Breaking News

ໄປໆໆ!!! ໜີອອກຈາກບ້ານ ໄປຖ່າຍຮູບຫຼິ້ນຢູ່ ທ່າແຂກ ກັນປ່ະ (ສະບາຍດີ! ແຂວງ ຄຳມ່ວນ)

ແບ່ງປັນ

ບໍ່ອອກຈາກບ້ານ ບໍ່ເຫັນຮ່ອມແດນໄກ ຄຳທີ່ລຸ້ນພໍ່ຕູ້ແມ່ຕູ້ເພິ່ນເວົ້າ ແມ່ນແທ້ໆເລີຍ ໄປໆໆ!!! ໜີອອກຈາກບ້ານ ໄປຖ່າຍຮູບຫຼິ້ນນຳກັນປ່ະໆໆ ຈະມາຊວນໝູ່ເພື່ອນໄປຊິວ ໄປພັກຜ່ອນ ຕາມພາສາໄວລຸ້ນ ໄປເປັນແກ້ງ ໄປໃຊ້ຊີວິດ ໄປມີຄວາມສຸກກັບການເດີນທາງ ເຫັນສະຖານທີ່ໃໝ່ໆ ໄປຮູ້ຈັກກັບຜູ້ຄົນໃໝ່ ໝູ່ໃໝ່ໆ ແຟນໃໝ່ໆ (555) ມ່ວນໆໄປນຳກັນ, ຢາກຮູ້ແລ້ວແມ່ນບໍ່ວ່າທຣິບນີ້ຈະພາໄປໃສ ຢາກຮູ້ນຳມາເລີຍ… ທຣິບນີ້ພວກເຮົາມາແບບບໍ່ໄດ້ນັດໝາຍອີ່ຫຍັງກັນຫຼາຍ ນັ່ງກິນກາເຟຢູ່ຮ້ານປະຈຳທີ່ Kaogee Cafe ຢູ່ດີໆ ນຶກຂຶ້ນໄດ້ວ່າປີນີ້ 2018 ເປັນປີທ່ອງທ່ຽວລາວ ເພື່ອເປັນການສະໜັບສະໜູນການທ່ອງທ່ຽວພາຍໃນລາວ ບໍ່ໃຫ້ເງິນຕາໄຫຼຮົ່ວອອກນອກປະເທດ ຊະນີIndy ກັບໝູ່ເລີຍຄິດຢາກອອກທຣິບໄປເມືອງທີ່ມີມຸມອາສໆ ເພື່ອຈະໄດ້ເກັບຮູບພາບງາມໆ (ເພາະເຮົາເປັນເດິແກັງທີ່ມັກຖ່າຍຮູບເປັນຊີວິດຈິດໃຈ) ແລະ ບໍ່ໄກຫຼາຍ

ດັ່ງນັ້ນ! ເຮົາຈຶ່ງຕົກລົງກັນວ່າທີ່ຈະໄປ ທ່າແຂກ ແຂວງຄຳມ່ວນ ເມືອງສຸດອາສ ເມືອງທີ່ມີມົນສະເໜ່ຕາຕຶງ ເປັນເມືອງຜ່ານທີ່ຫຼາຍຄົນບໍ່ນຶກວ່າຈະເປັນເມືອງທີ່ໜ້າສົນໃຈ ເປັນເມືອງທີ່ໜ້າຮຽນຮູ້ທາງດ້ານປະຫວັດສາດ ເປັນເມືອງທີ່ມີໂລເຄຊັ່ນຖ່າຍຮູບໄດ້ໂຄດອາສ ໂຄດງາມ ພໍຕົກລົງກັນໄດ້ເຮົາກໍ່ເກັບເຄື່ອງໃສ່ກະເປົ໋າໜີອອກຈາກບ້ານທັນທີ (ເອີ້ຍ!!! ບໍ່ແມ່ນລະ 555) ໄປໆໆໆ…ອອກເດີນທາງນຳກັນ!!!

ທຣິບນີ້ພວກເຮົາເດີນທາງດ້ວຍລົດເມ ເນື່ອງຈາກວ່າບໍ່ຊໍານານໃນເສັ້ນທາງ ເລີຍບໍ່ພ້ອມທີ່ຈະເອົາລົດສ່ວນຕົວໄປ, ເລີ່ມແລກແມ່ນພວກເຮົາມາຂຶ້ນລົດທີ່ ສະຖານນີຂົນສົ່ງສາຍໃຕ້ ຊື້ປີ້ລົດ ປີ້ລົດເພິ່ນກໍ່ມີຫຼາຍລາຄາ ຕັ້ງແຕ່ລາຕາ 60, 70 ໄປຈົນຮອດ 80ພັນກີບ. ກ່ອນໜ້ານີ້ເທົ່າທີ່ເຮົາແພຼນກັນໄວ້ແມ່ນ ຄິດວ່າຈະຊວນກັນຂີ່ ລົດVIP ຄັນງາມໆ ແອເຢັນໆ ລາຄາກໍ່ປະມານ 80ພັນກີບ ແລະ ເນື່ອງຈາກວ່າເຮົາມາຮອດກ່ອນເວລາ ຮູ້ສຶກຂີ້ຄ້ານທີ່ຈະຖ້າ ເລີຍຊື້ປີ້ລົດທຳມະດາ ໃນລາຄາ 60ພັນກີບ ຖ້າໃຜທີ່ກຳລັງງົງວ່າ ລົດVIP ແລະ ລົດທຳມະດາແຕກຕ່າງກັນແນວໃດ ລອງຄິດພາບໄປນຳເລີຍວ່າ…ລົດVIP ທີ່ລາຄາ 80ພັນກີບ ກໍ່ຈະເປັນລົດຄັນໃຫ່ຍໆ ງາມໆ ແອເຢັນໆ ນັ່ງຢຽດຂາສະບາຍໆ ສ່ວນລົດທຳມະດາທີ່ລາຄາ 60ພັນກີບ ກໍ່ຈະນ້ອຍກວ່າລົດວີໄອພີແດ່ ແຕ່ກໍ່ບໍ່ໄດ້ຂີ້ຮ້າຍທ້າຍເປ ກໍ່ຄັກໄປອີກແບບໜຶ່ງ ກໍ່ສົມກັບລາຄາຢູ່ໄດ໋…ແອລົດເພິ່ນກໍ່ຈະເຢັນປະມານໜຶ່ງ ແລະ ຊ່ວງທີ່ເຮົາເດີນທາງເປັນເວລາປະມານ 12:30 ຕອນສວາຍ ຈຶ່ງເຮັດໃຫ້ມີຄົນຂີ່ລົດໜ້ອຍ ສະບາຍໂລດແຫລ ຊໍ່າສິລຸກສິນັ່ງ ສິນອນ ບໍ່ຕ້ອງແຢ້ກັນໃຫ້ເຈັບເອວ ເຈັບກົ້ນ…

ການເດີນທາງໃຊ້ເວລາປະມານ 7ຊົ່ວໂມງ ເພາະເຮົາຂີ່ລົດເມບໍ່ໄດ້ຂີ່ລົດສ່ວນຕົວ ເປັນທຳມະດາທີ່ລົດເມຈະມີການຈອດລົດຮັບຄົນ-ສົ່ງຄົນ ແວະປໍ້ານັ້ນ ປໍ້ານີ້ ຮອດທ່າແຂກແທ້ໆກໍ່ຕົກເປັນເວລາ 7ໂມງແລງພໍດີ ແລະ ພວກເຮົາກໍ່ລັດລົດຈຳໂບ້ໃນລາຄາຄົນລະ 20ພັນກີບ (ທຳອິດເພິ່ນຮ້ອງເອົາຄົນລະ 30ພັນກີບ ແພງເວີ້…ແຕ່ເຮົາຕໍ່ໄປຕໍ່ມາໄດ້ຄົນລະ 20ພັນ) ໂອເຄ…ພໍຕົກລົງກັບລຸງຂັບຈໍາໂບ້ໄດ້ເຮົາກໍ່ຂຶ້ນລົດທັນທີ ເພາະຢາກໄປຊອກບ່ອນນອນແດ່ ເຮົາມາແບບບໍ່ໄດ້ຈອງໂຮງແຮມເລີຍ ກະວ່າຈະມາເດີນສາຍຊອກເອົາບ້ານພັກຈາກຕົວຈິງຫຼາຍກວ່າ ແຕ່ຖ້າໝູ່ເພື່ອນຢາກຈອງກ່ອນກໍ່ດີເດີ້ ຈຶ່ງບໍ່ເສຍເວລາ, ໃນທີ່ສຸດເຮົາກໍ່ເລືອກບ້ານພັກໄດ້ ເປັນບ້ານພັກຢູ່ທີ່ 4 ແຍກ ເຂດແຄມຂອງເລີຍ ບ້ານພັກທີ່ເຮົານອນກໍທຳມະດາ ບໍ່ໄດ້ຫຼູຫຼາຫຍັງ ເນື່ອງຈາກວ່າເຮົາຕ້ອງການເຊບຄອສຫຼຸດລາຍຈ່າຍໃນທຣິບ ເຖິງໜ້າຕາເຮົາຈະໄຮໂຊປານໃດ ແຕ່ນອນຊໍ່ານີ້ກໍ່ຖືວ່າໂອເຄແລ້ວ (ອັນນີ້ເຂົ້າຂ້າງໂຕເອງ ຮະຮ່າ) ຫ້ອງພັກທີ່ເຮົານອນເປັນຫ້ອງພັກ 3 ຕຽງ ເປີດປະຕູອອກໄປກໍ່ຈະເຫັນວິວ 4 ແຍກເຂດໃນເມືອງຂອງຕົວເມືອງທ່າແຂກເລີຍ ກໍ່ຖືວ່າເຈັງຢູ່ ສົມລາຄາຢູ່ ບ້ານພັກຄືນລະ 120,000 ກີບ ນອນ 2 ຄືນ ແຊຣກັນກໍ່ຕົກຢູ່ທີ່ຄົນລະ 80ພັນກີບ… ຫຼັງຈາກເຮົາໄດ້ບ່ອນພັກ ເອົາກະເປົ໋າທີ່ແບກຢູ່ບ່າບອກເລີຍວ່າຢ່າງໜັກ ເນື່ອງຈາກມີເຄື່ອງຫຼາຍຊຸດ ບອກເລີຍວ່າຄອສຕູມຢ່າງແໜ້ນ ເຮັດການບ້ານມາດີ ມາ 2 ຄືນ 3 ມື້ ປານມາເປັນທິດ (555)

ຫຼັງຈາກນັ້ນເຮົາກໍ່ເກີດອາການທ້ອງຮ້ອງຫິວເຂົ້າ ເລີຍຊວນກັນຍ່າງເລາະລຽບເຂດແຄມຂອງ ໃນ ທ່າແຂກ ໃນໃຈກໍ່ຍັງຄິດວ່າຈະໄປກິນຢູ່ໃສນໍ້…ແຕ່ມີໝູ່ໃນແກັງນາງເຊີໄພ້ ແບບວ່າລັກຈອງໂຕະທີ່ຮ້ານອາຫານ ສຸກໃຈ ໄວ້ແບບບໍ່ບອກໝູ່ ແຕ່ກໍ່ດີເພາະຈະໄດ້ບໍ່ຊອກຍາກ ເຮົາເລີຍຍ່າງລັດຊອຍນັ້ນ ອອກຮ່ອມນີ້ເພື່ອຊອກຫາຮ້ານດັ່ງກ່າວ ໃນທີ່ສຸດກໍ່ເຫັນ ຕອນນັ້ນກໍ່ຕົກເວລາ 8ໂມງແລງພໍດີ ຮອດປຸບເຮົາກໍ່ສັ່ງອາຫານ ແລະ ກິນກັນຢ່າງບ້າກະໜໍ່າ ແລະ ຕໍ່ດ້ວຍການສັ່ງເຄື່ອງດື່ມມາແຮ້ງເອົ້າກັນຢ່າງຊິວຕາມສະຕາຍຂອງເຮົາ ກິນໄປຟັງເພງໂຟກຊ໋ອງໄປ ທັງຖ່າຍຮູບ ບອກເລີຍຮ້ານນີ້ໄດ້ໃຈພວກເຮົາຫຼາຍ

ທຸກມຸມຖືວ່າມັນແມ່ນເລີຍ ອາສສຸດ ເພາະຮ້ານນີ້ຕັ້ງຢູ່ທີ່ຕຶກເກົ່າໃນສະໄໝກ່ອນ ຕຶກກໍ່ເປັນສະໄຕໂຄໂລນຽນ, ກິນໄປ-ກິນມາຮອດເວລາ 10 ໂມງ ຝົນເກີດຕົກຢ່າງໜັກ ເຮົາກໍ່ເລີຍຍັງກັບບໍ່ໄດ້ ເລີຍຊວນກັນຢູ່ຕໍ່ ຢູ່ໄປຢູ່ມາຈົນຮອດເດິກເຕີບ ເຫຼືອໂຕະສຸດທ້າຍ ເຈົ້າຂອງຮ້ານກໍ່ຊິວດີ ມານັ່ງຝອຍກັບເຮົາ ລົມກັນຖືກຄໍ ເອົາໄປເອົາມາເຈົ້າຂອງຮ້ານກໍ່ຊວນກັບ ແຖມໃຈດີໄປສົ່ງເຮົາທີ່ບ່ອນພັກນຳອີກ (ໂອ້ຍ!!! ໃຈດີເວີ້ ຂອບໃຈເດີ້) ແລະ ຫຼັງຈາກນັ້ນເຮົາກໍ່ ເຊກູດບາຍ ກັນ ແລະ ຂຶ້ນບ່ອນພັກຢ່າງປອດໄພ ຄໍ່າຄືນທີ່ 1 ໃນທ່າແຂກກໍ່ຈົບໄປຢ່າງປະທັບໃຈ.

ມື້ທີ່ 2 ໃນທ່າແຂກ ພວກເຮົາຕື່ນແຕ່ເຊົ້າແດ່ ທຸກຄົນຕ້ອງເຮັດທຸລະສ່ວນຕົວໃຫ້ແລ້ວກ່ອນ 7:00ໂມງເຊົ້າ ຖ້າໃຜຊ້າຕ້ອງລ້ຽງເຂົ້າ ແລະ ລ້ຽງກາເຟ (ຮະຮ່າ) ມັນເປັນວິຖີຂອງເດິແກ້ງເຮົາ ໃຜຢາກຢືມໄປໃຊ້ກໍ່ບໍ່ວ່າກັນເດີ້ ພໍທຸກຄົນແລ້ວໝົດ ເຮົາກໍ່ເລີ່ມອອກສະຕາສໂດຍເລີ່ມຍ່າງເລາະລຽບຕົວເມືອງ ທ່າແຂກ ໄປຊອກກິນເຂົ້າເຊົ້າກ່ອນ ພໍດີເຮົາໄປເຈິຮ້ານເຂົ້າປຽກຍາມເຊົ້າ ເຮົາກໍ່ໄດ້ສັ່ງໄປ 3 ຖ້ວຍ ເປັນເຂົ້າປຽກເສັ້ນໃຫ່ຍ (ສັ່ງຄືກັນໝົດເລີຍ) ທັງທີ່ຮ້ານເພິ່ນມີທັງເຂົ້າປຽກເສັ້ນໃຫ່ຍ, ເຂົ້າປຽກເຂົ້າ ແລະ ມັກກະໂລນີ່ (555) ລາຄາກໍ່ບໍ່ແພງເລີຍ 5,000 ພັນກີບ ແຕ່ແຊບສຸດໆ ພໍແຕ່ຢາກສັ່ງກິນອີກພຸ້ນແຫລ້ວ ແນວມັນແຊບ

ໃນເວລານັ້ນຝົນກໍ່ຕົກຝອຍໆ ກິນໄປເບິ່ງຝົນໄປໄດ້ບັນຍາກາດ ຊິວດີ… ພໍດີກິນແລ້ວຝົນກໍ່ເຊົາຕົກເຮົາກໍ່ຊວນກັນອອກຍ່າງຕໍ່ ໄປເລາະລຽບແຖວແຄມຂອງ ເກັບພາບບັນຍາກາດກິ່ນອາຍຂອງເມືອງທ່າແຂກ ແລະ ເລາະລຽບໄປຕາມຕຶກເກົ່າສະໄຕໂຄໂລນຽນ ໄດ້ອາລົມ ໄດ້ສູດໂອໂຊນບໍລິສຸດ ມີຄວາມສຸກສຸດໆ, ຫຼັງຈາກເລາະເກັບພາບໄດ້ຮູບງາມໆແດ່ແລ້ວ ພວກເຮົາກໍ່ຊວນກັນໄປນັ່ງກິນກາເຟທີ່ຮ້ານ ເລີເບີ ໄປຮອດປຸບສິ່ງທີ່ສັງເກດໄດ້ເລີຍກໍ່ຄືສະຕາຍການຕົກແຕ່ງຮ້ານເກ໋ໆ ມີມຸມຖ່າຍຮູບຫຼາຍມຸມ ພວກເຮົາກໍ່ຈັດໂພສທ່າກັນຢ່າງເດືອດ ຈົນພະນັກງານໃນຮ້ານເຮັດສີໜ້າງົງໆ (555)

ແລ້ວກໍ່ນັ່ງຈິບກາເຟເຢັນໆ ນັ່ງພັກຜ່ອນຕໍ່ໜ້ອຍໜຶ່ງ ແລ້ວເຮົາກໍ່ຍ່າງຕໍ່ ຍ່າງໄປຍ່າງມາຮູ້ສຶກປວດຂາ ເລີຍຊວນກັນກັບເຂົ້າຫ້ອງພັກເພື່ອຍຽດແຂ່ງຍຽດຂາ ຕອນນັ້ນກໍ່ຕົກເປັນເວລາ 11ໂມງສວຍ ພໍດີໝູ່ຄິດບ້າຢາກໄດ້ພາບເຂດແຄມຂອງອີກ ເພາະແສງກຳລັງງາມ ພວກເຮົາເລີຍໄປທີ່ນັ້ນອີກເທື່ອໜຶ່ງເພື່ອເກັບພາບມາຝາກທຸກຄົນ ແຕ່ອາກາດກໍ່ໂອເຄເລີຍໄດ໋ ເຖິງແດດຈະອອກແຮງປານໃດ ແຕ່ກໍ່ບໍ່ຮ້ອນ ເພາະມີລົມພັດເຢັນວີ່ໆ  ສະບາຍໆຊິວໄປກັບບັນຍາກາດ ຍ່າງໄປເກັບພາບໄປ ເພີນດີ

ຫຼັງຈາກເກັບພາບໄດ້ຫຼາຍເຕີບແລ້ວ ເຮົາກໍ່ເລີ່ມຄໍແຫ້ງຫິວນໍ້າ ພໍດີຫຼຽວໄປເຫັນຮ້ານຄາເຟ່ DD Bistro&Café ນັ່ງຫຼິ້ນກິນນໍ້າຄາຍຮ້ອນ ແລ້ວກໍ່ຊວນກັນຍ່າງເລາະຊອກກິນເຂົ້າ ເຂດແຄມຂອງ ອາກາດດີໆ ອາຫານກໍ່ແຊບ ບໍ່ແພງ…

ກິນແລ້ວເຮົາກໍ່ຊວນກັນໄປຊອກຖ່າຍຮູບເກັບພາບທີ່ເຂດຄຸກຮ້າງໃນຕຳນານທີ່ມີເລື່ອງລາວທາງດ້ານປະຫວັດສາດ ພໍໄປຮອດຮູ້ສຶກຂົນລຸກແບບບອກບໍ່ຖືກ ຄ້າຍໆກັບເຮົາຕື້ນຕັນໃຈວ່າເຮົາໄດ້ມາຍືນຢູ່ຈຸດທີ່ເປັນປະຫວັດສາດຂອງຊາດລາວອີກສະຖານທີ່ໜື່ງ ແລະ ເຮົາກໍ່ເກັບພາບໄປເລື້ອຍໆຈົນພໍໃຈ

ແລ້ວກໍ່ຊວນກັນກັບທີ່ພັກ ຕອນນັ້ນກໍ່ຕົກຫົວຄໍ່າພໍດີ ອາບນໍ້າແຕ່ງໂຕແລ້ວເຮົາກໍ່ຊວນກັນໄປທີ່ ວ໊ອກຄິ້ງສະຕຣີດ ຂອງທ່າແຂກ ຢູ່ແຖບເຂດແຄມຂອງ ຍ່າງເລາະຊອກກິນ ຢູ່ທີ່ນັ້ນມີຮ້ານຄ້າຂາຍທັງອາຫານການກິນ ເຄື່ອງດື່ມຕ່າງໆ ເສື້ອພົງເສື້ອຜ້າ ຄົບສູດ

ຖ້າໄປຫ້າມພາດເລີຍເດີ້ບ່ອນນີ້ ຕອບໂຈດຂອງຄົນທີ່ເປັນຂາເລາະໄດ້ເປັນຢ່າງດີ ແຖມຜູ້ຄົນໃນເຂດນັ້ນກໍ່ຍິ້ມແຍ້ມແຈ່ມໃສ ອັດທະຍາໃສດີ ເຮົາກໍ່ມີໂອກາດໄດ້ໂອ້ລົມ ສ້າງມິດຕະພາບກັບຄົນໃນເຂດນັ້ນຈົນເດິກ ພໍໄດ້ທີ່ເຮົາກໍ່ຊວນກັນກັບທີ່ພັກ (ຄໍ່າຄືນນີ້ກໍ່ຖືວ່າລາຕີສະຫວັດ)

ມື້ທີ່ 3 ໃນທ່າແຂກ ກ່ອນກັບເຮົາກໍ່ຊວນກັນໄປເລາະລຽບຕະຫຼາດສົດ ຊື່ວ່າຕະຫຼາດ ຫຼັກ 2 ເປັນຕະຫຼາດທີ່ຂາຍອາຫານການກິນ ມີເຄື່ອງຂອງຂາຍຢ່າງຫຼວງຫຼາຍ ກໍ່ຖືວ່າໄດ້ບັນຍາກາດຕະຫຼາດສົດໄປອີກແບບ ແລະ ຫຼັງຈາກເລາະລຽບຕະຫຼາດໃນ ທ່າແຂກ ຢ່າງສົມໃຈແລ້ວ ເຮົາກໍ່ຊວນກັນລັດລົດຈຳໂບ້ເພື່ອໃຫ້ໄປສົ່ງທີ່ຄິວລົດເມ ບໍ່ຕ້ອງຢ້ານວ່າຈະບໍ່ມີລົດກັບບ້ານເດີ້ ເພາະລົດເພິ່ນມີຊັບພອດເຮົາຢ່າງສະດວກສະບາຍອີ່ຫລີ ມີທຸກໆຊົ່ວໂມງກັນເລີຍ, ແລະ ແລ້ວໃນທີ່ສຸດເຮົາກໍ່ເດີນທາງກັບບ້ານເຫັນໜ້າພໍ່ ໜ້າແມ່ ທີ່ຖ້າຢູ່ບ້ານຢ່າງປອດໄພ ເຫຼືອໄວ້ພຽງຄວາມຊົງຈຳ ຄວາມຄິດຮອດຄິດເຖິງ ເມືອງ ທ່າແຂກ ແຂວງຄຳມ່ວນ ເມືອງແຫ່ງມົນສະເໜ່ ທີ່ຫຼາຍຄົນກ່າວຂານ. (ແລ້ວເຈິກັນໃໝ່ ຄຳມ່ວນ ຫຼົງຮັກເຈົ້າແບບລືມບໍ່ລົງ)

ສາມາດຕິດຕາມ #ແກັງຫຼູຫຼາໝາເຫົ່າ ພວກເຮົາໄດ້ ວ່າທຣິບໜ້າເຮົາຈະໄປປັ່ນປ່ວນຢູ່ໃສ? ຫຼື ແຟນໆຢາກໃຫ້ເຮົາໄປທີ່ແຂວງໃດສາມາດຄອມເມັ້ນບອກພວກເຮົາໄດ້ເລີຍ ແລ້ວພົບກັນ (ເພາະຊີວິດຄືການເດີນທາງ).

Story: ຊະນີIndy

ຮູບພາບ: Wayward traveler , Soukjai Beer & Restaurants ຮ້ານ ສຸກໃຈ , NayNey Sitthiphone

 

ແບ່ງປັນ