ຂັ້ນຕອນ 1: ຄົ້ນຫາຕົວລົດ ແລະ ເລືອກອອບຊັ້ນຕ່າງໆທີ່ທ່ານຕ້ອງການ
ຊື້ລົດໃໝ່ແມ່ນບາດກ້າວທີ່ໃຫຍ່ ແຕ່ບໍ່ແມ່ນສິ່ງທີ່ໜ້າຢ້ານກວ່າ. ທັງໝົດທີ່ທ່ານຕ້ອງເຮັດແມ່ນຊອກຫາປະເພດ, ຫາຫ້ອງໂຊຣູມ, ກວດເຊັກລາຄາ ແລະ ເຈລະຈາຊື້ລົດໃໝ່ຂອງທ່ານ.
ຖ້າຍັງບໍ່ແນ່ໃຈວ່າລົດລຸ້ນໃດທີ່ທ່ານຕ້ອງການ? ໃນເວລານັ້ນ ເຂົ້າໄປຫາສູນໂຊຣູມນິດສັນຂອງພວກເຮົາ ເຊິ່ງທີ່ປຶກສາການຂາຍຂອງພວກເຮົາຈະຊ່ວຍທ່ານຮຽນຮູ້ຟີດເຈີ ແລະ ອ໋ອບຊັນຕ່າງໆຂອງລົດພວກເຮົາໄດ້ຫລາຍຂຶ້ນ.
ຂັ້ນຕອນ 2: ຄົ້ນຫາ ແລະ ທົດລອງຂັບຂີ່
ເມື່ອທ່ານຢູ່ທີ່ຫ້ອງໂຊຣູມ:
- ທົດລອງຂັບຂີ່ ແລະ ຮຽນຮູ້ ສໍາຜັດກັບຕົວລົດ ເພື່ອໃຫ້ເຂົ້າໃຈຫລາຍຂຶ້ນ.
- ເອົາຄອບຄົວຂອງທ່ານໄປພ້ອມ ເພື່ອທົດສອບຄວາມເໝາະສົມໃນຕົວລົດ ແລະ ເບິ່ງວ່າ ລົດຈະສາມາດຮັບມືກັບປະເພດຫົນທາງຫລາຍລະດັບຕ່າງກັນໄດ້ແນວໃດ.
- ຖາມຕົວທ່ານເອງວ່າ: ປຸ່ມຄວບຄຸມຕ່າງໆແມ່ນໃຊ້ງ່າຍຫລືບໍ່? ລົດເໝາະສົມກັບຄວາມຕ້ອງການຂອງທ່ານແລ້ວບໍ່?
ຂັ້ນຕອນ 3: ໄດ້ລາຄາຂາຍ&ຕອບຕົກລົງເຮັດສັນຍາຊື້
ເມື່ອທ່ານມີລົດນິດສັນເປົ້າໝາຍແລ້ວ, ມັນເປັນເວລາທີ່ຈະເນັ້ນໃສ່ການໄດ້ລາຄາທີ່ເໝາະສົມ. ພວກເຮົາແນະນໍາໃຫ້ຖາມຂໍເອົາລາຄາສຸດທ້າຍ ແລະ ການບໍລິການຫລັງການຂາຍຫລາຍກວ່າໂປຣໂມຊັັ້ນທີ່ມີຢູ່ໃນປະຈຸບັນ.
ຖ້າລາຄາ,ການຈັດຫາເງິນທຶນ ແລະ ຄ່າທໍານຽມເບິ່ງເໝາະສົມແລ້ວ, ມັນຈະເປັນເວລາທີ່ຈະຕົກລົງເຮັດສັນຍາຊື້ຂາຍ ໂດຍການຈ່າຍຄ່າທໍານຽມກ່ອນທໍາອິດ.
ຂັ້ນຕອນ 4: ທົບທວນສັນຍາຊື້ຂາຍ ແລະ ກວດກາການຈັດຫາເງິນທຶນກັບທະນາຄານຫຼືບໍລິສັດສີນເຊື່ອ
ຫລັງຈາກຈ່າຍຄ່າທໍານຽມຈອງລົດ, ຕອນນີ້ຄໍາຖາມໃຫຍ່ຂອງທ່ານແມ່ນກ່ຽວພັນກັບການຫາເງິນກູ້ທະນາຄານ. ລາຄາລົດພ້ອມດ້ວຍໂປຣໂມຊັ້ນບໍ່ແມ່ນປັດໃຈທີ່ຕັດສິນຊື້ຂາຍລົດທີ່ດີ. ນອກຈາກນີ້, ທ່ານຄວນຈະເບິ່ງທີ່ອັດຕາດອກເບັ້ຍທະນາຄານ, ໄລຍະເວລາເງິນກູ້ ໂດຍປຽບທຽບກັບທະນາຄານອື່ນໆສອງສາມທະນາຄານ ເພື່ອຕັດສິນວ່າສິ່ງໃດທີ່ດີທີ່ສຸດສໍາລັບທ່ານ. ພະນັກງານຂາຍພວກເຮົາຈະຊ່ວຍທ່ານເລືອກເອົາແພັກເກັດການຈັດຫາເງິນທຶນຢ່າງເໝາະສົມ.
ຂັ້ນຕອນ 5: ຮັບມອບລົດ
ບໍ່ວ່າທ່ານຈະຮັບມອບລົດຂອງທ່ານຢູ່ທີ່ຫ້ອງໂຊຣູມຫລືບໍ່, ໃຫ້ທ່ານຍ່າງອ້ອມເບິ່ງລົດຄັ້ງສຸດທ້າຍ, ກວດກາຮອຍບຸ້ມ ຫລື ຮອຍຂູດ ທີ່ອາດຈະເກີດຂຶ້ນໃນລະຫວ່າງການຂົນສົ່ງ. ສຸດທ້າຍແລ້ວ, ໃຫ້ພະນັກງານຂາຍພາຍ່າງເລາະເບິ່ງລົດໃໝ່ຂອງທ່ານ. ນີ້ຈະລວມເຖິງການສະແດງອອບຊັ້ນທີ່ສໍາຄັນແລະ ອຸປະກອນຄວາມປອດໄພຕ່າງໆ.
ຂໍໃຫ້ມີຄວາມສຸກໃນການຊື້ລົດນິດສັນ!