ເປັນກະແສຮືຮາໃນຊ່ວງທ້າຍອາທິດທີ່ຜ່ານມາ ເພາະມີປະເດັນຫຼ້າສຸດຂອງເວທີປະກວດດັງ ໃນວັນທີ 21 ກໍລະກົດ 2018 ທີ່ຜ່ານມາໄດ້ມີບັນຍາກາດການຄັດເລືອກສາວງາມ Miss Universe Laos 2018 ທີ່ ນະຄອນຫຼວງວຽງຈັນ ແລະ ທີ່ເປັນກະແສຮືຮາທີ່ສຸດກໍ່ຄື ໜຶ່ງໃນນັ້ນມີ ຄຣິດຕິນ້າ ລາສະສິມມາ ລົງສະໝັກໃນປີນີ້ອີກດ້ວຍ.
ສຳລັບ ຄຣິດຕິນ້າ ລາສະສິມມາ ເປັນອະດີດນາງສາວລາວ 2012 ແລະ ຍັງເປັນ ດາລາ-ນາງແບບທີ່ມີຊື່ສຽງໃນວົງການບ້ານເຮົາ ຖືໄດ້ວ່າເປັນສາວງາມທີ່ມີຄວາມພ້ອມ ມີຖານແຟນຄລັບທີ່ແໜ້ນ ແລະ ການລົງສະໝັກເຂົ້າປະກວດ Miss Universe Laos 2018 ໃນເທື່ອນີ້ຂອງນາງກໍ່ສ້າງຄວາມຮືຮາ ເປັນກະແສ ຈາກບັນດາແຟນຄລັບໄດ້ເປັນຢ່າງດີ.
ຮູບພາບຈາກ: Christina Lasasimma,Alex Aliya Soundala