Breaking News

ເປີດຄລິບ! ວິນາທີຕື່ນເຕັ້ນທີ່ຄົນທົ່ວໂລກລໍຄອຍ ເຈິແລ້ວທີມໝູປ່າ (13ຊີວິດຕິດຖໍ້າປອດໄພດີ)

ແບ່ງປັນ

ໃນທີ່ສຸດວິນາທີທີ່ຄົນທົ່ວໂລກລໍຖ້າເບິ່ງ ລຸ້ນກັນມາເປັນສິບກວ່າມື້ ນັ້ນກໍ່ຄືການຄົ້ນຫາ ນັກເຕະບານເຍົາວະຊົນ ທີມ ໝູປ່າ-ອາຄາເດມີ່ ແລະ ໃນຊ່ວງເຊົ້າ ວັນທີ 3 ກໍລະກົດ 2018 ຂ່າວດີກໍ່ບັງເກີດຂຶ້ນເມື່ອທາງທີມນັກຄົ້ນຫາໄດ້ໃຫ້ສັນຍານວ່າ ໄດ້ພົບເຈິທີມໝູ່ປ່າແລ້ວ ທັງ 13 ຊີວິດຍັງປອດໄພດີ, ແລະ ວິນາທີ່ຕື່ນເຕັ້ນກໍ່ມາຮອດ ເມື່ອເພສເຟສບຸກ Thai NavySEAL ໄດ້ນຳພາບມາເຜີຍແຜ່ພ້ອມທັງຂຽນແຄັບຊັ່ນທີ່ເຮັດໃຫ້ຄົນທົ່ວໂລກຍິ້ມໄດ້ກໍ່ຄື “Hooyah…..ທີມໝູປ່າ”

Hooyah…..ทีมหมูป่าพบเยาวชนทีมหมูป่าบริเวณหาดทรายห่างจาก Pattaya beach 200 เมตร โดยนักดำน้ำหน่วยซีลดำน้ำวางไลน์เชือกนำทาง ร่วมกับนักดำน้ำจากประเทศอังกฤษ ระยะทางจากห้องโถง 3 ยาว 1,900 เมตร เมื่อเวลา 21.38 น. คืนวันที่ 2 กรกฎาคม 2561#ThainavySEAL

โพสต์โดย Thai NavySEAL เมื่อ วันจันทร์ที่ 2 กรกฎาคม 2018

ເຊິ່ງໜ່ວຍຊີວ ແລະ ນັກດຳນໍ້າເລິກຊາວອັງກິດ ເຂົ້າໄປເຈິພວກເຂົາຢູ່ທີ່ໂງດຫິນ ບໍລິເວນເນີນນົມສາວ ຫ່າວຈາກເຂດພັດທະຍາບຣີດທີ່ຖືກນໍ້າຖ້ວມປະມານ 400 ແມັດ.

ຄລິບຈາກ: Thai NavySEAL

ແບ່ງປັນ