ສາວໆເຄີຍເປັນບໍ່ ເວລາຂີ່ລົດຈະມີອາການແບບວ່າວິນວຽນ, ປວດຫົວ, ປວດຮາກຢູ່ຕະຫຼອດ ແລະ ຮ້າຍແຮງທີ່ສຸດກໍຈະຮາກອອກມາແນ່… ມັນເປັນສິ່ງທໍລະມານບໍ່ໜ້ອຍເລີຍ ແຖມຍັງເປື້ອນອີກ ໂອ່ຍຍຍ ບໍ່ຢາກຈະຄິດ ມື້ນີ້ເລີຍຢາກຈະມາແນະນໍາວິທີແກ້ອາການເມົາລົດມາໃຫ້ໄດ້ອ່ານ ແລະ ປະຕິບັດເບິ່ງ…
1. ຫ້າມອ້ານໜັງສື ຫຼື ຫຼິ້ນໂທລະສັບໃນຂະນະຂີ່ລົດ ເພາະຈະເຮັດໃຫ້ປະສາດ ຫຼື ສະມາທິຂອງເຮົາ ຈົດຈໍ່ຢູ່ທາງໜ້າເທົ່ານັ້ນ ແລະ ອາການທີ່ຕາມມາຄື ການປັບສົມດຸນຕາມການເຄື່ອນໄຫວຂອງລົດບໍ່ໄດ້ ອາການເມົາຈຶ່ງມັກເກີດຂຶ້ນ ດັ່ງນັ້ນ ເວລາຂີ່ລົດເຮົາຈຶ່ງບໍ່ຄວນຈ້ອງຢູ່ກັບສິ່ງດຽວ ແລະ ພະຍາຍາມເບິ່ງວິວທິວທັດທາງນອກຕະຫຼອດ ຈະຊ່ວຍຫຼຸດອາການນີ້ໄດ້.
2. ພະຍາຍາມນັ່ງບໍລິເວນທາງໜ້າລົດ ປະສາດສ່ວນຕ່າງໆ ຈະຮັບຮູ້ຈັງຫວະການເຄື່ອນຕົວຂອງລົດ ລວມທັງການເຕັ້ນຂອງລົດໄດ້ ຈາກການທົດລອງພົບວ່າວິທີນີ້ຊ່ວຍໃຫ້ຜູ້ທີ່ມັກເມົາລົດ ມີອາການຫຼຸດລົງຫຼາຍ.
3. ຢາມ່ອງ, ຢາດົມ, ຢາອົມ, ຢາຫອມ ຊ່ວຍທ່ານໄດ້ ເມື່ອເລີ່ມມີອາການວິນວຽນຫົວ, ປວດຮາກ ລອງຈັບຂຶ້ນມາສູດດົມ ຈະຊ່ວຍບັນເທົາອາການໄດ້ດີພໍສົມຄວນ
4. ກິນໝາກໄມ້ທີ່ມີລົດຊາດສົ້ມ ເຊັ່ນ ໝາກມ່ວງ ຫຼື ໝາກຂາມ ເຊິ່ງລົດຊາດສົ້ມຂອງໝາກໄມ້ຊະນິດນີ້ຈະຊ່ວຍຫຼຸດອາການເມົາ ຫຼື ວິນວຽນລົງໄດ້ພໍສົມຄວນ ແຕ່ແນະນໍາວ່າຢ່າກິນຫຼາຍ ເພາະຈະເກີດກົດໃນກະເພາະ ແລະ ເຮັດໃຫ້ຖອກທ້ອງໄດ້ ຍິ່ງໜັກກວ່າເມົາລົດອີກ.
5. ກິນຢາແກ້ເມົາລົດ ເຊັ່ນ Dimenhydrinate ປັດຈຸບັນຢາປະເພດນີ້ ມັກມີຂາຍຕາມຮ້ານຂາຍຢາ ຫຼື ຮ້ານຄ້າສະດວກຊື້ທົ່ວໄປ ເໝາະສໍາລັບຄົນທີ່ເລີ່ມມີອາການເມົາລົດເກີດຂຶ້ນ ຢາຈະຊ່ວຍປັບສົມດຸນຂອງລະບົບປະສາດ ຊ່ວຍໃຫ້ຮ່າງກາຍປັບຕົວຕາມການເຄື່ອນໄຫວ ຫຼືການສັ່ນສະເທືອນຂອງລົດ.
6. ຈິບ ຫຼື ດື່ມນໍ້າອັດລົມໃນປະລິມານທີ່ພໍດີ ວິທີນີ້ໃຊ້ກັບຄົນທີ່ມັກປຸ້ນທ້ອງຫຼາຍໆ ເພາະນໍ້າອັດລົມຈະໄປຊ່ວຍຂັບດັນກົດໃນກະເພາະອອກມາ ສາມາດຫຼຸດອາການປຸ້ນທ້ອງລົງໄດ້ພໍສົມຄວນ ແລະ ນອກຈາກນີ້ ຖ້າໃຜຮູ້ປຸ້ນທ້ອງຄວນສູດລົມຫາຍໃຈເຂົ້າເລິກໆ ໃນລະຫວ່າງທີ່ມີອາການ ເຊິ່ງການເຮັດແບບນີ້ຈະຊ່ວຍໃຫ້ຄວາມຮູ້ສຶກວິນຫົວຫຼຸດລົງໄດ້.