Breaking News

ລັກສະນະຮີມສົບທວາຍນິດໄສ…!!!

ແບ່ງປັນ

ລັກສະນະຮີມສົບທວາຍນິດໄສ… ໃຜທີ່ມີຮີມສົບແບບໃດ ແລະ ມີນິດໄສແບບໃດເບິ່ງເລີຍ…

81

ຮີມສົບເທິງຍື່ນອອກມາຫຼາຍກວ່າຮີມສົບລຸ່ມ

ຖ້າທ່ານເປັນຄົນທີ່ຮີມສົບເທິງຍື່ນອອກມາຫຼາຍກວ່າຮີມສົບລຸ່ມ ໝາຍຄວາມວ່າທ່ານເປັນຄົນເວົ້າກົງໄປກົງມາມີຄວາມຊື່ສັດ ບໍ່ມັກຕົວະກັບຄົນທີ່ທ່ານຮັກ ແລະ ທ່ານກໍບໍ່ມັກໃຫ້ຄົນອື່ນມາເວົ້າສິ່ງທີ່ບໍ່ແມ່ນຄວາມຈິງກັບທ່ານເຊັ່ນກັນ ເພາະສະນັ້ນທ່ານເລີຍມີຄວາມໄຮ້ດຽງສາຢູ່ໜ້ອຍໜຶ່ງ ທ່ານມັກຈະເຊື່ອທຸກເລຶ່ອງທີ່ທ່ານໄດ້ເວົ້າອອກໄປ ບາງຄົນອາດຈະຄິດວ່າທ່ານບໍ່ສະຫຼາດເລີຍ

ແຕ່ຄົນເຫຼົ່ານັ້ນມັກຈະຕາບອດທີ່ເຫັນຄວາມສາມາດຂອງທ່ານ ສາວໆລັກສະນະຮີມສົບແບບນີ້ເນັ້ນຄົນທີ່ຈິດໃຈດີສາມາດເພິ່ງພາໄດ້ບໍ່ວ່າຈະເປັນໝູ່ ຫຼື ຄົນອ້ອມຂ້າງ ແລະ ຈະມ່ວນກັບຊີວິດ ແລະ ໃຊ້ເວລາທຸກມື້ໃຫ້ຄຸ້ມຄ່າໂດຍບໍ່ເສຍໃຈ ເຖິງຈະເປັນສິ່ງທີ່ເຮັດຜິດທ່ານກໍຈະຄິດວ່າມັນເປັນບົດຮຽນສອນທ່ານເພື່ອທີ່ທ່ານຈະໄດ້ເຮັດມັນໃຫ້ດີກວ່າເກົ່າ ຫຼາຍຄົນອິດສາຮອຍຍິ້ມຂອງທ່ານເພາະມັນສາມາດດຶງດູດຄົນດີໆເຂົ້າມາ ແລະ ນັ້ນກໍເຮັດໃຫ້ທ່ານມີໝູ່ຢ່າງຫຼວງຫຼາຍ.

ຮີມສົບລຸ່ມຍື່ນອອກມາຫຼາຍກວ່າຮິມສົບເທິງ

ຖ້າວ່າຮີມສົບລຸ່ມໃຫຍ່ກວ່າຮິມສົບເທິງແມ່ນ ມັກຈະເປັນຄົນທີ່ຊ່າງສັງເກດ ແລະ ສຸຂຸມໃນບາງເທື່ອ ມັກສຶກສາປະຕິກິລິຍາຄົນອ້ອມຂ້າງ ອາດຈະເບິ່ງໃຈຄົນອອກພຽງແຕ່ການກະທໍາ ທ່ານເປັນຄົນທີ່ຕັດສິນໃຈຢ່າງເດັດຂາດ ເຮັດວຽກຮ່ວມກັບຄົນອື່ນໄດ້ເກັ່ງຫຼາຍ ຍິ່ງເປັນວຽກກ່ຽວກັບການເວົ້າ ຫຼື ຜູ້ຈັດການທຸລະກິດ ຫຼື ຈະເປັນນັກຂຽນທີ່ເກັ່ງເພາະທ່ານເວົ້າໄດ້ຊັດເຈນ ແລະ ເຂົ້າໃຈງ່າຍ ເວລາທ່ານເວົ້າຫຍັງຄົນອື່ນຈະຕັ້ງໃຈຟັງ ແລະ ເຊື່ອສະເໝີ ຄໍາເວົ້າຂອງທ່ານເປັນສິ່ງທີ່ມີຄວາມໝາຍ ແລະ ມັກຈະຖືກໃຈຄົນອື່ນ

ນອກຈາກນັ້ນທ່ານຍັງເປັນຄົນທີ່ມີຄວາມຈໍາດີຫຼາຍ ແຕ່ບາງເທື່ອທ່ານອາດຈະເຫງົາໄປແນ່ ເພາະມັກຈະຢູ່ກັບຄວາມເປັນຈິງ ໜັງສື ແລະ ໃຊ້ຊີວິດຊອກປະສົບການຫຼາຍກວ່າຄົນອື່ນ ພະຍາຍາມເບິ່ງໂລກໃນແງ່ດີ ແລະ ປ່ອຍມັນໄປແນ່ ໃນຊີວິດບໍ່ມີຫຍັງໄດ້ດັ່ງໃຈທຸກຢ່າງ ຊີວິດຕ້ອງມີຄວາມມ່ວນຊື່ນ ບໍ່ຕ້ອງຄິດຫຼາຍ ບາງເທຶ່ອສິ່ງນ້ອຍໆກໍເຮັດໃຫ້ທ່ານມີຄວາມສຸກໄດ້

ຫຼັງຈາກສໍາຫຼວດຕົວເອງແລ້ວລອງສໍາຫຼວດຄົນອ້ອມຂ້າງແນ່ວ່າສິ່ງດັ່ງກ່າວນັ້ນແມ່ນຄວາມຈິງ ຫຼື ບໍ່?

ແບ່ງປັນ