Breaking News

ຖໍ້າກອງລໍ! ແຫຼ່ງທ່ອງທ່ຽວທໍາມະຊາດທີ່ມີຊື່ສຽງລະດັບໂລກ (ມີຫຍັງພິເສດ)

ແບ່ງປັນ

ເມື່ອເວົ້າເຖິງແຫຼ່ງທ່ອງທ່ຽວທາງທໍາມະຊາດໃນລາວ ທີ່ມີຊື່ສຽງລະດັບແຖວໜ້າຂອງໂລກ ກໍຕ້ອງຄິດຮອດສະຖານທີ່ນີ້ເລີຍ! “ຖໍ້າກອງລໍ” ເຊິ່ງເປັນສະຖານທີ່ທ່ອງທ່ຽວທາງທໍາມະຊາດ ທີ່ເປີດໃຫ້ນັກທ່ອງທ່ຽວໄດ້ໄປສໍາພັດກັບທໍາມະຊາດສົດໆ ແລະ ວິຖີວິດຂອງຊາວບ້ານແບບໃກ້ຊິດທີ່ສຸດ. ຖໍ້າກອງລໍຕັ້ງຢູ່ລະຫວ່າງບ້ານນາຕານ ແລະ ບ້ານກອງລໍ ເມືອງຄູນຄຳ ແຂວງ ຄໍາມ່ວນ ຫ່າງຈາກຕົວເມືອງ 46 ກິໂລແມັດ.

ບັນດານັກ ທ່ອງທ່ຽວ ສາມາດ ເດີນທາງຈາກ ເສັ້ນທາງເລກທີ 13 ເຂົ້າໄປຕາມ ເສັ້ນທາງເລກ 8 ແລ້ວຈະຮອດບ້ານຄູນຄໍາ ທີ່ຫ່າງຈາກ ຖໍ້າກອງລໍ 40 ກິໂລແມັດ.

ສຳລັບທາງເລືອກອື່ນ ທີ່ເໝາະສົມກັບຜູ້ ມັກການປະຈົນໄພແມ່ນ ຂີ່ເຮືອຈັກຫາງຍາວ ລ່ອງໄປຕາມ ສາຍນໍ້າຫີນບູນຈາກບ້ານນາ. ຈຸດພິເສດທີ່ດຶງດູດນັກທ່ອງທ່ຽວທີ່ສຸດແມ່ນ ທາງໃນຖໍ້າມີແກ້ງ, ຫີນຍ້ອຍ, ຫາດຊາຍ ທີ່ສວຍງາມຈຳນວນ 20 ກວ່າຈຸດ.

ບັນດານັກທ່ອງທ່ຽວສາມາດຂີ່ເຮືອ ລອດຜ່ານເຂົ້າໄປໃນຖໍ້າໄດ້ຕະຫຼອດ. ແຕ່ໃນລະດູແລ້ງ ເປັນໄລຍະ ເໝາະສົມທີ່ສຸດ ເພື່ອຊົມຮູບໂສມສີສັນຂອງຖໍ້າ ໂດຍການຂີ່ເຮືອເຂົ້າໄປພາຍໃນຖ້ຳ ແລ້ວກໍ່ສາມາດລົງຈາກເຮືອແວ່ທ່ຽວຊົມ ທິວທັດ ແລະ ຍ່າງເລາະຫຼິ້ນຕາມ ຫາດຊາຍຂາວ ດ້ວຍການສຳ ພັດກັບອາກາດທີ່ເຢັນໆ, ຖໍ້າກອງລໍ ມີຄວາມຍາວປະມານ 7.500 ແມັດ, ກ້ວາງປະມານ 30 ແມັດ ແລະ ສູງນັບແຕ່ 20 ຫາ 100 ແມັດ.

ສໍາລັບນັກທ່ອງທ່ຽວທ່ານໃດທີ່ຢາກຈະໄປ ພັກຜ່ອນແຮມຄືນແບບປະຢັດ ແລະ ສໍາພັດກັບວິຖີແບບຊາວບ້ານແມ່ນ ສາມາດພັກແຮມຄືນນຳເຮືອນຊາວບ້ານ ບ້ານນາຫີນ ບ້ານນາຕານ ແລະ ບ້ານກອງລໍກໍໄດ້ ຖືວ່າເປັນການສໍາພັດວິຖີວິດແບບຊາວບ້ານຊາວບ້ານຢ່າງໃກ້ຊິດທີ່ສຸດ.

ຂອບໃຈຂໍ້ມູນ ແລະ ຮູບຈາກ: Khammuan Update

ແບ່ງປັນ