນນັ້ນເອງ ເຮັດບໍ່ຍາກເລີຍສາວໆ ພ້ອມທີ່ຈະປ່ຽນແປງຕົວເອງແລ້ວ ຫຼືຍັງ… ຖ້າພ້ອມແລ້ວມາເບິ່ງກັນເລີຍ ແມ່ຍິງສາຍ Strong ເຂົາເຮັດແນວໃດແດ່???

 

  1. ບໍ່ງໍ້ໃຜ… ໝັ້ນໃຈລຸຍເອງ

ເຊື່ອວ່າຫຼາຍໆຄົນຖ້າມີແຟນແລ້ວ ກໍຢາກໃຫ້ແຟນເອົາໃຈເປັນທໍາມະດາ… ຢາກໄດ້ຫຍັງກໍອອດອ້ອນເຂົາກໍຕາມໃຈແລ້ວ ກັບໝູ່ເພື່ອນກໍຄືກັນ ເວລາຈະນັດກັນໄປໃສກໍຕ້ອງຖ້າໃຫ້ຄົບແກ້ງຈຶ່ງໄດ້ໄປ. ເບື່ອແມ່ນບໍ່ສາວໆ ຖ້າບໍ່ຢາກເກີດຄວາມຮູ້ສຶກແບບນີ້ຕະຫຼອດກໍຕ້ອງ… ຢ່າໄປສົນໃຈ ຢ່າໄປ Care ຄົນອື່ນໃຫ້ຫຼາຍເກີນໄປ Care ຕົວເຮົາເອງດີກວ່າ ແບບວ່າເຮັດຫຍັງ ຢາກໄປໃສ ກໍເຮັດດ້ວຍຕົວເອງໄປເລີຍ ເຊື່ອເທາະວ່າມັນຈະດີກວ່າເກົ່າຫຼາຍເລີຍ

  1. ປາກກັບໃຈຕົງກັນ

ສາວໆຈະມົວເສຍເວລາຢູ່ກັບສິ່ງທີ່ອຶດອັດ ຫຼືສິ່ງຕົວເອງບໍ່ມັກຢູ່ເຮັດຫຍັງ … ແບບວ່າ “ຈະບໍ່ທົນກັບມັນອີກຕໍ່ໄປ” ນັ້ນແຫຼະ ລະເບີດອອກໄປເລີຍ … ວ່າບາງຄັ້ງການກະທໍາຂອງໃຜບາງຄົນນັ້ນ ເຮົາກໍບໍ່ໄດ້ຍິນດີນໍາພໍເທົ່າໃດ … ມີຫຍັງກໍເວົ້າຕົງໆກັນໄປເລີຍສາວໆ

  1. ບໍ່ອ່ອນໄຫວກັບເລື່ອງບໍ່ເປັນເລື່ອງ

ເປັນເລື່ອງຍາກທີ່ຈະເບິ່ງໃຫ້ໂລກນີ້ງາມຕະຫຼອດເວລາ … ແຕ່ຄິດບວກຊີວິດກໍຈະຍິ່ງບວກເດີ້ສາວໆ ສະນັ້ນ ຢ່າໃຫ້ເລື່ອງບໍ່ເປັນເລື່ອງເຂົ້າມາບັ່ນທອນຈິດໃຈຂອງເຮົາໄດ້ ແລ້ວເອົາມັນອອກໄປ ຢ່າໄປເສຍເວລາກັບສິ່ງໄຮ້ສາລະເຫຼົ່ານັ້ນເລີຍ ເວລາຂອງເຮົາມີຄ່າ ຊອກຫຍັງເຮັດທີ່ມີປະໂຫຍດ ແລະ ດີຕໍ່ໃຈຂອງເຮົາດີກວ່າເຊັ່ນ: ການອ່ານໜັງສື, ຮ້ອງຄາລາໂອເກະ ຫຼືເບິ່ງຮູບເງົາ … ເທົ່ານີ້ກໍຊ່ວຍເຮົາໄດ້ແລ້ວ

  1. ໝັ້ນໃຈທຸກຄັ້ງກ່ອນອອກຈາກເຮືອນ

ກ່ອນອອກຈາກເຮືອນ ແນ່ນອນເຮົາຕ້ອງໝັ້ນໃຈຕົວເອງກ່ອນວ່າ ເຮົາງາມ ເຮົາເລືອກໄດ້ ແບບວ່າພູມໃຈໃນຕົວເອງສຸດໆໄປເລີຍ ບໍ່ຍາກເລີຍແມ່ນບໍ່ສາວໆ ພຽງແຕ່ມີຄວາມໝັ້ນໃຈ ແມ່ນຫຍັງກໍງ່າຍຂຶ້ນຫຼາຍເລີຍອີ່ຫຼີ … ແຟນເກົ່າທີ່ເຄີຍຖິ້ມເຮົາໄປ ຢ່າໄປສົນ ຢ່າໄປ Care ເຮົາຕ້ອງເຮັດໃຫ້ເຂົາຄິດຜິດທີ່ເລືອກຄົນນັ້ນ … ແລະ ທີ່ສໍາຄັນເມື່ອເຮົາເຮັດໄດ້ເຂົາຕ້ອງກັບມາງໍ້ຂໍຄືນດີກັບເຮົາຢ່າງແນ່ນອນ ເມື່ອເຖິງເວລານັ້ນເຮົາກໍເອົາຄືນໃຫ້ສະໃຈໄປເລີຍ…ວູ້ໆໆໆ

  1. ງົດດຣາມ່າ ໃຊ້ເວລາໃຫ້ມີຄ່າ

ຊີວິດຄູ່ … ບໍ່ແມ່ນເລື່ອງງ່າຍ ແຕ່ກໍບໍ່ແມ່ນວ່າສາວໆຄືເຮົາຈະເຮັດບໍ່ໄດ້ ພຽງແຕ່ຢ່າໄປຈິນຕະນາການອັນໃດຫຼາຍເກີນໄປ ຕ່າງຄົນຕ່າງມີໜ້າທີ່ໃຫ້ຕ້ອງເຮັດ ເຂົາກໍເຮັດວຽກ ເຮົາກໍເຮັດວຽກ ເຂົາຮຽນ ຫຼືເຮົາຮຽນ … ເປັນຫຍັງເຂົາບໍ່ໂທຫາ ຫາຍໄປໃສ ເຮັດຫຍັງຢູ່ ເປັນຫຍັງບໍ່? ຢ່າປ່ອຍໃຫ້ສາລະພັດຄໍາຖາມເຫຼົ່ານີ້ມາທໍາຮ້າຍຈິດໃຈຂອງສາວໆເລີຍ ຈະຮູ້ສຶກເສຍໃຈລ້າໆ ເອົາເວລາມາເຮັດໃຫ້ຕົວເອງຮູ້ສຶກມີຄຸນຄ່າຂຶ້ນມາດີກວ່າເຊັ່ນ: ໄປ Shopping ໃຫ້ສະບາຍໃຈ, ຊື້ຕົ້ນໄມ້ມາປູກໃສ່ໜ້າເຮືອນ, ຈັດສວນ, ເຮັດວຽກເຮືອນ, ອອກກໍາລັງກາຍ ແລະ ອື່ນໆ ທີ່ເຮັດໃຫ້ສະບາຍໃຈ … ແລ້ວເຈົ້າຈະລືມຄວາມຮູ້ສຶກນັ້ນໄປເອງ ເທົ່ານີ້ກໍມີຄວາມສຸກແລ້ວ.

ຂວັນໃຈ ຂໍເປັນກຳລັງໃຈໃຫ້ທຸກໆຄົນ!!!

ທີ່ມາ: ວາລະສານ ຂວັນໃຈ

ແບ່ງປັນ