Breaking News

ກຽມຕົວແນວໃດ? ຖ້າຈະໄປທ່ອງທ່ຽວຕ່າງປະເທດຄັ້ງທໍາອິດ!!!

ແບ່ງປັນ

ຈະໄປທ່ອງທ່ຽວຕ່າງປະເທດຄັ້ງທໍາອິດ ຫຼາຍໆຄົນກໍຄົງຕື່ນເຕັ້ນສຸດໆ ເຮັດຕົວບໍ່ຖືກ ບໍ່ຮູ້ຈະກຽມຕົວແນວໃດເພື່ອບໍ່ໃຫ້ພາດ ມາອ່ານຄໍາແນະນໍາທາງນີ້ເລີຍ!!!

1. ສໍາຫຼວດປະເທດທີ່ຈະໄປ ຖ້າມີປະເທດເປົ້າໝາຍແລ້ວ ໃຫ້ລົງມືຊອກຂໍ້ມູນພື້ນຖານທັນທີເລີ່ມແຕ່ທີ່ຕັ້ງ, ອານາເຂດ, ເມືອງທີ່ຈະໄປ, ພາສາຂຽນ ແລະ ພາສາເວົ້າ, ອາກາດໄລຍະທີ່ຈະເດີນທາງ Style ອາຫານການກິນ ວັດທະນະທໍາທ້ອງຖີ່ນເບື້ອງຕົ້ນ ຖ້າເຮົາເຂົ້າໃຈວ່າ ເຮົາຈະເດີນທາງໄປບ່ອນນັ້ນແບບໃດ ເຮົາກໍຈະກຽມຕົວໄດ້ງ່າຍຂຶ້ນນັ້ນເອງ

2. ເຮັດ Check Lists ມີສິ່ງຂອງຫຼາຍຢ່າງທີ່ຈໍາເປັນຕ້ອງໃຊ້ໃນການດໍາລົງຊີວິດ ໂດຍສະເພາະບາງຄົນທີ່ມີຂໍ້ຈໍາກັດເຊັ່ນ: ແພ້ອາຫານບາງຊະນິດ, ກິນຍາກ, ຂີ້ຮ້ອນ, ຂີ້ໜາວ ຫຼື ເຈັບເປັນງ່າຍ ຄວນມີ Check Lists ເຄື່ອງຂອງທີ່ຈໍາເປັນຕ້ອງໃຊ້ໃຫ້ຄົບ ບໍ່ຄວນໄປຊອກຊື້ເອົາທາງໜ້າ ເພາະອາດຈະບໍ່ມີໃຫ້ຊື້ ຫຼື ລາຄາສູງ ຈົນເຮັດໃຫ້ໝົດຄວາມມ່ວນໄປເລີຍ.

3. ກະເປົ໋າ ແລະ Passport ບໍ່ວ່າຈະເປັນບ້ານເມືອງທີ່ຈະເລີນແລ້ວ ຫຼື ບໍ່… ກໍມີຂີ້ລັກທັງໝົດ ການພົກພາເງິນສົດຄວນແບ່ງອອກເປັນກ້ອນນ້ອຍໆ ຫຼາຍກ້ອນໃສ່ໄວ້ຕາມບ່ອນຕ່າງໆ ເພື່ອກ້ອນໃດຫາຍໄປຈະໄດ້ມີສໍາຮອງໄວ້ໃຊ້ ເວລາອອກໄປທ່ອງທ່ຽວຄວນໃຊ້ກະເປົ໋ານ້ອຍໜ່ວຍດຽວແນບໄວ້ກັບຕົວ ແລະ ຄວນເອົາໄວ້ບ່ອນທີ່ເບິ່ງເຫັນຕະຫຼອດເວລາ ສ່ວນ Passport ຄວນເອົາຕິດຕົວໄວ້ຕະຫຼອດເວລາເມື່ອອອກຈາກຫ້ອງ ເຮັດສໍາເນົາໜ້າທໍາອິດ ແລະ ວີຊ່າ ເກັບແຍກໄວ້ ຫຼື ສົ່ງ Email ໄວ້. ຄວນມີແຜນທີ່ (ຫຼື ໂທລະສັບທີ່ມີ GPS) ກັບລາຍລະອຽດການຕິດຕໍ່ຂອງສະຖານເຮົາບ້ານເຮົາໃນປະເທດນັ້ນໆໄວ້ນໍາ ເພື່ອຕ້ອງການຄວາມຊ່ວຍເຫຼືອ

4. ຕິດຕາມຂ່າວສານ ໃນໄລຍະມື້ໃກ້ເດີນທາງ ຄວນຕິດຕາມຂ່າວສານຂອງປະເທດທີ່ຈະໄປຢ່າງໃກ້ຊິດເຊັ່ນ: ສະພາບອາກາດ, ການເມືອງ ຫຼື ບັນຫາການເດີນທາງພາຍໃນປະເທດ ທີ່ຈະເຮັດໃຫ້ Trip ຂອງເຮົາມີບັນຫາ ຫຼື ຕົກຢູ່ໃນສະຖານະການອັນຕະລາຍເມື່ອໄປຢູ່ສະຖານທີ່ນັ້ນໆ ແຕ່ກໍບໍ່ຕ້ອງຫວາດລະແວງຈົນເກີນໄປ ພຽງ Check ໄວ້ເພື່ອຄວາມແນ່ນອນເທົ່ານັ້ນ ຈະໄດ້ທ່ອງທ່ຽວຢ່າງສະບາຍໃຈ.

5. ການເດີນທາງ ໃນບາງປະເທດມີລະບົບຂົນສົ່ງມວນຊົນທີ່ດີເຊັ່ນ: ຍີ່ປຸ່ນ ຫຼື ຮົງກົງ ຈະຊ່ວຍກໍານົດເວລາໃນການເດີນທາງລະຫວ່າງສະຖານທີ່ທ່ອງທ່ຽວຕ່າງໆໄດ້ຄ້ອນຂ້າງດີ ລະບົບການຊື້ປີ້ທີ່ເຮົາບໍ່ຄຸ້ນເຄີຍ ຫຼື ເສັ້ນທາງຫຼາກຫຼາຍເສັ້ນກໍອາດເຮັດໃຫ້ເຮົາສັບສົນໄດ້ເຊັ່ນກັນ. ຈຶ່ງຄວນວາງແຜນໄວ້ລ່ວງໜ້າຢ່າງລະອຽດເພື່ອຈະໄດ້ບໍ່ຫຼົງເສຍເວລາ, ເສຍອາລົມ

6. ເລືອກສະຖານທີ່ທ່ອງທ່ຽວ ການໄປທ່ອງທ່ຽວຈະມ່ວນຂຶ້ນເມື່ອເຮົາຮູ້ວ່າບ່ອນນັ້ນມີຫຍັງດີ ໃຫ້ເບິ່ງໃນໄລຍະທີ່ຈະໄປເຊັ່ນ: ມີເທສະການປະຈໍາປີ, ງານພິເສດ, ໂປຣໂມຊັ່ນຖືກທີ່ສຸດໃນໄລຍະມື້ພັກ, ມີແຫຼ່ງທ່ອງທ່ຽວ ຫຼື ຮ້ານອາຫານທີ່ໜ້າສົນໃຈຢູ່ໃກ້ໆ, ມີແຫຼ່ງທ່ອງທ່ຽວທີ່ຕິດກັນຢູ່ເປັນໂຊນ. ລອງເສຍເວລາມາຊອກຂໍ້ມູນຈັກໜ້ອຍ ຈຶ່ງບໍ່ຕ້ອງມານັ່ງເສຍໃຈກັບຄວາມພິດພາດຕາມຫຼັງ.

ແບ່ງປັນ