Breaking News

ມະຫາເສດຖີອິນເດຍ ຈັດພິທີແຕ່ງດອງໃຫ້ເຈົ້າສາວກຳພ້າ 236 ຄູ່!!!

ແບ່ງປັນ

ມະຫາເສດຖີອິນເດຍ ຈັດພິທີແຕ່ງດອງໃຫ້ເຈົ້າສາວກຳພ້າ 236 ຄູ່

ທ່ານ ມະເຫດ ສະວານີ ມາຫາເສດຖີເຈົ້າຂອງທຸລະກິດເຈຍລະໄນເພັດ-ພອຍຄົນອິນເດຍ ໄດ້ເປັນເຈົ້າພາບຈັດພິທີແຕ່ງດອງໃຫ້ແກ່ເຈົ້າສາວທີ່ກໍາພ້າພໍ່ 236 ຄູ່ ທີ່ລັດ ກູຊະຣາດ (Gujarat). ນັບຕັ້ງແຕ່ປີ 2008 ເປັນຕົ້ນມາ ທ່ານ ມະເຫດ ໄດ້ເປັນເຈົ້າພາບຈັດພິທີແຕ່ງດອງໝູ່ໃຫ້ເຈົ້າສາວກໍາພ້າພໍ່ມາແລ້ວກວ່າ 700 ຄູ່.

ສໍາລັບພິທີງານແຕ່ງດອງຫຼ້າສຸດ ທ່ານ ມະເຫດ ໄດ້ຊື້ຄຳ ແລະ ເຄື່ອງໃຊ້ໃນຄົວເຮືອນ ລວມເປັນມູນຄ່າ 5 ແສນຣູປີ ໃຫ້ເຈົ້າສາວແຕ່ລະຄົນ. ໂດຍປົກກະຕິແລ້ວຄົນອິນເດຍຈະມີພິທີແຕ່ງດອງທີ່ເອີ້ນວ່າ: “ກັນຍາດານ” ໂດຍຜູ້ເປັນພໍ່ຂອງຝ່າຍຍິງ ຈະກຽມສິນສອດໄປສູ່ຂໍຝ່າຍຊາຍ ແລະ ທ່ານ ມະເຫດ ໄດ້ຮັບໜ້າທີ່ເປັນພໍ່ລ້ຽງໃຫ້ແກ່ເຈົ້າສາວທີ່ບໍ່ມີພໍ່ເຫຼົ່ານີ້.

15782537_589935687881461_1499352024_n

ທ່ານ ມະເຫດ ມະຫາເສດຖີມີລູກຊາຍ 2 ຄົນ ແລະ ຮ່ວມພິທີແຕ່ງດອງ ທີ່ຈັດຂຶ້ນໃນວັນທີ 26 ທັນວາທີ່ຜ່ານມາ ເຮັດໃຫ້ເຈົ້າສາວທີ່ເຂົ້າຮ່ວມເພີ່ມຂຶ້ນເປັນ 238 ຄູ່ ເຖິງແມ່ນວ່າຈະຈັດພິທີຕາມຮີດຄອງທໍານຽມຂອງຮິນດູ ແຕ່ກໍມີເຈົ້າສາວມາຈາກສາສະໜາມຸດສະລິມ 5 ຄົນ ແລະ ຄຣິສອີກ 1 ຄົນທີ່ເຂົ້າຮ່ວມໃນພິທີ.

ທ່ານ ມະເຫດ ບອກວ່າ: ແຮງບັນດານໃຈທີ່ເຮັດໃຫ້ຈັດພິທີແຕ່ງດອງໃຫ້ລູກສາວກໍາພ້າມາຈາກລູກຈ້າງຄົນໜຶ່ງຂອງລາວເສີຍຊີວິດ ກ່ອນຈະມີໂອກາດໄດ້ຈັດພິທີໃຫ້ລູກສາວຂອງລາວ. (ເສດຖີຢູ່ລາວກໍຄວນເບິ່ງໄວ້ເປັນແບບຢ່າງກໍດີໃດ ແຖມຍັງໄດ້ບຸນນຳອີກ)

 

ແບ່ງປັນ