Breaking News

ຈັດວ່າເດັດ! ຕ້ອງຈັບຕາເບິ່ງໄວ້ເລີຍ ນາງແບບລູກຊອດແຖວໜ້າ ແຕ່ລະຄົນຂໍບອກວ່າ…

ແບ່ງປັນ

ວົງການບັນເທິງບ້ານເຮົາກຳລັງຄຶກຄື້ນຄຶກຄັກ ມີນ້ອງໆນາງແບບໜ້າໃໝ່ ແຈ້ງເກີດມາໃຫ້ເຮົາໄດ້ຕິດຕາມ ຊື່ນຊົມຜົນງານກັນແບບບໍ່ຂາດສາຍ ແລະ ໃນມື້ນີ້ ຊະນີIndy ຈະພາໄປຮູ້ຈັກກັບນ້ອງໆນາງແບບ ຕາໃຫ່ຍ ໜ້າຄົມ ດັງໂມ ສູງຂາວ ເວົ້າແບບນີ້ແນ່ນອນເລີຍວ່າພວກເຂົາເປັນລູກຊອດ ທີ່ມາແຈ້ງເກີດໃນວົງການຕັ້ງແຕ່ອາຍຸຍັງນ້ອຍໆ ໄວລະອ່ອນ (ໂອ້ຍ!!! ສະໄໝເຮົາແຕ່ກີ້ຊໍ່ານີ້ບອກເລີຍວ່າຍັງຫຼິ້ນເຕັ້ນຍາງຢູ່ 555) ເອົ້າ!!! ລອງໄປຮູ້ຈັກແຕ່ລະນາງເບິ່ງເນາະ…

ເຈນີນາ ວົງສາລີ ອາຍຸ 16 ປີ ເຈົ້າຂອງລວງສູງ 177 ຊັງຕີແມັດ ເປັນລູກຊອດ ລາວ-ເຢຍລະມັນ ກຳລັງສຶກສາຢູ່ທີ່ ໂຮງຮຽນ ກຽດຕິສັກ ນາໆຊາດ, ຍັງມີດີກຼີເປັນເຖິງນັກກິລາບານບ້ວງທີມນະຄອນຫຼວງ ເຄີຍເຂົ້າແຂ່ງຂັນໃນງານມະຫະກຳກິລານັກຮຽນມັດຖະຍົມຄັ້ງທີ 5 ນົກກົກຄຳເກມ ທີ່ແຂວງ ບໍລິຄຳໄຊ ໂດຍສາມາດຍາດຫຼຽນຄຳມາໄດ້ ແລະ ນອກຈາກນັ້ນ ເຈນນີນາ ຍັງມີຜົນງານດ້ານວົງການບັນເທີງເຊັ່ນ ຖ່າຍແບບ, ເດີນແບບ, ການສະແດງ ແລະ  ເຈນີນາ ຍັງໄດ້ເປັນນັກສະແດງສົມທົບເປັນຕົວແທນຂອງລາວໃນຮູບເງົາເລື່ອງ: ສະເຫຼີມພະກຽດຂອງນາຍຫຼວງ ຣາຊະການທີ 9 ທີ່ຖ່າຍທຳຢູ່ປະເທດລາວເຮົາອີກດ້ວຍໄດ້.

ແຄັດເທີລີນ ເວັດສ໌ ອາຍຸ 20 ປີ ລູກຊອດອັງກິດ-ໄທ ຄົນນີ້ເຖິງຈະບໍ່ມີເຊື້ອສາຍລາວ ແຕ່ນາງກໍ່ແຈ້ງເກີດແລະມີຜົນງານໃນວົງການບ້ານເຮົາ ປັດຈຸບັນກຳລັງສຶກສາຢູ່ທີ່ ຮຮ ນານາຊາດ ປັນຍາທິບ ມີຜົນງານໃນວົງການບັນເທິງລາວທັງເດີນແບບ ຖ່າຍແບບ ແລະ ຫຼ້າສຸດກຳລັງຈະມີຜົນງານຖ່າຍແບບໃຫ້ ວາລະສານທຸລະກິດອັນດັບ 1 ຂອງລາວ ວາລະສານ ທາເກັດ, ຢ່າລືມຕິດຕາມຜົນງານຂອງ ແຄັດເທີລີນ ກັນແດ່ໆ (ບອກເລີຍນາງເວົ້າລາວຈະແຈ້ງຫຼາຍ ນິດໃສໜ້າຮັກສຸດໆ)

ອາລີນ່າ ພິລາວົງ ອາຍຸ 18 ປີ ລູກຊອດ ລາວ-ຍູເຄນຣ  (Ukraine) ມີຄວາມສູງ 1,73 cm , ຜົນງານຂອງນ້ອງເທົ່າທີ່ຜ່ານມາແມ່ນເປັນນາງແບບຕາມງານແຟຼຊັ່ນໂຊຕ່າງໆ, ຂຶ້ນປົກວາລະສານດັງມາແລ້ວເກືອບທຸກສະບັບ , ທັງສະແດງຊີ່ຣີ່ໄວລຸ້ນຊື່ດັງ Until you ແລະ ຫຼ້າສຸດແມ່ນສາວນ້ອຍຄົນນີ້ໄດ້ເປັນເຖິງພີເຊັນເຕີ້ສະມາດໂຟນແບຼນດັງໆມາແລ້ວ ຈັບຕາເບິ່ງໄວ້ເລີຍສາວນ້ອຍຄົນນີ້…

ຮູບພາບ: FB/Alina PhilavongCatherine West , Janina Vsl

ແບ່ງປັນ