Breaking News

ບໍ່ເຮັດໃຫ້ຄົນລາວຜິດຫວັງ! ນາງງາມຈາກລາວຄວ້າລາງວັນໃນເວທີ Miss Tourism Queen International 2018!!!

ແບ່ງປັນ

ບໍ່ເຄີຍເຮັດໃຫ້ຄົນລາວຜິດຫວັງ! ສຳລັບ ເມວະລິສະລາ ຕັງສຸວັນ ນາງງາມຕົວແທນຈາກປະເທດລາວລາວ ທີ່ໄປປະກວດໃນເວທີ Miss Tourism Queen International 2018 ແລະ ຍັງສາມາດນຳເອົາລາງວັນພິເສດກັບມາຝາກພີ່ນ້ອງຊາວລາວ ໂດຍນາງໄດ້ລາງວັນພິເສດໃນການແຂ່ງຂັນນີ້ກໍ່ຄຶ ລາງວັນ “Miss Skin Beauty” ພຸ້ນເດີ້… (ຊົມເຊີຍເກັ່ງຫຼາຍໆ)

ສຳລັບ ເມ ວະລິສະລາ ສາວງາມນັກສູ້ຄົນນີ້ ເອີ້ນໄດ້ວ່າໄປປະກວດເວທີໃດເພິ່ນກໍ່ບໍ່ເຄີຍພາດລາງວັນເລີຍ ເພາະນາງມີຄວາມສາມາດ ກ້າສະແດງອອກ ມີຄວາມສາມາດດ້ານພາສາທັງ ພາສາ ອັງກິດ ແລະ ຈີນ, ແລະ ໃນເວທີ Miss Tourism Queen International 2018 ເຖິງສາວ ເມ ເພິ່ນຈະບໍ່ໄດ້ສວມມົງກຸດລາງວັນທີ 1 ແຕ່ຖືວ່າເຮັດໄດ້ດີຫຼາຍໆ ສາມາດສ້າງຊື່ສຽງໃຫ້ແກ່ປະເທດລາວ ແຖມຍັງເອີ້ນຄວາມສົນໃຈຈາກທາງກອງປະກວດ ແລະ ສື່ມວນຊົນຕ່າງຊາດໄດ້ເປັນຢ່າງດີ.

ຮູບພາບ: Varissara May Tangsouvanh

ແບ່ງປັນ