Breaking News

ຄົນບັນເທີງລາວແຫ່ໂພສສະແດງຄວາມຍິນດີກັບ 13 ຊີວິດຕິດຖໍ້າແບບນີ້…

ແບ່ງປັນ

ເຊື່ອວ່າຄົນລາວເຮົາເກືອບທົ່ວປະເທດທີ່ຕິດຕາມຂ່າວ 13 ຊີວິດຕິດຖໍ້າ ແລະ ໃນວັນທີ 3 ກໍລະກົດ 2018 ກໍ່ມີຂ່າວດີອອກມາແລ້ວວ່າໄດ້ພົບຕົວນ້ອງໆທັງ 13 ຄົນແລ້ວ ແລະ ພວກເຂົາກໍ່ປອດໄພດີ ພຽງແຕ່ຍັງເມື່ອຍລ້າ ເນື່ອງຈາກ ຂາດອາຫານ ແລະ ນໍ້າ ເປັນເວລາ 10 ມື້,

ຫຼ້າສຸດບັນດາຄົນບັນເທີງບ້ານເຮົາຫຼາຍທ່ານເຊັ່ນ: ລູກນໍ້າ ທິດາລັດ ວົງສິລິ, ນຸ້ຍ ສຸພາພອນ ສົມວິຈິດ, ຕ໋ອດ ລີນ້າ, ນ້ອຍ ລັດສະໝີ ໄຊສົງຄາມ, ຫຼ້ານ້ອຍ ພໍໃຈ ແລະ ອະເລັກ ອະລິຍາ ແລະ ອີກຫຼາຍຕໍ່ຫຼາຍທ່ານກໍ່ໄດ້ໂພສຜ່ານ ເຟສບຸກ ແລະ ອິນສະຕາແກຼມສ່ວນຕົວ ເພື່ອຮ່ວມສະແດງຄວາມຍິນດີທີ່ພົບເຈິນ້ອງໆ ແລະ ດີໃຈເປັນຢ່າງຍິ່ງທີ່ເຫັນນ້ອງໆທັງ 13 ຄົນປອດໄພ.

ລູກນໍ້າ ທິດາລັດ ວົງສິລິ ດາລາ-ນັກສະແດງຊື່ດັງ

ນຸ້ຍ ສຸພາພອນສົມວິຈິດ ມິສຍູນິເວຣີດລາວ 2017

ຕ໋ອດ ລີນ້າ ນັກຮ້ອງ-ນັກສະແດງຊື່ດັງ

ນ້ອຍ ລັດສະໝີ ໄຊສົງຄາມ ນາງແບບຊື່ດັງ

ຫຼ້ານ້ອຍ ພໍໃຈ ເນັດໄອດໍ້ຄົນດັງ

ອະເລັກ ອະລິຍາ ນັກແຕ່ງໜ້າຄິວທອງ

(ຂໍຂອບໃຈຮູບພາບຈາກເຫຼົ່າຄົນບັນເທີງ)

ແບ່ງປັນ