Breaking News

ຍິນດີຕ້ອນຮັບກັບສູ່ປະເທດລາວ! ອາສາກູ້ໄພລາວເດີນທາງກັບບ້ານຢ່າງປອດໄພ ແຕ່ໃຈຍັງຫ່ວງທີມໝູປ່າ!!!

ແບ່ງປັນ

ອາເຢັ້ນ ວິຊຸນດາລາ ອາສາກູ້ໄພລາວ ທີ່ໄດ້ເດີນທາງໄປຊ່ວຍພາລະກິດ 13ຊີວິດຕິດຖໍ້າ, ຫຼ້າສຸດຂວັນໃຈຄົນໃໝ່ຂອງລາວຄົນນີ້ກໍ່ໄດ້ເດີນທາງກັບສູ່ບ້ານເກີດເມືອງນອນ ກໍ່ຄືປະເທດລາວເຮົາຢ່າງປອດໄພແລ້ວເດີ້ແຟນໆ ເຖິງແມ່ນວ່າຈະບໍ່ໄດ້ຢູ່ຊ່ວຍເຫຼືອຈົນວິນາທີສຸດທ້າຍ ແຕ່ໃນໃຈກໍ່ຍັງເປັນຫ່ວງ ແລະ ຍັງບອກໃຫ້ ທີມໝູປ່າ ອົດທົນ ເຊິ່ງ ອາເຢັ້ນ ເພິ່ນກໍ່ຍັງໄດ້ໂພສຮູບ ພ້ອມແຄັບຊັ່ນວ່າ:

“ກຳລັງເດີ່ນທາງກັບ ທີ່ ສປປ ລາວ ແຕ່ໃຈຍັງຢູ່ທີ່ຖ້ຳຫຼວງ ຊຽງລາຍ ອົດທົນໄວ້ເດີ້ “ທີມໝູປ່າ” ຖ້າຍັງບໍ່ອອກມາ ແລ້ວຈະກັບມາຊ່ວຍ ຂອບໃຈ ຮຸກ31 ທີ່ເບິ່ງແຍ່ງເປັນຍ່າງດີ”

 

ເຫັນຮູບພາບການຊ່ວຍເຫຼືອລະຫວ່າງບ້ານພີ່ເມືອງນ້ອງ ລາວ ແລະ ໄທ ແລ້ວຮູ້ສຶກປະທັບໃຈ ແລະ ພູມໃຈເປັນທີ່ສຸດ. #ແຊຣໄປໃຫ້ໂລກຮູ້

ຮູບພາບຈາກ: Yen Visoudala , Chaiyasit Phupharat

ແບ່ງປັນ