Breaking News

ປະມວນຮູບພາບອ້າຍນ້ອງກູ້ໄພລາວ ທີ່ເຂົ້າຮ່ວມຊ່ວຍ 13 ຊີວິດຕິດຖໍ້າ (ຄົນລາວຄົນມີນໍ້າໃຈ)

ແບ່ງປັນ

ເຫັນຮູບພາບທີ່ຊາວເນັດກົດໄລ້ ກົດແຊຣ ຢ່າງຫຼວງຫຼາຍ ນັ້ນກໍ່ຄືຮູບພາບ ອ້າຍນ້ອງກູ້ໄພລາວ  ທີ່ເຂົ້າຮ່ວມຊ່ວຍເຫຼືອ 13 ຊີວິດຕິດຖ້າທີ່ ຖໍ້າຫຼວງ-ຂຸນນໍ້ານາງນອນ ຈັງຫວັດ ຊຽງລາຍ ປະເທດໄທ ຮ່ວມກັບອີກຫຼາຍໆຊາດທີ່ອາສາມາຮ່ວມຄົ້ນຫາ ທີມ ນັກເຕະບານ ໝູປ່າ- ອາຄາເດມີ, ເຊິ່ງກໍ່ຖືວ່າເປັນຄວາມພາກພູມໃຈຂອງຄົນລາວເຮົາ ທີ່ຢ່າງໜ້ອຍກໍ່ໄດ້ມີຕົວແທນ ນັ້ນກໍ່ຄື ທີມອ້າຍນ້ອງກູ້ໄພຈາກ ປະເທດລາວ ເຮົາ ໄປຮ່ວມເສີມທັບ ເປັນອີກໜື່ງກຳລັງທີ່ເຂົ້າຮ່ວມຊ່ວຍເຫຼືອ 13 ຊີວິດທີ່ຕິດຖໍ້າ ເຖິງຈະມີຄວາມຍາກລໍາບາກພຽງໃດ ພວກອ້າຍໆເພິ່ນກໍ່ສູ້ບໍ່ຖອຍ. #ແຊຣໄປເປັນກຳລັງໃຈໃຫ້ທີມກູ້ໄພຈາກປະເທດລາວ

ມາເບິ່ງ! ຮູບພາບອ້າຍນ້ອງກູ້ໄພລາວ ທີ່ເຂົ້າຮ່ວມຊ່ວຍ 13 ຊີວິດຕິດຖໍ້າ (ຄົນລາວຄົນມີນໍ້າໃຈ)

 

(ຢ່າລືມແຊຣເປັນກຳລັງໃຈໃຫ້ໜ່ວຍກູ້ໄພຈາກປະເທດລາວເຮົານຳແດ່ເດີ້ແຟນໆ)

ຮູບພາບ: Yen Visoudala , Buk Q Sdl

ແບ່ງປັນ