Breaking News

ດວງປະຈຳວັນ ຈັນ, ວັນທີ 21 ພຶດສະພາ 2018

ແບ່ງປັນ
ວັນອາທິດ
ການເງິນ: ມີຄວາມສະບາຍໃຈຂຶ້ນທາງດ້ານການເງິນ ມີຄວາມໝັ້ນຄົງຂຶ້ນ ຫຼື ຈະໄດ້ຂອງຝາກ ເຄື່ອງທີ່ຖືກໃຈເຂົາມາແບບບໍ່ທັນຕັ້ງຕົວ
ວຽກງານ: ການຕິດຕໍ່ເຈລະຈາ ແລະການໃຊ້ວາທະສິນເປັນເລື່ອງສໍາຄັນ ມີຄວາມພະຍາຍາມທີ່ຈະສ້່າງໂອກາດ ຫຼືຄວາມສໍາເລັດທີ່ດີສົ່ງຜົນດີ ແຕ່ກໍ່ຕ້ອງຝ່າຟັນອຸປະສັກອີກຫຼາຍຂັ້ນຕອນ
ຄວາມຮັກ: ຄວາມສໍາພັນດ້ານຄວາມຮັກຢູ່ໃນສະຖານະການທີ່ດີ ຫຼືຖືກພັດທະນາໄປໃນທາງທີ່ເລິກເຊິ່ງຫຼາຍຂຶ້ນ

• ວັນຈັນ
ການເງິນ: ໂຊກດີມີໂຊກ ຈະໄດ້ເງິນເຂົ້າມາເພີ່ມຕຶ່ມເພີ່ມຂຶ້ນຢ່າງເປັນໂຊກເລື້ອຍໆໃນໄລຍະນີ້ ໄດ້ເຂົ້າມາງ່າຍໆ ຫຼືໄດ້ຈາກການສ່ຽງໂຊກ
ວຽກງານ: ໄລຍະນີ້ມີການເດີນທາງເພື່ອຕິດຕໍ່ວຽກກໍ່ເປັນໄດ້ ບໍ່ວ່າຈະເປັນປະເທດ ຫຼື ນອກປະເທດ ຄົນຮັກຈະມີສ່ວນຊ່ວຍສົ່ງເສີມທາງດ້ານວຽກໄດ້ເປັນຢ່າງດີ
ຄວາມຮັກ: ສຸກສົມຫວັງເລື່ອງພາບລວມດ້ານຄວາມຮັກ ເກີດຄວາມສຸກ ຄູ່ທີ່ແຕ່ງງານແລ້ວຈະມີຂ່າວດີເລື່ອງການມີລູກ

• ວັນອັງຄານ
ການເງິນ: ຊອກເຂົ້າມາໄດ້ເພີ່ມຕຶ່ມ ເພີ່ມຂຶ້ນຢ່າງເປັນໂຊກດີໃນໄລຍະນີ້ ມີຄວາມກັງວົນໃຈຢູ່ແນ່ ແຕ່ກໍ່ຈະພົບເລື່ອງທີ່ເຮັດໃຫ້ດີໃຈເລື່ອງການເງິນເຂົ້າມາຢູ່
ວຽກງານ: ເຮັດວຽກສິ່ງໃດໃນໄລຍະນີ້ເກີດຄວາມເລັ່ງດ່ວນ ແຕ່ກໍ່ຕ້ອງບໍ່ລືມຄວາມຮອບຄອບນໍາ ແຕ່ກໍ່ຈະມີບໍລິວານຊ່ວຍເຫຼືອໃຫ້ຜ່ານພົ້ນໄປໄດ້
ຄວາມຮັກ: ເບິ່ງຄືຈະດີແຕ່ກໍ່ຍັງບໍ່ແມ່ນ ໃຫ້ລະວັງເລື່ອງຂັດແຍ່ງກັບຄົນຮັກໃນໄລຍະນີ້ ໃຫ້ໃຊ້ເຫດຜົນຄົບກັນເພື່ອປະຄັບປະຄອງຄວາມສໍາພັນກັນໄວ້
ວັນພຸດ
ການເງິນ: ໄລຍະນີ້ຊອກເຂົ້າມາໄດ້ເລື້ອຍໆ ມີຄວາມກັງວົນໃຈແນ່ ແຕ່ກໍ່ຈະເກີດຄວາມໂຊກດີ ຫຼືໄດ້ເງິນເຂົ້າມາໃນພາຍຫຼັງ
ວຽກງານ: ການຕິດຕໍ່ປະສານວຽກຕ່າງໆ ຈະກໍ່ໃຫ້ເກີດໂຊກດີ ແຕ່ກໍຕ້ອງໃຊ້ຄວາມພະຍາຍາມຫຼາຍໃນເລື່ອງການສ້າງໂອກາດທາງທຸລະກິດ ໂດຍບໍ່ຍໍ່ທໍ້ຕໍ່ອຸປະສັກ
ຄວາມຮັກ: ໄລຍະນີ້ຄວາມຮັກຄວາມສໍາພັນລົງຕົວຫຼາຍຂຶ້ນ ສະຖານະການພາບລວມກໍຍັງມີຄວາມສຸກດ້ານຄວາມຮັກນັ້ນເອງ
• ວັນພະຫັດ
ການເງິນ: ມີເລື່ອງທີ່ຕ້ອງຈ່າຍອອກໄປສະເໝີ ບໍ່ສາມາດຄວບຄຸມລາຍຈ່າຍໄດ້ດີພໍ ແລະ ໃຫ້ລະວັງໃຜບາງຄົນທີ່ຈະເຂົ້າມາຢືມເງິນແລ້ວບໍ່ໄດ້ຄືນ ຫຼືໄດ້ຄືນແຕ່ບໍ່ເຕັມຈໍານວນ
ວຽກງານ: ຈະມີຄວາມກັງວົນໃຈຢູ່ແນ່ ແຕ່ກໍຈະໂຊກດີເພາະມີບໍລິວານ ຫຼືຜູ້ຮ່ວມງານຊ່ວຍເຫຼືອໃນການເຮັດວຽກໃຫ້ຜ່ານພົ້ນໄປຢ່າງເປັນໂຊກດີ
ຄວາມຮັກ: ເກີດຄວາມສຸກສົມຫວັງໃນການຈະໄດ້ຮັບຂ່າວສານຂໍ້ມູນບາງຢ່າງກ່ຽວກັບຄວາມຮັກ ຫຼື ເກີດຄວາມຮູ້ສຶກດີໆ ກັບໃຜບາງຄົນທີ່ຈະໄດ້ພົບໃນໄລຍະນີ້
ວັນສຸກ
ການເງິນ: ມີເລື່ອງໃຊ້ເງິນອອກໄປເປັນຈໍານວນຫຼາຍໃນໄລຍະນີ້ ເປັນເລື່ອງທີ່ຈໍາເປັນຕ້ອງຈ່າຍອອກໄປຢ່າງກະທັນຫັນບໍ່ທັນຕັ້ງຕົວ
ວຽກງານ: ເຮັດວຽກສິ່ງໃດໃນໄລຍະນີ້ຕ້ອງມີຄວາມລະອຽດຮອບຄອບໃຫ້ຫຼາຍກວ່າເກົ່າ ການຕິດຕໍ່ເຈລະຈາມີຄວາມສໍາເລັດໄວ ທຸລະກິດວຽກງານຈະເຮັດໄດ້ດີ ແລະ ມີຄວາມສໍາເລັດຄືເຮັດໃນສິ່ງທີ່ຖະນັດ
ຄວາມຮັກ: ລະວັງຄວາມແຕກແຍກ ຫຼືມີການຂັດແຍ່ງກັນກັບຄົນຮັກໃນໄລຍະນີ້ ຄວນຫຼີກລ່ຽງໃນການນັດພົບກັບຄົນຮັກ ຈຶ່ງກໍ່ໃຫ້ເກີດຄວາມໂຊກດີທາງດ້ານຄວາມສໍາພັນ
• ວັນເສົາ
ການເງິນ: ມີເລື່ອງທີ່ຕ້ອງຈ່າຍອອກໄປສະເໝີ ຫຼືຕ້ອງລົງທຶນກ່ຽວກັບທຸລະກິດ ແຕ່ກໍ່ສາມາດຊອກເຂົ້າມາໄດ້ທົດແທນ ແລະ ເປັນຈໍານວນຫຼາຍກວ່າເກົ່າ
ວຽກງານ: ມີຄວາມເປັນອິດສະຫຼະຫຼາຍຂຶ້ນ ການຕິດຕໍ່ເຈລະຈາເປັນເລື່ອງທີ່ສໍາຄັນໃນໄລຍະນີ້ ມີຄວາມກ້າວໜ້າທາງດ້ານທຸລະກິດວຽກງານຢ່າງໝັ້ນຄົງ
ຄວາມຮັກ: ຈະພົບໃຜທີ່ເຂົ້າມາໃນໄລຍະນີ້ ເປັນຄົນຜິວຂາວ ແຕ່ຍັງບໍ່ຄ່ອຍມີເວລາໃຫ້ເລື່ອງຄວາມຮັກ ເພາະຍັງໃຫ້ຄວາມສໍາຄັນດ້ານທຸລະກິດຫຼາຍກວ່າ
ແບ່ງປັນ