Breaking News

ຄັກແທ້ໆ! ຫາກໍ່ຮູ້ວ່າເຮັດ ບັດປະຈຳຕົວ ດຽວນີ້ງ່າຍໆເນາະ (ແຊຣເກັບໄວ້ເບິ່ງເລີຍເດີ້)

ແບ່ງປັນ

(ການເຮັດບັດປະຈຳຕົວໃນເຂດ ເມືອງ.ຈັນທະບູລີ ນະຄອນຫຼວງວຽງຈັນ) 

ສະບາຍດີໝູ່ເພື່ອນໝົດທຸກຜູ້ທຸກຄົນ ເນື່ອງຈາກບັດປະຈຳຕົວເກົ່າໝົດອາຍຸ ຈຶ່ງມີໂອກາດໄດ້ໄປເຮັດບັດປະຈຳຕົວໃໝ່ ກ່ອນທີ່ຈະໄປເຮັດກໍ່ຄິດໜັກ ຮູ້ສຶກຂີ້ຄ້ານຂຶ້ນມາທັນທີ ແນວວ່າບໍ່ໄດ້ເຮັດດົນໆ ບໍ່ຮູ້ວ່າຂັ້ນຕອນການເຮັດບັດປະຈຳຕົວຈະເປັນແນວໃດ ແຕ່ກໍ່ຍ້ອນມັນເປັນສິ່ງຈຳເປັນທີ່ປະຊາຊົນລາວເຮົາຄວນຕ້ອງມີ ບັດປະຈຳຕົວເປັນຂອງຕົວເອງເພື່ອຍັ້ງຍືນສັນຊາດ ແລະ ປະກອບເອກະສານອື່ນໆ, ດັ່ງນັ້ນຈຶ່ງຕັດສິນໃຈໄປເຮັດໃນທີ່ສຸດ.

ກ່ອນອື່ນຂໍບອກວ່າສິ່ງທີ່ ຊະນີIndy ຈະມາລີວິວສູ່ຟັງນີ້ ແມ່ນໄດ້ເຮັດຢູ່ທີ່ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ໃຈແທ້ກໍ່ຢາກເອົາມາເລົ່າໝົດທຸກບ່ອນພຸ້ນແຫລະເນາະ ແຕ່ເນື່ອງຈາກວ່າມີໂອກາດໄດ້ເຮັດບ່ອນນີ້ ເພາະອາໃສຢູ່ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ເລີຍຄິດວ່າໜ້າຈະເປັນປະໂຫຍດແກ່ໝູ່ເພື່ອນທຸກຄົນ, ການເຮັດບັດປະຈຳຕົວໃນສະໄໝນີ້ແມ່ນສະດວກສະບາຍຫຼາຍ ໃຜຢູ່ເມືອງໃດ ແຂວງໃດກໍ່ແມ່ນເຮັດຢູ່ຫັ້ນເລີຍ ມີພຽງ 3-4 ຂັ້ນຕອນເທົ່ານັ້ນ.

ກ່ອນອື່ນຕ້ອງກະກຽມ ສຳມະໂນຄົວແທ້ ແລະ ກ໋ອບປີ້, ຮູບ 1 ໃບ ແຕ່ບາງເຂດກໍ່ຈະບໍ່ຄືກັນເດີ້ ບາງເຂດເພິ່ນກໍ່ຈະໃຫ້ໄປເຊັນປົກຄອງບ້ານ ກໍ່ແລ້ວແຕ່ຕົວເມືອງ ແລະ ແຂວງໃຜມັນ (ຍໍ້າວ່າແຕ່ລະເຂດບໍ່ຄືກັນເດີ້ແຟນໆ)

ຫຼັງຈາກເຮົາມີ ສຳມະໂນຄົວແທ້ ແລະ ກ໋ອບປີ້, ຮູບ 1 ໃບ ຢູ່ໃນມືແລ້ວເຮົາກໍ່ມຸ່ງໜ້າໄປທີ່ເມືອງ ແລ້ວຂໍຊື້ຟອມຈາກພະນັກງານທີ່ປ່ອງໝາຍເລກ 2 (ເມືອງ.ຈັນທະບູລີ) ໃນລາຄາ 80,000ກີບ ພ້ອມເສຍຄ່າທຳນຽມອີກ 5,000ກີບ ແລ້ວເພິ່ນກໍ່ຈະຖາມວ່າຕ້ອງການເຮັດບັດປະຈຳຕົວແບບດ່ວນບໍ່ ຖ້າດ່ວນກໍ່ຈ່າຍເພີ່ມ 100,000 ກີບ ໄດ້ແບບໄວເລີຍພາຍໃນເວລາ 3 ວັນ ແຕ່ຖ້າມັກແບບຊິວໆ ສະບາຍໆ ບໍ່ຟ້າວກໍ່ຍັງຢູ່ໃນລາຄາເກົ່າ 85,000ກີບ ຈະໄດ້ພາຍໃນເວລາ 10ວັນ.

ຫຼັງຈາກເຮົາໄດ້ຟອມມາແລ້ວເຮົາກໍ່ມາຂຽນປະຫວັດຢ່າງລະອຽດ ໃນຟອມກໍ່ຈະຖາມເຖິງປະຫວັດສ່ວນຕົວເຊັ່ນ: ອາຍຸ ລວງສູງ ປະຫວັດການສຶກສາ ສາຍພົບພັນກັບຄົນໃນຄອບຄົວ ແລະ ອື່ນໆ

, ພໍຂຽນຟອມແລ້ວກໍ່ຍ່າງເຂົ້າໄປທີ່ຫ້ອງເບີ 5 ຈະເປັນຫ້ອງທີ່ເພິ່ນຖ່າຍຮູບ ພ້ອມທັງສະແກຣນລາຍນິ້ວມືຂອງເຮົາ ແຕ່ຂໍບອກວ່າຕ້ອງມາໃຫ້ເປັນເວລາກັນແດ່ເດີ້ ເພາະທາງເຂດເພິ່ນຮັບຟອມແຕ່ 8-11:30 (ຕອນເຊົ້າ), 1:30-3:30 (ຕອນແລງ) ບອກເວລາໄວ້ກ່ອນຈະໄດ້ບໍ່ເສຍເວລາ ໂອ້!ລືມບອກວ່າທຸກໆວັນສຸກຕອນແລງເພິ່ນກໍ່ບໍ່ຮັບເຮັດເດີ້ ຕ້ອງໄປຕັ້ງແຕ່ຈັນ-ສຸກ (ຕອນເຊົ້າ) ເທົ່ານັ້ນ, ຫຼັງຈາກທີ່ຖ່າຍຮູບສະແກຣນລາຍນິ້ວມືເປັນທີ່ຮຽບຮ້ອຍແລ້ວ ເພິ່ນກໍ່ຈະເຮັດປີ້ນ້ອຍໆ ເພື່ອນັດເຮົາມາເອົາຕາມມື້ທີ່ເຮົາໄດ້ຈ່າຍໄປຕັ້ງແຕ່ແລກ ຄືແບບປົກກະຕິ ແລະ ແບບດ່ວນ ພ້ອມກັບເສຍຄ່າທຳນຽມອີກ 5,000ກີບ ກໍ່ເປັນອັນເສັດສິ້ນຂັ້ນຕອນການເຮັດບັດປະຈຳຕົວ.

ພໍຮອດມື້ກຳໝົດຕາມທີ່ເພິ່ນນັດໝາຍເຮົາກໍ່ເອົາປີ້ນ້ອຍໆທີ່ເພິ່ນໄດ້ເຮັດໃຫ້ກ່ອນໜ້າມາຍື່ນເອົາທີ່ປ່ອງໝາຍເລກ 1 ເລີຍເດີ້!!!

ໝາຍເຫດ: ສຳລັບຂັ້ນຕອນການເຮັດບັດປະຈຳຕົວໃນແຕ່ລະເມືອງ ແຕ່ລະແຂວງກໍ່ຈະບໍ່ຄືກັນ ແຕ່ກໍ່ຈະຄ້າຍໆຄືກັບທີ່ ຊະນີIndy ໄດ້ເອົາຂໍ້ມູນມາຝາກ ແຕ່ອາດຈະມີຢ່າງອື່ນເພີ່ມເຕີມເລັກໜ້ອຍ.

ໃຜທີ່ຍັງບໍ່ມີບັດ ຫຼື ຍາກປ່ຽນຈາກບັດແບບເກົ່າ ເປັນບັດປະຈຳຕົວແບບໃໝ່ກໍ່ລອງໄປເຮັດກັນໂລດເດີ້ ເພື່ອຄວາມສະດວກສະບາຍໃນການປະກອບເອກກະສານ ແລະ ກໍ່ເປັນການຍັ້ງຍື່ນວ່າເຮົາກໍ່ເປັນພົນລະເມືອງລາວ.(ຢ່າລືມແຊຣເກັບໄວ້ເບິ່ງເດີ້)

Story: ຊະນີIndy

ແບ່ງປັນ