Breaking News

ຮູ້ຫຼືບໍ່? ຊຸດທີ່ ທ່ານທູດສະຫະລັດອາເມລິກາ ໃສ່ເປັນສີມືຂອງຄົນລາວ #ແຊຣໄປໃຫ້ໂລກເຫັນ

ແບ່ງປັນ

ເນື່ອງຈາກ ທ່ານ ນາງ ຣີນາ ບິດເຕີ ທູດສະຫະລັດອາເມລິກາປະຈຳ ສປປ.ລາວ ຕ້ອງການຢາກນຸ່ງຊຸດໄໝລາວໃນໂອກາດງານ ສະເຫຼີມສະຫຼອງຄົບຮອບ 242 ປີ ວັນສ້າງຕັ້ງສະຫະລັດອາເມລິກາ ແລະ ເພື່ອບົ່ງບອກເຖິງສາຍພົວພັນລະຫວ່າງສະຫະລັດອາເມລິກາ ແລະ ສປປ ລາວ ຈຶ່ງໄດ້ຈັດການປະກວດໃຫ້ນັກອອກແບບໄວໜຸ່ມທົ່ວປະເທດລາວໄດ້ມີໂອກາດສະແດງສີມື.

ຖືວ່າບໍ່ທຳມະດາສຳລັບສີມືການອອກແບບເສື້ອຜ້າຂອງຄົນລາວ ແລະ ໃນທີ່ສຸດ ທ້າວ ບິນດ່ຽມ ຈັນທະວີ ແລະ ທ້າວ ທຸລານີ ຈັນທະລັງສີ ນັກອອກແບບໜຸ່ມນ້ອຍໃນໂຄງການ Lao Young Designer  ເຊິ່ງທັງສອງເປັນນັກອອກແບບມາຈາກ ນະຄອນປາກເຊ ແຂວງ ຈຳປາສັກ ກໍ່ຊະນະເລີດເຄມເປນນີ້ ແລະ ໄດ້ມີໂອກາດທັງອອກແບບ ຕັດຫຍິບ ໃຫ້ຊຸດ ທ່ານ ນາງ  ຣີນາ ບິດເຕີ ທູດສະຫະລັດອາເມລິກາປະຈຳ ສປປ.ລາວ ໄດ້ອອກມາງົດງາມ ແລະ ຄົງຄອນເສັບສາຍພົວພັນລະຫວ່າງສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ເປັນຢ່າງດີ (ຊົມເຊີຍເດີ້) ຊຸດງາມຫຼາຍໆ.

(ແຊຣໄປໃຫ້ໂລກຮູ້ເຖິງສີມືຄົນລາວ)

ຂໍ້ມູນ: U.S. Embassy Vientiane

 

ແບ່ງປັນ