ເຄີຍເປັນບໍ່? ເວົ້າເຖິງເລື່ອງທີ່ຈະຕ້ອງໄປເຮັດ Passport ຫຼື ໜັງສືຜ່ານແດນ ທຸກໆຄົນຈະມີຂໍ້ອ້າງນັ້ນນີ້ຂອງຕົວເອງຂຶ້ນມາທັນທີ ມັກຈະເລື່ອນໄປມື້ນັ້ນມື້ນີ້ ຈົນຮອດເວລາທີ່ຈະເດີນທາງແທ້ຈຶ່ງຟ້າວຝັ່ງໄປເຮັດ ກໍຍ້ອນແຕ່ກ່ອນມີຂັ້ນຕອນທີ່ຫຍຸ້ງຍາກ ແຕ່ມາເຖິງປັດຈຸບັນຂັ້ນຕອນການເຮັດ Passport ບໍ່ໄດ້ຫຍຸ້ງຍາກລຳບາກອີກຕໍ່ໄປແລ້ວ, ດັ່ງນັ້ນ ຂວັນໃຈ ເຮົາກໍມີວິທີເຮັດ Passport ຢ່າງລະອຽດມາຝາກແຟນໆ ແລະ ຢ່າລືມແຊຣເກັບໄວ້ເບິ່ງເດີ້!!!
ກ່ອນອື່ນຕ້ອງຂໍບອກວ່າ ຊະນີIndy ຄິດຢາກໄປຕ່າງໄປຕ່າງປະເທດຄືກັບໝູ່ຄົນອື່ນ ເລີຍຄິດຢາກເຮັດ Passport ແລະ ດຽວນີ້ກໍ່ມີຄວາມສະດວກສະບາຍຫຼາຍ ບໍ່ຕ້ອງມີຂັ້ນຕອນທີ່ຫຍຸ້ງຍາກຄືກັບແຕ່ກ່ອນແລ້ວ ແລະ ສິ່ງທີ່ຕ້ອງກະກຽມກໍ່ຄືເອກະສານດັ່ງຕໍ່ໄປນີ້:
- ຂໍເຮັດໜັງສືຜ່ານແດນຫົວໃໝ່
– ສຳເນົາປຶ້ມສຳມະໂນຄົວແທ້ ແລະ ກ໊ອບປີ້ 1 ຊຸດ (ໃນປື້ມຕ້ອງມີຮູບ ແລະ ກາປະທັບຈາກ ປກສ ເມືອງ)
– ບັດປະຈຳໂຕແທ້ ແລະ ກ໊ອບປີ້ 1 ໃບ
– ຮູບ 4×6 ໃສ່ສູດ ແບບສາກົນ 1 ໃບ
– ແບບຟອມຄຳຮ້ອງ 1 ສະບັບ ຂຽນໃຫ້ລະອຽດ ພ້ອມຕິດຮູບ ຕິດບັດປະຈຳຕົວກ໋ອບປີ້ໃສ່ຕາມຊ່ອງທີ່ເພິ່ນບອກໃຫ້ລະອຽດ
(ສາມາດດາວໂຫລດແລ້ວປິ້ນແບບຟອມໄດ້ຕາມລິ້ງນີ້ http://www.mofa.gov.la/images/passport/Ordinary.pdf ຫລື ໄປຊື້ຢູ່ຕາມຮ້ານຖ່າຍຮູບຕໍ່ຫນ້າບ່ອນເຮັດ passport ກໍ່ມີຂາຍເດີ້)
– ຜຸ້ທີ່ມີອາຍຸຕໍ່າກວ່າ 18 ປີ ຕ້ອງມີໃບອະນຸຍາດຈາກຜູ້ປົກຄອງ ແລະ ຕ້ອງມີລາຍເຊັນຜ່ານນາຍບ້ານ ຈຳນວນ 1 ໃບ.
- ເວລາເຊັນບ້ານຢ່າລືມຈຳ້ກາບ້ານໃສ່ບໍລິເວນລຸ່ມເບື້ອງຂວາຂອງຮູບເຮົານຳເດີ້ (ຈຳໃຫ້ຖືກແກ້ມຫລືຄາງເຮົາແນ່ນ້ອຍຫນຶ່ງ) ຈາກນັ້ນກໍ່ເອົາຟອມ,ສຳມະໂນແທ້+ກ໊ອບ ແລະ ບັດປະຈຳໂຕແທ້+ກ໊ອບ ໄປຍື່ນຢູ່ບ່ອນເຮັດ Passport ໄດ້ເລີຍ. ແນະນຳວ່າໄປຕອນເຊົ້າໆຍິ່ງດີເລີຍເດີ້ແຟນໆ ເພາະຈະໄດ້ຄິວທີ່ໄວ ເພາະມື້ທີ່ ຊະນີIndy ໄປເຮັດຮູ້ສຶກວ່າຈະໄປແຕ່ 6ໂມງເຊົ້າ ແຕ່ກໍ່ຍັງມີຄົນໄປຕໍ່ແຖວກ່ອນແລ້ວ ຍາວຍຽດເລີຍ ແບບວ່າບໍ່ຫຼັບບໍ່ນອນກັນເລີຍ ຄົນອື່ນເພິ່ນໄປເຊົ້າແທ້ໆ…ສຸດຍອດ 555
- ຂັ້ນຕອນໄປຍື່ນ ແລະ ເລືອກພາສປອດມີດັ່ງນີ້: ທຳອິດຕ້ອງນຳເອກກະສານໄປຍື່ນຢູ່ຊ່ອງຂໍບັດຄິວເພື່ອຂໍເຂົ້າສຳພາດທີ່ຢູ່ຕຶກສຳພາດຊ້າຍມື ເຊິ່ງຈະມີໃຫ້ເລືອກແບບຂອງ Passport 2 ຢ່າງຄື:
– Passport (ແບບທຳມະດາ ແບບເກົ່າ ມີ 32 ຫນ້າ) ລາຄາ 300,000 ກີບ. (ທີ່ໄດ້ຂຽນຟອມເວລາເດີນທາງເຂົ້າອອກປະເທດ)
– E-Passport (ແບບໃຫມ່ ມີ 48 ຫນ້າ) ລາຄາ 400,000 ກີບ. (ສະດວກກວ່າ ເພາະຈະບໍ່ໄດ້ຂຽນແບບຟອມເຂົ້າອອກປະເທດໃຫ້ຫຍຸ້ງຍາກ ເພາະຈະໄດ້ສະແກນລາຍນິ້ວມືແທນ )
ຫລັງຈາກໄດ້ບັດຄິວເຂົ້າສຳພາດແລ້ວກໍເຂົ້າໄປນັ່ງລໍຖ້າ ປ່ອງສຳພາດເພິ່ນກໍ່ຈະມີຫຼາຍປ່ອງ ເຮົາກໍ່ນັ່ງລໍຖ້າຈົນກວ່າຈະຮອດຄິວຂອງເຮົາ ກໍ່ຄືທີ່ເວົ້າຫັ້ນແລະວ່າຖ້າເຮົາໄປລຽນແຖວຂໍບັດຄິວໄວເຮົາກໍ່ຈະໄດ້ເລກລຳດັບທີ່ໜ້ອຍ ຖ້າເຮົາໄປຊ້າເຮົາກໍ່ຈະໄດ້ຄິວທີ່ຫຼັກ 100 ຂຶ້ນໄປພຸ້ນແລະເນາະ, ພໍຮອດເວລາເພິ່ນເອີ້ນໄປສຳພາດເພິ່ນກໍ່ຈະສອບຖາມເຮົາເລັກໜ້ອຍ ກ່ຽວປະຫວັດ ພ້ອມຖ່າຍຮູບໄປນຳຜ່ານຈໍຄອມພິວເຕີ້ຂອງເພິ່ນ ແລະ ສະແກນລາຍນິ້ວມື ຈໍ້າໝົດທັງ 10 ນິ້ວເຮົາເລີຍ.
ຫຼັງຈາກສຳພາດ ຖ່າຍຮູບ ແລະ ຈໍ້າລາຍນິ້ວມືເຮົາເປັນທີ່ຮຽບຮ້ອຍ ເພິ່ນກໍ່ຈະເຮັດບິນໃຫ້ເຮົາໄປຊໍາລະເງິນຢູ່ທີ່ຊ່ອງໝາຍເລກຕາມທີ່ເພິ່ນໄດ້ບອກ ຫຼັງຈາກນັ້ນພະນັກງານກໍ່ຈະນັດເຮົາມາເອົາ Passport ແລະ ລາຄາເອົາດ່ວນກໍ່ມີທັງ 1-2 ມື້ ຈ່າຍຕື່ມ 150,000ກີບ, ເອົາດ່ວນ 3 ມື້ ຈ່າຍຕື່ມ 100,000ກີບ, ເອົາ 5ມື້ – 1 ອາທິດ ຈ່າຍຕື່ມ 50,000ກີບ, ແຕ່ຖ້າໃຜທີ່ບໍ່ຟ້າວກໍ່ບໍ່ຕ້ອງຈ່າຍຄ່າລາຄາດ່ວນກໍ່ໄດ້ເດີ້ ພະນັກງານເພິ່ນກໍ່ຈະນັດເຮົາປະມານ 2 ອາທິດ ຫຼື 30 ວັນ ແລະ ເວລາທີ່ເຮົາໄປເອົາ Passport ເພິ່ນກໍ່ຈະໃຫ້ເຮົາສະແກນລາຍນິ່ວມືອີກຄັ້ງເພື່ອຮັບ passport (ແນະນຳໄປກ່ອນເວລາແດ່ເດີ້ ເພື່ອຈະໄດ້ກ່ອນໝູ່ຫັນນ່າ ອິອິ
ເປັນແນວໃດແດ່ ວິທີເຮັດ Passport ບໍ່ຍາກຄືທີ່ຄິດເລີຍແມ່ນບໍ່, ສຳລັບແຟນໆທ່ານໃດທີ່ບໍ່ມີ Passport ຫຼື ແຟນໆທີ່ຢາກປ່ຽນ Passport ຫົວໃໝ່ກໍ່ລອງໄປເຮັດດ້ວຍຕົວເອງໄດ້ເລີຍເດີ້ ຖືເປັນການຮຽນຮູ້ ແລະ ຫາປະສົບການໃໝ່ໆໄປໃນຕົວ.
(ໝາຍເຫດສຳລັບລາຄາທີ່ ຊະນີIndy ເຮັດລວມໝົດເປັນ 450,000 ກີບ ເພາະເຮັດ E-Passport ລາຄາ 400,000 ກີບ ແລະ ຈ່າຍລາຄາດ່ວນ 50,000 ກີບ, ຂັ້ນຕອນທີ່ໄດ້ໄປເຮັດຕາມຕົວຈິງກໍ່ຈະປະມານນີ້ ຖ້າມີຂັ້ນຕອນໃດທີ່ບໍ່ຄົບຖ້ວນກໍ່ຢ່າຟ້າວຮ້າຍກັນເດີ້ແຟນໆ ເພາະໄປເຮັດມາເປັນປີໆແລ້ວ)
Story: ຊະນີIndy