Breaking News

ດວງປະຈໍາວັນ ສຸກ,ວັນທີ 15 ມິຖຸນາ 2018

ແບ່ງປັນ

• ວັນອາທິດ
ການເງິນ: ມີເກນເສຍເງິນເພື່ອເບິ່ງແຍງສຸຂະພາບ ຫຼື ເພື່ອຄວາມງາມ
ວຽກງານ: ມີເກນເຈັບຫົວກັບໝູ່ຮ່ວມວຽກ ຫຼື ບໍລິວານ ເພາະຕ້ອງໄດ້ນໍາໄປແກ້ໄຂບັນຫາທີ່ຄົນອື່ນສ້າງໄວ້
ຄວາມຮັກ: ຄົນໂສດ ມີຄວາມຮັກແບບບໍ່ເປີດເຜີຍ ເພາະຄົນອ້ອມຂ້າງບໍ່ສະໜັບສະໜູນ ຈຶ່ງຕ້ອງໄດ້ແອບຄົບກັນ ສ່ວນຄົນມີຄູ່ ມີແຕ່ຄົນພະຍາຍາມເຮັດໃຫ້ທ່ານ ແລະ ຄົນຮັກຜິດຖຽງກັນ
• ວັນຈັນ

ການເງິນ: ຈະໄດ້ໂຊກຈາກຄອບຄົວ ແລະ ຍາດພີ່ນ້ອງ
ວຽກງານ: ຈະມີໂອກາດດີໆເຂົ້າມາເຊັ່ນ: ມີຄົນສະເໜີວຽກໃໝ່ໆມາໃຫ້ເຮັດ ຫຼື ມີບົດບາດໃນຫ້ອງການຫຼາຍຂຶ້ນ
ຄວາມຮັກ: ຄົນໂສດ ໄປມັກຄົນອາຍຸນ້ອຍກວ່າ ຈຶ່ງເຮັດໃຫ້ຫົວໃຈຫວານຊື່ນ ສ່ວນຄົນມີຄູ່ ຝ່າຍໜຶ່ງພະຍາຍາມເອົາໃຈອີກຝ່າຍ ແຕ່ອີກຝ່າຍບໍ່ເຄີຍສົນໃຈ ບໍ່ເຄີຍເຫັນຄ່າ
• ວັນອັງຄານ
ການເງິນ: ມີລາຍໄດ້ເຂົ້າມາຫຼາຍທາງ ຖ້າມີບັນຫາເລື່ອງເງິນກໍຈະມີຄົນຊ່ວຍເຫຼືອ
ວຽກງານ: ວຽກຂ້ອນຂ້າງໜັກ ແຕ່ກໍມ່ວນກັບການເຮັດວຽກ
ຄວາມຮັກ: ຄົນໂສດ ມີຄົນມາລົມ ແຕ່ຍັງບໍ່ມີຄົນຖືກໃຈ ສ່ວນຄົນມີຄູ່ ຄວາມຮັກເລີ່ມຈືດຈາງ ແລະ ແຟນຍັງບໍ່ເອົາໃຈຄືແຕ່ກ່ອນ
• ວັນພຸດ
ການເງິນ: ມີລາຍຈ່າຍຫຼາຍທາງ ຈົນບາງຄົນຕ້ອງໄດ້ໄປຂໍຄວາມຊ່ວຍເຫຼືອຈາກຄົນອື່ນ
ວຽກງານ: ຕ້ອງເຮັດວຽກໜັກຢູ່ຄົນດຽວ ແມ່ນວ່າຈະມີບໍລິວານ ກໍຊ່ວຍວຽກບໍ່ໄດ້ດັ່ງໃຈ
ຄວາມຮັກ: ຄົນໂສດ ຍັງຕ້ອງເຫງົາໃຈຢູ່ ສ່ວນຄົນມີຄູ່ ມີເກນຜິດຖຽງກັນຍ້ອນເລື່ອງມືທີ່ສາມ ຖ້າແກ້ໄຂບໍ່ໄດ້ມີໂອກາດໄດ້ເລີກກັນສູງ
• ວັນພະຫັດ
ການເງິນ: ຖານະດີຂຶ້ນເລື້ອຍໆ ເພາະຜູ້ໃຫຍ່ສະໜັບສະໜູນ
ວຽກງານ: ພົບແຕ່ບັນຫາ ລະວັງມີບັນຫາເລື່ອງເອກະສານ
ຄວາມຮັກ: ຄົນໂສດ ມີເກນພົບຮັກໃໝ່ ສ່ວນຄົນມີຄູ່ ມີຄວາມສຸກດີ ມີໂອກາດໄດ້ເດີນທາງທ່ອງທ່ຽວນໍາກັນ
• ວັນສຸກ
ການເງິນ: ມີເກນຜິດຖຽງກັບຄົນອື່ນ ຍ້ອນເລື່ອງເງິນ
ວຽກງານ: ອາລົມອ່ອນໄຫວງ່າຍ ມັກເອົາເລື່ອງຄົນອື່ນມາຄິດຫຼາຍ ຈຶ່ງເຮັດໃຫ້ບໍ່ມີຈິດໃຈເຮັດວຽກ
ຄວາມຮັກ: ຄົນໂສດ ຈະພົບຮັກກັບຄົນອາຍຸຫຼາຍກວ່າຫຼາຍປີ ສ່ວນຄົນມີຄູ່ ມີການວາງແຜນເລື່ອງອານະຄົດຮ່ວມກັນຫຼາຍຂຶ້ນ
• ວັນເສົາ
ການເງິນ: ລາຍໄດ້ເຂົ້າມາຫຼາຍ ແຕ່ລາຍຈ່າຍກໍຫຼາຍຄືກັນ
ວຽກງານ: ຂ້ອນຂ້າງໂດດເດັ່ນ ໂດຍສະເພາະວຽກທີ່ມີການປະມູນ ຫຼື ການແຂ່ງຂັນ
ຄວາມຮັກ: ຄົນໂສດ ຈະໄດ້ພົບເນື້ອຄູ່ ເວລາຢູ່ນໍາຈະຮູ້ສຶກອົບອຸ່ນ ສ່ວນຄົນມີຄູ່ ຈະໄດ້ໄປພົບຜູ້ໃຫຍ່ຂອງແຟນ

ແບ່ງປັນ