Breaking News

ຫວານເວີ້ໆໆໆ! ສ່ອງຄວາມຫວານຂອງຄູ່ຮັກຄົນບັນເທີງ (ໂອ້ຍ…ຂ້າຄົນໂສດແທ້ເດ 555)

ແບ່ງປັນ

ທ້າຍອາທິດເປັນວັນພັກຜ່ອນຂອງແຟນໆ ແຕ່ ຊະນີIndy ບໍ່ພັກ ບໍ່ຫຼັບ ບໍ່ນອນເດີ້ ແນວຄົນມັກສາລະແນ…ເອີ້ຍ ບໍ່ແມ່ນ… ແນວຄົນມັກອັບເດດຂໍ້ມູນຂ່າວສານໃນວົງການບັນເທີງ ເພື່ອຈະໄດ້ເກັບມາຝາກແຟນໆທຸກໆຄົນ, ມາສ່ອງຄວາມຫວານຂອງເຫຼົ່າຄູ່ຮັກຄົນດັງຂອງວົງການບັນເທີງບ້ານເຮົາຫຼາຍຕໍ່ຫຼາຍຄູ່ ມີທັງຄູ່ທີ່ຍັງຄົບຫາເບິ່ງໃຈເປັນແຟນອອກໜ້າອອກຕາ ຄູ່ທີ່ກຳລັງກຸກກິກອິນເລີບ ຫຼື ຄູ່ທີ່ແຕ່ງດອງເປັນຝັ່ງເປັນຝາ ທີ່ພວກເຂົາໜັ່ນໂຊຄວາມຫວານມາຂ້າຄົນໂສດໃຫ້ເຫັນເປັນໄລຍະໆ, ເດະ…ເວົ້າໄປກໍຢາກຮູ້ແລ້ວແມ່ນບໍ່ວ່າມີຄູ່ໃດແດ່ ມາໆມາ ລອງມາເບິ່ງກັນໄວໆວ່າມີຄູ່ໄດແດ່!!!

ນູ່ນີ່ ກຸມພົນພັກດີ ແລະ ອ໊ອບ ລາຍພາງ ຄູ່ຮັກຫວານນໍ້າຕານຍັງອາຍ ໄປໃສມາໃສໂຕຕິດກັນຕະຫຼອດເລີຍ ເປັນຄູ່ຮັກທີ່ມີ FC ຕິດຕາມລໍຖ້າລຸ້ນຟັງຂ່າວດີກັນຫຼາຍສຸດເລີຍຄູ່ນີ້

ເຈນນີ່ ຕົ້ນຄຳ ພົນຈັນເຮືອງ Miss World Laos 2017 ແລະ ເອກ Overdance ຄູ່ນີ້ເຖິງຊ່ວງນີ້ຈະບໍ່ຄ່ອຍໂພສຮູບຄູ່ ແຕ່ຄືຮູ້ໆກັນວ່າທັງສອງຮັກກັນຫວານຊື່ນ ໄປໃສມາໃສ ດິນເນີກັນເລື້ອຍໆ ຢຸດຂ່າວລືທີ່ວ່າທັງສອງເລີກກັນໄດ້ແບບສະບາຍໆ

ສຽວຜິງ ໄຊຍະລິນ ແລະ ຕູ່ ສະຖາພອນ ບໍ່ວ່າຈະໄປໃສ ງານອີເວັ້ນໃດ ກໍຈະເຫັນທັງສອງເປັນເງົາຕິດຕົວກັນຕະຫຼອດ ແລະທັງສອງເມື່ອມີເວລາຫວ່າງກໍມັກຈະຄວງແຂນກັນໄປທ່ຽວພັກຜ່ອນຕາມແບບສະບັບຂອງຄູ່ຮັກແບບເລື້ອຍໆ

ບາບີ້ ປີຍະມາດ (ນາງແບບ-ນັກສະແດງ) ແລະ ອະເລັກ (ນັກຮ້ອງຮິບຮ໋ອບແຫ່ງວົງ  LOG) ທີ່ທັງສອງກໍຄົບຫາເບິ່ງໃຈກັນມາເປັນເວລາໄລຍະໜຶ່ງແລ້ວ ແຕ່ເບິ່ງໄປກໍຍັງບໍ່ມີທີທ່າວ່າຄວາມຫວານຈະຫຼຸດລົງແຕ່ຢ່າງໃດ (ອ໋ອຍ! ຫວານເວີ້ ຖ້າຈະຫວານປານນີ້ນ່າ ຊ່ວຍໄປຫວານກັນໄກໆຄົນໂສດແດ່ກໍ່ດີເດີ້ ອິອິ)

ເບລານ ສຸນິສາ ພັນທາວະດີ ແລະ ບອຍ ກິດສະນະ ຈຸນລະມຸນຕີ (ຄູ່ຮັກນາງແບບ-ນາຍແບບ) ທີ່ບໍ່ວ່າຂະໄປທາງໃດກໍຈະເຫັນທັງສອງໂຕຕິດກັນປານເຂົ້າໜົມຄູ່ ໜ້າຮັກໄປອີກຄູ່ນີ້

ມິມີ່ ວິລະພອນ ຮອງອັນດັບສອງ ນາງສາວລາວ 2017 ແລະ  ໜຸ່ມ ເຈສັນ ຫຼ້າສຸດໄປສະຫຼອງຄວາມຮັກທີ່ເຕັມໄປດ້ວຍໂລກແຫ່ງສີບົວ ສະຫຼອງຄົບຮອບ 5 ປີ ຄວາມຮັກ2ເຮົາ ໄກເຖິງ ປະເທດ ອອສເຕຣເລຍ (Australia) ແຖມຍັງຂຽນແຄັບຊັ່ນຫວານໆ ຜ່ານອິນສະຕາແກຼມໃຫ້ແຟນໆໄດ້ຈິກໝອນ ໃຫ້ຄົນໂສດໄດ້ອິດສາກັນເປັນແຖບ…

ແອັບເປີ້ນ ສີສະຫງຽນ ສີຫາລາດ ແລະ ຟຣຸກ ຈິຣະ ທີ່ໂຊຄວາມຫວານຕັ້ງແຕ່ເລີ່ມຄົບກັນຈົນຜ່ານໄປເປັນ 10 ປີ ຄວາມຫວານນັ້ນກໍຍັງບໍ່ຈາງ ແລະ ທັງສອງກໍ່ພິສູດຮັກແທ້ດ້ວຍການແຕ່ງດອງ ເປັນຝັ່ງເປັນຝາໄປແບບຮຽບຮ້ອຍ ເປັນອີກຄູ່ຮັກໄອດໍ້ ແຖມເປັນສາວລາວ-ບ່າວໄທ ສຸດຍອດເລີຍຄູ່ນີ້.

ເບິ່ງແລ້ວກໍຟິນ ຈິກໝອນ ໂລກນີ້ມີແຕ່ສີບົວໄປໝົດ ຢ່າງໃດຄວາມຮັກກໍງົດງາມສະເໝີ ໃຜທີ່ຍັງໂສດ ຊະນີIndy ກໍຂໍອວຍພອນໃຫ້ເຈິຄູ່ຮັກທີ່ໜ້າຮັກຄືກັບຄົນດັງເຫຼົ່ານີ້ເດີ້…

(ຂໍຂອບໃຈຮູບພາບຈາກເຫຼົ່າຄົນບັນເທີງ)

ແບ່ງປັນ