Breaking News

ດວງປະຈຳວັນ ອັງຄານ, ວັນທີ 22 ພຶດສະພາ 2018

ແບ່ງປັນ
• ວັນອາທິດ
ການເງິນ: ບໍ່ມີບັນຫາໃດໆ ແລະ ຍັງສາມາດຊອກເງິນເຂົ້າມາໄດ້ເພີ່ມຕຶ່ມ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ດວງຊະຕາດ້ານການເງິນຢູ່ໃນເກນທີ່ໂຊກດີຫຼາຍ
ວຽກງານ: ຈະເຮັດວຽກໃດໃນໄລຍະນີ້ຖືເປັນໂຊກດີ ຊື່ສຽງຈະຖືກເວົ້າເຖິງໃນທາງທີ່ດີ ສົ່ງຜົນຕໍ່ຄວາມຈະເລີນ ແລະ ຄວາມກ້າວໜ້າຫຼາຍ
ຄວາມຮັກ: ຍັງເບິ່ງໆກັນໄປກ່ອນ ແລະ ພິຈາລະນາຢູ່ຫຼາຍກວ່າ ເພາະທີ່ມີໃຫ້ກັນຍັງບໍ່ຫຼາຍພໍ ຕ້ອງທຸ່ມເທເວລາໃຫ້ກັນຫຼາຍກວ່ານີ້ຈຶ່ງຈະສົມຫວັງໃນເລື່ອງຄວາມຮັກໄດ້ນັ້ນເອງ

• ວັນຈັນ
ການເງິນ: ສະຖານະການຢູ່ສະພາບຊົງຕົວ ວາງແຜນການໃຊ້ຈ່າຍໄດ້ຢ່າງຮອບຄອບຄືທີ່ຜ່ານມາຈະສົ່ງຜົນຕໍ່ການສ້າງຄວາມສົມດຸນໃນເລື່ອງລາຍຮັບ ແລະລາຍຈ່າຍ
ວຽກງານ: ຈະເຮັດທຸລະກິດວຽກງານສິ່ງໃດໃນໄລຍະນີ້ຈະປະສົບຄວາມສໍາເລັດດີໄປທຸກຢ່າງ ດວງຊະຕາພົບຄວາມຈະເລີນຮຸ່ງເຮືອງດ້ານວຽກດີຂຶ້ນກວ່າແຕ່ກ່ອ
ຄວາມຮັກ: ວຽກມີໂອກາດນໍາພາໄປໃຫ້ພົບໃຜບາງຄົນ ແຕ່ຍັງບໍ່ຕັດສິນໃຈຕ້ອງເບິ່ງໆກັນໄປດກ່ອນ ເພາະຢາກສຶກສາເບິ່ງໃຈກັນຢູ່

• ວັນອັງຄານ
ການເງິນ: ໃນໄລຍະນີ້ຈະມີສະພາວະກົດດັນໃນເລື່ອງການເງິນ ຕ້ອງມີຄວາມລະມັດລະວັງໃນການໃຊ້ຈ່າຍ ເພາະບັນຫາເຫຼົ່ານີ້ຈະມີເຂົ້າມາເລື້ອຍໆ
ວຽກງານ: ລະວັງຄວາມຮີບຮ້ອນຈະເຮັດໃຫ້ເຮັດວຽກຜິດພາດ ເມື່ອຕ້ອງແກ້ໄຂຍິ່ງໃຊ້ເວລາຫຼາຍກວ່າເກົ່າ ຈົນເຮັດໃຫ້ພາດໂອກາດໄດ້ ຈຶ່ງຕ້ອງມີຄວາມສຸຂຸມຮອບຄອບໃຫ້ຫຼາຍທີ່ສຸດ
ຄວາມຮັກ: ຢາກຈະປະຕິເສດໃນເລື່ອງຄວາມສໍາພັນດ້ານຄວາມຮັກກັບຄົນທີ່ເຂົ້າມາໃນໄລຍະນີ້ ຫຼື ຢາກຈະເລີ່ມຕົ້ນໃໝ່ກໍບໍ່ຄ່ອຍແນ່ໃຈ ຍັງຄົງສອງຈິດສອງໃຈ ຕັດສິນໃຈບໍ່ໄດ້ນັ້ນເອງ
ວັນພຸດ
ການເງິນ: ລະມັດລະວົງໃນເລື່ອງຂອງການໃຊ້ເງິນ ແລະ ການໃຊ້ຈ່າຍເທົ່າທີ່ຈໍາເປັນເທົ່ານັ້ນ ແລະ ມີການວາງແຜນຮອບຄອບ ແລະ ຮັດກຸມ
ວຽກງານ: ຄວາມສະຫຼາດສະຫຼຽວຈະນໍາພາໂອກາດ ແລະ ຄວາມສໍາເລັດມາສູ່ຕົນເອງ ແຕ່ກໍຕ້ອງເກີດບັນຫາຢູ່ສະເໝີຈາກບໍລິວານທີ່ສ້າງເລື່ອງຂຶ້ນນັ້ນເອງ
ຄວາມຮັກ: ຈະມີການຂັດແຍ່ງກັນເລັກໜ້ອຍ ໃນເລື່ອງຄວາມຮັກ ແຕ່ໃນພາບລວມກໍຍັງມີຄວາມສຸກຢູ່
ວັນພະຫັດ
ການເງິນ: ມີໂຊກ ຈະໄດ້ເງິນເຂົ້າມາເພີ່ມຕຶ່ມເພີ່ມຂຶ້ນຢ່າງເປັນໂຊກ ມີເລື່ອງທີ່ຕ້ອງຈ່າຍອອກໄປ ແຕ່ກໍຈະຊອກເຂົ້າມາໄດ້ ດວງຊະຕາດ້ານການເງິນດີຂຶ້ນກວ່າແຕ່ກ່ອນຢ່າງເຫັນຢ່າງຊັດເຈ
ວຽກງານ: ຈະເຮັດສິ່ງໃດຈະເກີດຄວາມສໍາເລັດໃນໄລຍະນີ້ຢ່າງເປັນໂຊກດີ ໂດຍການເພີ່ງພາຕົນເອງໃຫ້ຫຼາຍໆ ຈຶ່ງຈະໄດ້ຮັບຄວາມສໍາເລັດ
ຄວາມຮັກ: ສຸກສົມຫວັງລົງຕົວໃນເລື່ອງຄວາມຮັກ ມີໂອກາດພົບຮັກ ພົບຄົນທີ່ຖືກໃຈຈາກການເຈລະຈາທຸລະກິດວຽກງານຈະໄດ້ພົບກັນ
• ວັນສຸກ
ການເງິນ: ມີໂຊກຈະໄດ້ເງິນເຂົ້າມາເພີ່ມຂຶ້ນໃນໄລຍະນີ້ກໍເປັນໄດ້ ດວງຊະຕາດ້ານການເງິນດີຂຶ້ນກວ່າແຕ່ກ່ອນຫຼາຍ
ວຽກງານ: ຈະຈັບທຸລະກິດໃດໆ ໃນໄລຍະນີ້ຈະປະສົບຄວາມສໍາເລັດດີຂຶ້ນດ້ວຍຄວາມສ້າງສັນ ແລະ ຄວາມພະຍາຍາມ ຊື່ສຽງຈະຖືກເວົ້າເຖິງໃນທາງທີ່ດີ ຜູ້ໃຫຍ່ໃຫ້ຄວາມສໍາຄັນເຮັດໃຫ້ເກີດຄວາມກ້າວໜ້າ
ຄວາມຮັກ: ສະຖານະການຍັງຄືເກົ່າທີ່ເປັນມາໃນມື້ວານ ໄລຍະນີ້ຈຶ່ງເປັນການທົບທວນເລື່ອງລາວຕ່າງໆ ທີ່ຜ່ານມາວ່າຈະດໍາເນິນໄປໃນຮູບແບບໃດຕໍ່ໄປ
• ວັນເສົາ
ການເງິນ: ພາບລວມຍັງຢູ່ໃນສະພາບຊົງຕົວ ບໍ່ມີເລື່ອງກັງວົນໃຈໃດໆໃນເລື່ອງການເງິນນັ້ນເອງ
ວຽກງານ: ຄວາມດຸໝັ່ນຈະນໍາພາໂອກາດ ຄວາມສໍາເລັດ ແລະ ຄວາມສຸກມາສູ່ຕົນເອງຢ່າງເປັນໂຊກດີຂຶ້ນສະເໝີ
ຄວາມຮັກ: ມີໂອກາດພົບຄົນມີສະເໜ່ ແຕ່ເປັນການເບິ່ງໆກັນໄປກ່ອນຍັງບໍ່ຕັດສິນໃຈໃນໄລຍະນີ້
ແບ່ງປັນ