Breaking News

ສຸດຍອດ! ສື່ນອກຍົກຍ້ອງໃຫ້ ປະເທດລາວ  ເປັນຊາດທຳອິດທີ່ສົ່ງອາສາກູ້ໄພເຂົ້າຊ່ວຍເຫຼືອ 13 ຊີວິດຕິດຖໍ້າ!!!

ແບ່ງປັນ

ໃນທີ່ສຸດວິນາທີທີ່ຄົນທົ່ວໂລກລໍຖ້າເບິ່ງ ລຸ້ນກັນມາເປັນສິບກວ່າມື້ ນັ້ນກໍ່ຄືການຄົ້ນຫາ ນັກເຕະບານເຍົາວະຊົນ ທີມເຕະບານ ໝູປ່າ-ອາຄາເດມີ່ ແລະ ໃນຊ່ວງເຊົ້າ ວັນທີ 3 ກໍລະກົດ 2018 ຂ່າວດີກໍ່ບັງເກີດຂຶ້ນເມື່ອທາງທີມນັກຄົ້ນຫາໄດ້ໃຫ້ສັນຍານວ່າ ໄດ້ພົບເຈິທີມໝູ່ປ່າແລ້ວ ທັງ 13 ຊີວິດຍັງປອດໄພດີ

ແລະ ສື່ຫຼາຍສຳນັກຂອງປະເທດໄທ ກໍ່ໄດ້ລາຍງານຂ່າວເພື່ອຂອບໃຈທີມຊ່ວຍເຫຼືອຈາກທົ່ວໂລກ ແລະ ໜຶ່ງໃນນັ້ນກໍ່ເປັນ ປະເທດລາວ ທີ່ເປັນປະເທດທຳອິດທີ່ສົ່ງອາສາກູ້ໄພເຂົ້າຊ່ວຍເຫຼືອ 13 ຊີວິດຕິດຖໍ້າໃນຄັ້ງນີ້ ເຊິ່ງສື່ດັງຈາກປະເທດເພື່ອນບ້ານກໍ່ໄດ້ຂຽນວ່າ: “ນໍ້າໃຈຈາກຕ່າງຊາດ… ສປປ.ລາວ ທີມງານລາວຈາກມູນລະນິທິຊ່ວຍເຫຼືອຄວາມທຸກຍາກແຫ່ງ ສປປ.ລາວ ເປັນປະເທດເພື່ອນບ້ານຊາດທຳອິດທີ່ສົ່ງທີມກູ້ໄພມາຮ່ວມຊ່ວຍເຫຼືອ” ຖືເປັນອີກຄວາມພາກພູມໃຈອີກຢ່າງໜຶ່ງຂອງຄົນລາວ

(ຮູບພາບຈາກ kapook)

ມາເບິ່ງ! ຮູບພາບອ້າຍນ້ອງກູ້ໄພລາວ ຂະນະປະຕິບັດໜ້າທີ່ ເປັນເວລາ 9 ມື້ທີ່ຜ່ານມາ  (ຄົນລາວຄົນມີນໍ້າໃຈ)

 

(ຢ່າລືມແຊຣເປັນກຳລັງໃຈໃຫ້ໜ່ວຍກູ້ໄພຈາກປະເທດລາວເຮົານຳແດ່ເດີ້ແຟນໆ)

ຮູບພາບ: Yen Visoudala , Buk Q Sdl 

ແບ່ງປັນ