Breaking News

ປາດດດ…ງານດີເວີ້! ລັດຖະມົນຕີອາຍຸນ້ອຍທີ່ສຸດຂອງ​ປະເທດ ມາ​ເລ​ເຊຍ!

ແບ່ງປັນ

ວ້າວໆໆໆ! ເຫັນແລ້ວເລື່ອນກາຍບໍ່ໄດ້ເລີຍ ຫຼ້າສຸດສຳນັກງານຂ່າວສານຕ່າງປະເທດໄດ້ລາຍງານວ່າ ​ເມື່ອ​ບໍ່​ດົນ​ມາ​ນີ້ ທ່ານ ​ໄຊ​ເອັດ ​ຊາດ​ິກ ອັບ​ດຸນຣາ​ແມນ ອາຍຸ 25 ປີ ​​​ໄດ້​ຮັບ​ການ ​ແຕ່ງ​ຕັ້ງ ​ໃຫ້​ເປັນ​ ລັດຖະມົນ​ຕີ​ວ່າການ ກະຊວງຊາວ​ໜຸ່ມ ​ແລະ ກິລາ​ຂອງ​ມາ​ເລ​ເຊຍ, ​ຖືວ່າເປັນ​ລັດຖະມົນຕີທີ່ອາຍຸນ້ອຍທີ່ສຸດ​ໃນ​ປະຫວັດສາດ​ຂອງ ປະ​ເທດ ມາເລເຊຍ ເລີຍກໍ່ວ່າໄດ້.

ເຊິ່ງລັດຖະມົນຕີໜຸ່ມຫຼໍ່ຄົນນີ້ກໍ່ຍັງໄດ້ກ່າວວ່າ: “ຖື​ເປັນ​ກຽດ​ອັນ​ໃຫຍ່​ຫລວງ ສຳລັບ​ຊາວ​ໜຸ່ມ​ມາ​ເລ​ເຊຍ ​ແລະ ​ຈະຕັ້ງໜ້າ​ປະຕິບັດ​ໜ້າ​ທີ່ໃຫ້​ໄດ້​ຮັບ​ປະສິດ​ທີ​ຜົນ, ພ້ອມ​ດ້ວຍ​ການສະໜັບສະໜູນ​ຈາກພາກ​ສ່ວນ​ຕ່າງໆ ​ເພື່ອ​ໃຫ້​ໄດ້​ຮັບ​ໝາກຜົນຢ່າງຮອບດ້ານ” 

ໂອ້ຍຍຍ!!! ຫຼໍ່…ງານດີ ຊົມເຊີຍເດີ້ ທັງຫຼໍ່ ທັງເກັ່ງ ສຸດຍອດ!!!

ທີ່ມາ: ປະເທດລາວ Pathedlao

ແບ່ງປັນ