Breaking News

ຮ່ວມສົ່ງກຳລັງໃຈໃຫ້ອາສາກູ້ໄພລາວໃນການເຂົ້າຊ່ວຍ 13 ຊີວິດທີ່ຖໍ້າຫຼວງ-ຂຸນນໍ້ານາງນອນ ປະເທດໄທ!

ແບ່ງປັນ

ເປັນຂ່າວໂດ່ງດັງໄປທົ່ວໂລກ ໃນກໍລະນີມີເຫດການ ນ້ອງໆນັກເຕະບານ ທີມໝູປ່າ ອາຍຸ 11-16 ປີ ພ້ອມດ້ວຍໂຄສຜູ້ເຝິກສອນ ອາຍຸ 25 ປີ ອີກໜຶ່ງຄົນ ລວມເປັນ 13 ຊີວິດ ທີ່ຕິດຢູ່ໃນຖໍ້າ ອຸທະຍານຖໍ້າຫຼວງ-ຂຸນນໍ້ານາງນອນ ຈັງຫວັດ ຊຽງລາຍ ປະເທດໄທ ແລະ ເພື່ອຊ່ວຍເຫຼືອເພື່ອນມະນຸດນຳກັນ ປະເທດລາວ ເຮົາກໍ່ບໍ່ນິ້ງນອນໃຈມີອາສາກູ້ໄພ ຈາກໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ.ປ.ປ ລາວ 1623 ໄປຮ່ວມເປັນໜຶ່ງໃນທີມຄົ້ນຫາ 13 ຄົນທີ່ສູນຫາຍໃນຄັ້ງນີ້ຮ່ວມກັບທີມນັກຄົ້ນຫາທົ່ວໂລກ.

ການເດີນທາງໄປຂອງໜ່ວຍກູ້ໄພລາວກໍ່ໄດ້ມີການອັບເດດບອກພີ່ນ້ອງຊາວລາວຜ່ານເຟສບຸກຂອງ Yen Visoudala ເປັນໄລຍະ ແລະ ພາລະກິດຍັງຄົງດຳເນີນຕໍ່ໄປ: 

“ສຳລັບມື້ນີ້ກໍ່ເປັນມື້ທີ່ 2 ຂອງເຮົາທີ່ເຂົ້າຮ່ວມໃນການຄົ້ນຫາ ນ້ອງ13 ຄົນ ທີ່ຖໍ້າຫຼວງ-ຂຸນນໍ້ານາງນອນ ແຫ່ງນີ້ ຍັງສືບຕໍ່ການຄົ້ນຫາ ດ້ວຍຫລາຍວິທີ ເພາະຍັງມີ ອຸປະສັກຫລາຍຢ່າງ ດ້ານສິ່ງແວດລ້ອມ ສິ່ງທີ່ສຳຄັນທີ່ສຸດ ແມ່ນທາງຂັ້ນເທິງ ແລະ ມິດຕະພາບທີດີ ໃຫ້ໂອກາດ ໃນການມາເປັນສ່ວນຮ່ວມ ຄັ້ງນີ້ ແຕ່ເຖິງຢ່າງໃດກໍ່ຕາມ ກໍ່ຈະເຮັດສຸດຄວາມສາມາດ ເພື່ອສຳເລັດພາລະກິດຄັ້ງນີ້” 

ເຊື່ອວ່າຄົນລາວເຮົາກໍ່ຕິດຕາມຂ່າວນີ້ບໍ່ແມ່ນໜ້ອຍ, ຢ່າງໃດກໍ່ຂໍກຳລັງໃຈສົ່ງໃຫ້ທາງທີມກູ້ໄພລາວ ແລະ ທີມກູ້ໄພຈາກທົ່ວໂລກ ພາວະນາໃຫ້ເຈິນ້ອງໆທັງ 13 ຄົນຢ່າງປອດໄພແດ່ເດີ້.

(ຢ່າລືມແຊຣເປັນກຳລັງໃຈໃຫ້ໜ່ວຍກູ້ໄພຈາກປະເທດລາວເຮົານຳແດ່ເດີ້ແຟນໆ)

ຮູບພາບ: Yen Visoudala

ແບ່ງປັນ