Breaking News

ຄວນຮູ້! ເງື່ອນໄຂ ແລະ ຂອບເຂດ ຂອງການເຮັດວຽກເພີ່ມໂມງ ຫຼື OT

ແບ່ງປັນ

ພະນັກງານ Office ທັງຫຼາຍເອີຍ! ການເຮັດວຽກເພີ່ມໂມງ ຫຼື Overtime (OT) ເປັນສິ່ງທີ່ເກີດຂຶ້ນໄດ້ໃນທຸກໆບໍລິສັດ ແລະອົງການຈັດຕັ້ງ ສະນັ້ນ  ເງື່ອນໄຂ ແລະຂອບເຂດຂອງການເຮັດວຽກເພີ່ມໂມງ ທີ່ຖືກຕ້ອງຕາມ ກົດໝາຍວ່າດ້ວຍແຮງງານ ສະບັບປັບປຸງ (2014) ຂອງບ້ານເຮົາ ຈຶ່ງເປັນສິ່ງທີ່ເຮົາຄວນຮູ້ ແລະ ເຂົ້າໃຈໄວ້ ເພື່ອປ້ອງກັນການຖືກເອົາປຽບ ຫຼືຖືກໃຊ້ເຮັດວຽກເກີນຂອບເຂດທີ່ກົດໝາຍເພິ່ນກຳນົດໄວ້ ລາຍລະອຽດຈະມີແນວໃດ ໄປເບິ່ງພ້ອມກັນເລີຍ:  

ມາດຕາ 53. ການເຮັດວຽກເພີ່ມໂມງ: ໃນກໍລະນີ ມີຄວາມຈຳເປັນ ຜູ້ໃຊ້ແຮງງານ ສາມາດຮຽກຮ້ອງໃຫ້ຜູ້ອອກແຮງງານ ເຮັດວຽກເພີ່ມໂມງ ແຕ່ຕ້ອງໄດ້ຮັບຄວາມເຫັນດີຈາກໜ່ວຍກຳມະບານ ຫຼືຜູ້ຕາງໜ້າຜູ້ອອກແຮງງານ ຫຼືຜູ້ອອກແຮງງານສ່ວນຫຼາຍເສຍກ່ອນ.

ຊົ່ວໂມງເຮັດວຽກເພີ່ມ ໃນເດືອນໜຶ່ງ ບໍ່ໃຫ້ເກີນ 45 ຊົ່ວໂມງ ຫຼື ວັນໜຶ່ງ ບໍ່ໃຫ້ເກີນ 3 ຊົ່ວໂມງ, ແຕ່ບໍ່ໃຫ້ເຮັດວຽກເພີ່ມໂມງເກີນ 4 ວັນ ຕິດຕໍ່ກັນ ເວັ້ນເສຍແຕ່ ໃນກໍລະນີທີ່ມີເຫດສຸກເສີນເກີດຂຶ້ນ ເຊັ່ນ: ໄພພິບັດ ຫຼື ເຫດບັງເອີນ ທີ່ຈະນຳຄວາມເສຍຫາຍອັນໃຫຍ່ຫຼວງມາສູ່ຫົວໜ່ວຍແຮງງານ.

ໃນການເຮັດວຽກເພີ່ມໂມງແຕ່ລະຄັ້ງ ຜູ້ໃຊ້ແຮງງານ ຕ້ອງແຈ້ງລ່ວງໜ້າ ແລະອະທິບາຍຄວາມຈຳເປັນໃນການເຮັດວຽກນີ້ ໃຫ້ຜູ້ອອກແຮງງານ ພ້ອມທັງຈ່າຍຄ່າແຮງງານເພີ່ມໂມງ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້.

ຖ້າມີຄວາມຈຳເປັນຕ້ອງໄດ້ເຮັດວຽກເພີ່ມໂມງ ເກີນກວ່າ 45 ຊົ່ວໂມງຕໍ່ເດືອນ ຜູ້ໃຊ້ແຮງງານ ຕ້ອງສະເໜີຂໍອະນຸຍາດ ຈາກອົງການ ຄຸ້ມຄອງວຽກງານແຮງງານ ໂດຍໄດ້ຮັບການເຫັນດີຈາກໜ່ວຍກຳມະບານ ຫຼືຜູ້ຕາງໜ້າຜູ້ອອກແຮງງານ ຫຼືຜູ້ອອກແຮງງານສ່ວນຫຼາຍ ໃນຫົວໜ່ວຍ ແຮງງານຂອງຕົນເສຍກ່ອນ.

ທີ່ມາຈາກ: ວາລະສານ ຂວັນໃຈ

ແບ່ງປັນ