Breaking News

ສະແດງຄວາມຍິນດີ! ທີມໝູປ່າ-ອາຄາເດມີ່ ຈະໄດ້ເປັນແຂກ VIP ໃນຮອບຊິງຊະນະເລີດບານໂລກ 2018 (ດັງໄກໄປທົ່ວໂລກອີ່ຫລີ)

ແບ່ງປັນ
ດັງໄກໄປທົ່ວໂລກ ສຳລັບກໍລະນີ 13 ຊີວິດຕິດຖໍ້າຫຼວງ-ຂຸນນໍ້ານາງນອນ ຈັງຫວັດ ຊຽງລາຍ ປະເທດໄທ, ຫຼ້າສຸດ ທ່ານ ຈານນີ່ ອິນຟານຕິໂນ ປະທານສະຫະພັນບານເຕະນາໆຊາດ (FIFA) ໄດ້ສົ່ງຈົດໝາຍເຖິງ ພລ.ຕ.ອ ສົມຍົດ ພຸ່ມພັນມ່ວງ ນາຍົກສະມາຄົມກິລາບານເຕະແຫ່ງປະເທດໄທ ເພື່ອຮ່ວມສະແດງຄວາມຍິນດີທີ່ໄດ້ພົບນ້ອງໆ ທີມໝູ່ປ່າ-ອາຄາເດມີ່ ທັງ 12 ຄົນ ແລະ ຄູເຝິກ 1 ຄົນ ລວມທັງໝົດ 13 ຊີວິດ ຫຼັງຈາກທີ່ຕິດຢູ່ໃນຖໍ້າໄປເປັນເວລາກວ່າ 10 ມື້.

ເຊິ່ງ ທ່ານ ຈານນີ່ ອິນຟານຕິໂນ ປະທານສະຫະພັນບານເຕະນາໆຊາດ (FIFA) ໄດ້ສົ່ງໜັງສືຮ່ວມສະແດງຄວາມຍິນດີ ລວມເຖິງໃຫ້ກຳລັງໃຈຜູ້ທີ່ມີສ່ວນກ່ຽວຂ້ອງ ໂດຍໃຈຄວາມໜັງສືໄດ້ລະບຸວ່າ:

“ຂ້ອຍໄດ້ຕິດຕາມຂ່າວການຊ່ວຍຊີວິດນັກເຕະບານເຍົາວະຊົນທັງ 12 ຄົນ ແລະ ຄູເຝິກສອນອີກ 1 ຄົນ ເຊິ່ງໄດ້ຕິດຢູ່ໃນຖໍ້າທີ່ ຈັງຫວັດ ຊຽງລາຍ ປະເທດໄທ ເນື່ອງຈາກມີນໍ້າຖ້ວມປິດປາກຖໍ້າ ຕັ້ງແຕ່ວັນທີ 13 ມິຖຸນາ 2018 ແລະ ຕອນນີ້ຮູ້ສຶກດີໃຈເປັນຢ່າງຍິ່ງ ເມື່ອໄດ້ຮັບຂ່າວດີວ່າພົບຕົວທັງ 13 ຄົນເປັນທີ່ຮຽບຮ້ອຍແລ້ວ”

“ໃນນາມຂອງສະຫະພັນບານເຕະນານາຊາດ (FIFA) ຂ້ອຍຢາກສະແດງຄວາມເສຍໃຈ ແລະ ເຫັນໃຈກັບເຫດການທີ່ເກີດຂຶ້ນ ແລະ ຫວັງວ່າພວກເຂົາຈະອອກມາພ້ອມກັບສຸຂະພາບທີ່ແຂງແຮງອີກຄັ້ງໃນໄວໆນີ້ ເຊິ່ງຫວັງວ່າຄຳອວຍພອນເຫຼົ່ານີ້ຈະເຮັດໃຫ້ທຸກຄົນຫຼຸດຄວາມກັງວົນໄດ້ບໍ່ຫຼາຍກໍ່ໜ້ອຍ ເພື່ອເຮັດໃຫ້ກ້າວຜ່ານຊ່ວງເວລາອັນຍາກລຳບາກນີ້ໄປໃຫ້ໄດ້”

“ຫວັງວ່າເມື່ອທຸກຄົນກັບອອກມາ ແລະ ສຸຂະພາບຮ່າງກາຍແຂງແຮງພໍກັບທີ່ຈະເດີນທາງ ຟີ່ຟ່າຍິນດີເປັນຢ່າງຍິ່ງທີ່ຈະເຊີນພວກເຂົາທັງໝົດເຂົ້າຮ່ວມເບິ່ງບານເຕະໂລກ  2018 ໃນນັດຊິງຊະນະເລີດ ທີ່ກຣຸງມອສໂຄ ໃນຖານະແຂກຂອງ (FIFA) ເຊິ່ງຈະມີຂຶ້ນໃນວັນທີ 15 ກໍລະກົດ ນີ້ ພວກເຮົາຫວັງວ່າທັງໝົດຈະສາມາດມາເປັນແຂກຂອງພວກເຮົາໄດ້ ເຊິ່ງຈະເປັນເວລາອັນງົດງາມແຫ່ງການສະຫຼອງໄຊຊະນະໃນຄັ້ງນີ້ກໍ່ວ່າໄດ້”

ດ້ວຍຄວາມເຄົາລົບ

ຈານນີ່ ອິນຟານຕິໂນ່

 

(ຂໍສະແດງຄວາມຍິນດີກັບ ນ້ອງໆທີມໝູປ່າ-ອາຄາເດມີ່ ແລະ ຄູເຝິກ ນຳຫຼາຍໆເດີ້)

ທີ່ມາ: .khaosod

ແບ່ງປັນ