Breaking News

ຂໍ້ຄວນຮູ້!!! ຖ້າຕ້ອງຂີ່ຍົນຄັ້ງທໍາອິດ ຕ້ອງປະຕິບັດແນວໃດ???

ແບ່ງປັນ

ການເດີນທາງດ້ວຍຍົນສໍາລັບຄົນທີ່ບໍ່ເຄີຍນັ້ນ ສາມາດສ້າງຄວາມຢ້ານ ແລະ ກັງວົນໃຈໄດ້ຢ່າງບໍ່ໜ້າເຊື່ອ ສາເຫດຫຼັກໆນັ້ນກໍຄົງເປັນເພາະຄວາມຕື່ນເຕັ້ນ ບໍ່ຮູ້ວ່າຈະປະຕິບັດຕົວແນວໃດ ເພາະການຂຶ້ນຍົນນັ້ນຈະຫຍຸ້ງຍາກກວ່າການເດີນທາງແບບອື່ນເລັກໜ້ອຍ ດັ່ງນັ້ນ ມື້ນີ້ຂວັນໃຈເລີຍຮວບຮວມເອົາຂັ້ນຕອນງ່າຍໆ ມາແນະນໍາສໍາລັບສາວໆທີ່ກໍາລັງເດີນທາງດ້ວຍຍົນຄັ້ງທໍາອິດ.

1. ໃນກໍລະນີເດີນທາງໄປຕ່າງປະເທດ ໃຫ້ກະກຽມເອກະສານຕ່າງໆ ທີ່ຈໍາເປັນເຊັ່ນ: Passport ໃສ່ກະເປົ໋າໃຫ້ພ້ອມ ລວມເຖິງການ Check ຂະໜາດກະເປົ໋າຕາມສາຍການບິນທີ່ກໍານົດວ່າບໍ່ຄວນເກີນເທົ່ານັ້ນເທົ່ານີ້, ສຶກສາຂໍ້ຫ້າມການນໍາເຄື່ອງຂອງບາງຢ່າງຂຶ້ນໄປນໍາ.

2. ຄວນເດີນທາງມາຮອດສະໜາມບິນ ກ່ອນເວລາປະມານ 2 ຊົ່ວໂມງ ຈາກນັ້ນໃຫ້ໄປ Check In ທີ່ Coulter ສາຍການບິນ ເຊິ່ງສາມາເບິ່ງໄດ້ຕາມປ້າຍຕ່າງໆທີ່ຕິດໄວ້ແຕ່ A-Z ແຕ່ຕ້ອງເບິ່ງດີໆ ເພາະບາງເທື່ອເຮົາໄປຮອດ Coulter ຍັງບໍ່ເປີດກໍມີຈ່າ.

3. ເມື່ອ Check In ແລ້ວ ກໍນັ່ງຖ້າ ຫຼື ເຂົ້າໄປກວດ Passport ໄດ້ເລີຍ ເຊິ່ງແນະນໍາວ່າໃຫ້ເຂົ້າໄປທາງໃນເລີຍຈະດີກວ່າ ເພາະເຮົາຈະໄດ້ມີເວລາຍ່າງເບິ່ງທາງໃນພ້ອມວ່າເປັນແນວໃດ ລວມເຖິງຕ້ອງ Check Gate ແລະ ເວລາຂຶ້ນຍົນໃຫ້ດີນໍາ ກໍເບິ່ງຈາກໃນບິນນັ້ນລະ ເພາະຈະໄດ້ໄປເຖິງຈຸດໝາຍປາຍທາງແບບແມ່ນຍໍາ.

4. ເມື່ອຂຶ້ນຍົນແລ້ວ ໃຫ້ Check ເບິ່ງບ່ອນນັ່ງຂອງເຮົາ ເພື່ອໃຫ້ນັ່ງຖືກຕາມໝາຍເລກທີ່ກໍານົດໄວ້ ສ່ວນກະເປົ໋າໃຫ້ສອດໄວ້ເທິງເທິງຫົວຈະມີບ່ອນໃຫ້ໄວ້ ແຕ່ຖ້າເປັນກະເປົ໋າເອກະສານໃຫ້ຖືໄວ້ຕິດຕົວ ຈະມີບ່ອນໃສ່ກະເປົ໋າພວກນີ້ຢູ່ບໍລິເວນໃຕ້ບ່ອນນັ່ງຂອງເຮົານັ້ນເອງ.

5. ເມື່ອເຖິງຈຸດໝາຍ ຖ້າເປັນຕ່າງປະເທດ Air hosted ຈະມາແຈກໃບ Landing Card ເຊິ່ງເປັນເອກະສານສໍາລັບຄົນທີ່ໄປຍັງປະເທດນັ້ນໆ ເປັນຄັ້ງທໍາອິດຈໍາເປັນຕ້ອງຂຽນ ເອກະສານນີ້ຕ້ອງເກັບໄວ້ພ້ອມກັບ Passport ສໍາລັບໃຫ້ດ່ານກວດຄົນເຂົ້າເມືອງກວດ ຈາກນັ້ນໃຫ້ Check ເບິ່ງເອກະສານຕ່າງໆ ເພື່ອກຽມເຂົ້າດ່ານກວດນັ້ນເອງ.  

6. ຈາກນັ້ນເມື່ອລົງຍົນ ໃຫ້ຍ່າງຕາມຄົນອື່ນໆໄປເລີຍ ເພາະທີ່ໝາຍນັ້ນຄືດ່ານກວດບ່ອນດຽວກັນ ຫຼື Immigration ແຕ່ຖ້າຈື່ຄົນທີ່ມານໍາກັນໄດ້ກໍສາມາດຍ່າງໄປຊ່ອງສໍາລັບຄົນຕ່າງປະເທດໄດ້ເລີຍ 7. ເມື່ອຜ່ານບ່ອນກວດແລ້ວ ໃຫ້ໄປຖ້າເອົາກະເປົ໋າເຄື່ອງຂອງເຮົາທີ່ຂົວ ເຊິ່ງຈະມີປ້າຍບອກໃຫ້ເຮົາໄປຖ້າເອົາຢູ່ຂົວໃດ? ເມື່ອໄດ້ຮັບເຄື່ອງແລ້ວກໍສິ້ນສຸດການເດີນທາງດ້ວຍຍົນ…

ສາວໆຈະເຫັນໄດ້ວ່າ ຫຼັກໆຄວາມຫຍຸ້ງຍາກຈະໄປຢູ່ບ່ອນດ່ານກວດຫຼາຍກວ່າ ແຕ່ການໂດຍສານນັ້ນແມ່ນຄືກັບການເດີນທາງແບບອື່ນໆ ເຊິ່ງຖ້າສົງໄສ ຫຼື ຕິດຂັດບ່ອນໃດ ສາວໆສາມາດສອບຖາມເຈົ້າໜ້າທີ່ໄດ້ຕະຫຼອດເວລາ.

ແບ່ງປັນ