Breaking News

ດວງປະຈຳວັນ ພຸດ, ວັນທີ 16 ພຶດສະພາ 2018

ແບ່ງປັນ

ວັນອາທິດ
ການເງິນ: ຈະຊອກເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງໃນໄລຍະນີ້ ແລະ ຈະຊື້ເຄື່ອງທີຢາກໄດ້ມາດົນເພື່ອມອບໃຫ້ເປັນລາງວັນຊີວິດຕົວເອງກໍເປັນໄດ້
ວຽກງານ: ຕ້ອງລະວັງເອກະສານສັນຍາທີ່ສົ່ງຜົນຕໍ່ຄວາມລ່າຊ້າ ແລະ ວຽກຕ່າງໆຍັງຄ້ອນຂ້າງຫຍຸ້ງຫຼາຍໃນໄລຍະນີ້ ແລະ ຍັງຕ້ອງໃຊ້ສາຍຕາຄ້ອນຂ້າງຫຼາຍນໍາອີກ
ຄວາມຮັກ: ສຸກສົມຫວັງ ແລະ ລົງຕົວເລື່ອງຄວາມຮັກ ໄລຍະນີ້ມີໂອກາດພົບຄົນທີ່ຖືກໃຈ ເຂົາເປັນຄົນມີສະເໜ ມີຄວາມສາມາດ ມີຄວາມພຽບພ້ອມທຸກຢ່າງ

• ວັນຈັນ
ການເງິນ: ໂຊກດີມີໂຊກຈະໄດ້ເງິນເຂົ້າມາແບບບໍ່ຄາດຝັນ ໄດ້ເງິນເຂົ້າມາຈາກຄວາມຕັ້ງໃຈເຮັດວຽກ ແລະ ເມື່ອມີຄວາມກັງວົນໃຈແລ້ວຫຼັງຈາກນັ້ນຈະສາມາດຊອກເງິນເຂົ້າມາໄດ້ສະເໝີ
ວຽກງານ: ການເຈລະຈາປະສານວຽກຈະປະສົບຜົນສໍາເລັດຂຶ້ນ ມີການປ່ຽນແປງພັດທະນາໄປໃນທິດທາງທີ່ດີຂຶ້ນ ແລະ ມີໂອກາດສ້າງຄວາມກ້າວໜ້າໃຫ້ກັບຕົນເອງໃນໄລຍະນີ້
ຄວາມຮັກ: ມີໂອກາດພົບຮັກ ພົບຄົນທີ່ຖືກໃຈ ຄົນທີ່ເຂົ້າມາໃນໄລຍະນີ້ອາຍຸຫຼາຍກວ່າ ເຂົາຈະນໍາໂຊກ ແລະ ຄວາມສຸກມາສູ່ເຈົ້າ
ວັນອັງຄານ

ການເງິນ: ຊອກເຂົ້າມາໄດ້ກໍຕ້ອງຈ່າຍອອກໄປ ແຕ່ກໍ່ສາມາດຊອກເຂົ້າມາໄດ້ເພີ່ມຕຶ່ມທຸກຄັ້ງ ຫຼັງຈາກທີ່ໃຊ້ອອກໄປແລ້ວນັ້ນເອງ
ວຽກງານ: ຮູ້ສຶກເບື່ອໆຢາກຈະປ່ຽນແປງໃນໄລຍະນີ້ ແຕ່ເມື່ອຕັ້ງໃຈທີ່ຈະເຮັດກໍ່ສໍາເລັດໄດ້່ນັ້ນເອງ ມີການເດີນທາງເລື່ອງວຽກຕະຫຼອດ ທັງໃນປະເທດ ແລະ ນອກປະເທດ
ຄວາມຮັກ: ພາບລວມຍັງຢູ່ໃນເກນທີ່ສົມຫວັງ ແລະ ມີຄວາມສຸກດີໃນໄລຍະນີ້ ເຖິງຈະມີເລື່ອງເຂົ້າໃຈຜິດກັນແນ່ ແຕ່ກໍຍັງສາມາດປັບຄວາມເຂົ້າໃຈກັນໄດ້
ວັນພຸດ
ການເງິນ: ຊອກເຂົ້າມາໄດ້ຢ່າງຕໍ່ເນື່ອງ ແລະ ກໍຕ້ອງຈ່າຍອອໄປຢ່າງຕໍ່ເນື່ອງເຊັ່ນກັນ ດວງຊະຕາດ້ານການເງິນດີຂຶ້ນກວ່າແຕ່ກ່ອນຫຼາຍ
ວຽກງານ: ຄວາມດຸໝັ່ນຈະນໍາພາໂອກາດທີ່ດີມາສູ່ຕົນເອງ ເລື່ອງວຽກທີ່ຄິດວ່າຈົບໄປແລ້ວ ກໍຈະໄດ້ຮັບໂອກາດໃໝ່ເຂົ້າມາເຮັດໃຫ້ເກີດຄວາມສໍາເລັດທີ່ດີໃນການເລີ່ມຕົ້ນໃໝ່ນັ້ນເອງ
ຄວາມຮັກ: ໂດດເດັ່ນຈະພົບຄົນຜິວຂາວໃນໄລຍະນີ້ທີ່ເຂົ້າມາ ເຂົາຈະນໍາຂ່າວດີ ຫຼື ຄວາມສຸກບາງຢ່າວມາໃຫ້ເຈົ້ານໍາອີກ
• ວັນພະຫັດ
ການເງິນ: ຊອກເຂົ້າມາໄດ້ຢ່າງຕໍ່ເນື່ອງ ແລະ ເປັນໂຊກ ໃນໄລຍະນີ້ດວງຊະຕາດ້ານການເງິນດີຂຶ້ນກວ່າແຕ່ກ່ອນຫຼາຍ
ວຽກງານ: ໄລຍະນີ້ຮູ້ສຶກເມື່ອຍກ່ຽວກັບເລື່ອງວຽກ ແຕ່ຄວາມສໍາເລັດຄືກໍາໄລທີ່ໄດ້ຕາມເປົ້າໝາຍ
ຄວາມຮັກ: ຕົນເອງເປັນຄົນມີສະເໜຈຶ່ງມີຄົນຢາກຈະເຂົ້າມາຮູ້ຈັກ ຫຼື ໃຫ້ຄວາມຊ່ວຍເຫຼືອອຸປະຖໍາຢູ່ເລື້ອຍໆ
ວັນສຸກ
ການເງິນ: ຈະຊອກເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງໃນໄລຍະນີ້ ດວງຊະຕາດ້ານການເງິນດີຂຶ້ນກວ່າແຕ່ກ່ອນ ເຖິງຈະພົບຄວາມຕຶງຄຽດຢູ່ແນ່ ແຕ່ກໍຈະສາມາດຊອກເຂົ້າມາໄດ້ຢ່າງທ່ວງທັນ
ວຽກງານ: ມີຄວາມກັງວົນໃຈໃນເລື່ອງຂອງວຽກ ແລະ ມີເລື່ອງເລັ່ງດ່ວນທີ່ຕ້ອງຕັດສິນໃຈເລື່ອງວຽກງານ ແຕ່ກໍ່ຈະສາມາດແກ້ໄຂໃຫ້ຜ່ານພົ້ນໄປໄດ້່ດ້ວຍດີ
ຄວາມຮັກ: ຜູ້ທີ່ມີຄວາມຮັກແລ້ວໄລຍະນີ້ຢູ່ໃນເກນທີ່ຄົງທີ່ ຜູ້ທີ່ຍັງບໍ່ມີໃຜຄົນທີ່ເຂົ້າມາໃນໄລຍະນີ້ເປັນຄົນທີ່ອາຍຸນ້ອຍກວ່າ
ວັນເສົາ
ການເງິນ: ໂຊກດີມີໂຊກຈະໄດ້ເງິນເຂົ້າມາເພີ່ມຕຶ່ມເພີ່ມຂຶ້ນ ເມື່ອມີເລື່ອງທີ່ຕ້ອງຈ່າຍອອກໄປ ກໍຈະສາມາດຊອກເຂົ້າມາໄດ້ຢ່າງໄວວາເຊັ່ນກັນ
ວຽກງານ: ຕິດຂັດຢູ່ແນ່ ແຕ່ເມື່ອໃຊ້ຄວາມພະຍາຍາມກໍຈະສາມາດສ້າງໂອກາດ ແລະ ຄວາມສໍາເລັດທີ່ດີໃຫ້ແກ່ຕົນເອງໄດ້
ຄວາມຮັກ: ຍັງຮັກສາສະຖານະຄວາມສໍາພັນແບບໝູ່ໄປກ່ອນ ຍັງບໍ່ພ້ອມທີ່ຈະເລື່ອນສະຖານະໃນຕອນນີ້ ຍັງຕ້ອງເບິ່ງໆກັນໄປກ່ອນຫຼາຍກວ່າ

ແບ່ງປັນ