Breaking News

ເລີ່ມແລ້ວ! Miss Universe Laos 2018 ປີນີ້ຂໍບອກວ່າເຂັ້ມຂົ້ນ ຍິ່ງໃຫ່ຍແນ່ນອນ!!!

ແບ່ງປັນ

ເລີ່ມແລ້ວເດີ້ແຟນໆ ສຳລັບເວທີການປະກວດສາວງາມ ເວທີອັນຊົງຄຸນຄ່າ  Miss Universe Laos 2018, ທີ່ຫຼ້າສຸດຈັດງານຖະແຫຼງຂ່າວຢ່າງເປັນທາງການຂຶ້ນແລ້ວໃນບ່າຍຂອງວັນທີ 3 ກໍລະກົດ 2018 ເຊິ່ງກ່ອນໜ້ານີ້ເຊື່ອວ່າແຟນໆຄົງຈະໄດ້ຍິນມາແດ່ແລ່ວວ່າຈະມີ ອາເລັກຊານດຣ້າ ທິດາວັນ ບຸນຊ່ວຍ ນັກຮ້ອງ-ນັກສະແດງຊື່ດັງ ມາເປັນຜູ້ອຳນວຍການກອງປະກວດ ແລະ ຢາກບອກວ່າສິ່ງທີ່ແຟນໆໄດ້ຍິນມານັ້ນແມ່ນແລ້ວ…ແຖມໃນປີນີ້ນາງຍັງດຶງເອົາ ນາຕາລີ ເກວໂບວາ Miss Universe 2005 ແລະ ຊາມ ໄອຍາລີນ ໂອສະຖານົນ Miss Universe Thailand 2006 ມາຮ່ວມໂຄງການ Miss Universe Laos 2018 ເພື່ອຮ່ວມວາງມາດຕະຖານ ແລະ ຝຶກແອບສາວລາວຜູ້ເຂົ້າປະກວດ Miss Universe Laos 2018 ໃຫ້ມີບຸກຄະລິກກະພາບທີ່ດີ ມີຄວາມໝັ້ນໃຈຄົບຕາມຄຸນສົມບັດຂອງນາງງາມຈັກກະວານເພື່ອກຽມຄວາມພ້ອມສູ່ການປະກວດນາງງາມຈັກກະວານໃນລະດັບສາກົນ (ໂອ້!!!ວ້າວວວ ເລີດເດີ້)

ສຳລັບການປະກວດ Miss Universe Laos 2018 ແມ່ນມີຈຸດປະສົງຫຼັກ ເພື່ອສ້າງພາບພົດໃຫ້ແມ່ຍິງລາວ ສ້າງຊື່ສຽງໃຫ້ ປະເທດລາວ ອອກສູ່ເວທີລະດັບໂລກ ເຊິ່ງຄອນເສັບການປະກວດໃນປີນີ້ແມ່ນຂໍບອກວ່າໄດ້ຍິນສະໂລແກຣນແລ້ວຕ້ອງຮ້ອງວ່າ Ohhh wow! ດັງໆເລີຍ ເພາະມີສະໂລແກຣນວ່າ: ສະເໜ່ຄວາມເປັນລາວ ສູ່ຄວາມເປັນດາວແຫ່ງຈັກກະວານ (The charming beauty of Laos into the universe) ແລະ ຍັງໆບໍ່ໄດ້ເລີດແຕ່ສະໂລແກຣນເດີ້ ເພາະຊື່ມົງກຸດໃນປີນີ້ຂໍບອກວ່າກໍ່ເລີດເຊັ່ນດຽວກັນ ມົງກຸດໃນປີນີ້ມີຊື່ວ່າ “ມະນີຈຳປາ ມະນີແຫ່ງລ້ານຊ້າງ” ເຊິ່ງມີແຮງບັນດານໃຈມາຈາກສະເໜ່ຄວາມເປັນລາວ ກັບສັນຍາລັກມະນີຈຳປາ ເຊິ່ງເປັນສັນຍາລັກທີ່ຈະຊ່ວຍຕື່ມເຕັມຄວາມງາມໃຫ້ແມ່ຍິງລາວ ໂດດເດັ່ນ ແລະ ມີຄວາມເປັນເອກະລັກຫຼາຍຂຶ້ນ.

(ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017)

ໄດ້ຍິນຊື່ຄອນເສັບ ແລະ ຊື່ມົງກຸດ ໃນປີນີ້ເຊື່ອວ່າມີສາວໆຫຼາຍໆຄົນຕ້ອງມີຄວາມສົນໃຈ ແລະ ຢາກເຂົ້າຮ່ວມປະກວດ ເຊິ່ງການຮັບສະໝັກແບ່ງອອກເປັນ 3 ພາກດັ່ງນີ້:

  • ພາກເໜືອ ທີ່ ນະຄອນຫຼວງພະບາງ ຈະເປີດຮັບສະໝັກທີ່ໂຮງແຮມ ພູລແມນ ໃນວັນທີ 7 ກໍລະກົດ 2017
  • ພາກໃຕ້ ທີ່ ນະຄອນປາກເຊ ຈະເປີດຮັບສະໝັກທີ່ໂຮງແຮມ ຈຳປາສັກແກຣນ ໃນວັນທີ 14 ກໍລະກົດ
  • ພາກກາງ ທີ່ ນະຄອນຫຼວງວຽງຈັນ ຈະເປີດຮັບສະໝັກທີ່ໂຮງແຮມ ແລນມາກ ແມ່ຂອງ ລີເວີໄຊ ໃນວັນທີ 21 ກໍລະກົດ 2018  (ລາຍລະອຽດເພີ່ມຕື່ມສາມາດເບິ່ງທີ່ເພສ Miss Universe Laos ມີສຢູນີເວີຣສ ລາວ )

(ມີຮູບພາບມື້ຖະແຫຼງຂ່າວໃນວັນທີ 3 ກໍລະກົດ 2018 ມາຝາກ)

ແບ່ງປັນ