Breaking News

ຖືກຕຳແລ້ວໜີ! ເຈນນີ່ ຕົ້ນຄຳ ນາງງາມດັງ ອອກມາຂໍຄວາມຊ່ວຍເຫຼືອ!!!

ແບ່ງປັນ

ເປັນປະເດັນຮ້ອນແຮງໃນໂລກໂຊຊ່ຽວໃນເວລານີ້ ເມື່ອ ເຈນນີ່ ຕົ້ນຄຳ ພົນຈັນເຮືອງ Miss World Laos 2017 ໄດ້ອອກມາໂພສ ຂໍຄວາມຊ່ວຍເຫຼືອ ຈາກທຸກຄົນໃຫ້ຊ່ວຍກັນແຊໜ ເນື່ອງຈາກວ່າລົດນາງທີ່ຈອດໄວ້ຢູ່ແຄມທາງໄດ້ຖືກຕຳແລ້ວໜີ ເຊິ່ງ ເຈນນີ ກໍ່ໄດ້ໂພສຜ່ານເຟສບຸກສ່ວນຕົວວ່າ:

#ຂໍຄວາມຊ່ວຍເຫລືອທຸກຄົນ #ແຊຣຊ່ວຍເຈນນີ້ແນ່?? #ຕຳແລ້ວຫນີ

ລົດເຈນນີ້ຖືກຕຳຢູ່ຫລັງທາດຫລວງ #ເສັ້ນທາງຫມ້ຽງເຈົ້າເກົ່າ #ແວ່ນລົດແມ່ນໄດ້ພັບເຂົ້າ
ຖືກໃຜ ໃຜກໍ່ບໍ່ດີໃຈ ຖືກເຈນນີ້ ເຈນນີ້ກະຮູ້ສຶກບໍ່ດີຄືກັນ
ແຊຣໃຫ້ຮອດຄົນທີ່ຕຳໃຫ້ໄດ້ຮັບຮູ້ ແລ້ວອອກມາຮັບຜິດຊອບ? ເບີເຈນນີ້ 020 77667722
ຖ້າຍັງບໍ່ເຫັນຄົນຜິດ ອອກມາຮັບຜິດຊອບ ຄິບທີ່ໄດ້ມາຈາກຮ້ານຂາຍເຄື່ອງໄຟຟ້າ ແລະ ຄິບຈາກກ້ອງຫລວງມື້ອື່ນ ເຈນຂໍໂພສລົງ?? ຄິບທີ່ຈະໂພສລົງບໍ່ໄດ້ມີເຈດຕະນາທີ່ຈະປະຈານ ແຕ່ງຢາກໃຫ້ນຳໂຕຄົນທີ່ຕຳມາຮັບຜິດຊອບ
#ຖ້າມີຄົນໂທມາຮັບຜິດຊອບແປງໃຫ້ ເຈນກໍ່ຈະລົບໂພສນີ້ທັນທີ່??

โพสต์โดย Tonkham Phonchanheuang เมื่อ 13 มิถุนายน 2018

ຢ່າງໃດກໍ່ເອົາໃຈຊ່ວຍກໍ່ແລ້ວກັນເນາະ, ຢ່າລືມແຊຣໄປໃຫ້ຄູ່ກໍລະນີຂອງວສາວ ເຈນນີ່ ເຫັນນຳແດ່, ຫວັງວ່າເລື່ອງລາວຄົງຈະເປັນໄປໃນທາງທີ່ດີ ຄົນລາວເຮົາມີຫຍັງລົມກັນໄດ້ເນາະ…!!!

ທີ່ມາ: Tonkham Phonchanheuang

ແບ່ງປັນ