Breaking News

ເຄັດບໍ່ລັບຈາກ ນັກລ່າທຶນການສຶກສາ ມາບອກແບບໝົດເປືອກ ໃຜທີ່ຄິດຈະຊິງທຶນແຊຣໄວ້ເບິ່ງເລີຍ!!!

ແບ່ງປັນ

ເຊື່ອວ່າຄວາມຝັນອັນສູງສຸດຂອງໝູ່ເພື່ອນຫຼາຍໆຄົນກໍ່ຄືການ ເສັງເອົາທຶນໄປຮຽນຕໍ່ ແລະ ແນ່ນອນວ່າການສອບເສັງເອົາທຶນກໍ່ບໍ່ແມ່ນເລື່ອງງ່າຍ, ບາງຄົນມີໂອກາດໄດ້ໄປເສັງເອົາທຶນ ເພື່ອໄປຮຽນຕໍ່ໃນຂະແໜງຕ່າງໆໃນວິຊາທີ່ຕົນເອງມັກ ແຕ່ກໍ່ຍັງມີຫຼາຍຄົນທີ່ຍັງຢູ່ໃນຊ່ວງທີ່ຍັງກ້າແດ່ບໍ່ກ້າແດ່ ມີຄວາມກັງວົນໃນຫຼາຍໆເລື່ອງ ເພາະແນ່ນອນຢູ່ແລ້ວວ່າຂູ່ແຂ່ງທີ່ໄປເສັງເອົາທຶນກໍ່ລ້ວນແຕ່ມີຄົນເກັ່ງ ພ້ອມກັບຄວາມສາມາດ.

ແຕ່ບໍ່ຕ້ອງຄິດຫຼາຍ ແລະ ຕໍ່າຕ້ອຍນ້ອຍໃຈ, ໃນມື້ນີ້ ຂວັນໃຈ ເຮົາໄດ້ໄປຊອກຫາເຄັດລັບ ທີ່ ຈະບໍ່ລັບອີກຕໍ່ໄປ ເພາະມີການເປີດເຜີຍ ຈາກຜູ້ໃຊ້ເຟສບຸກລາຍໜຶ່ງເຊິ່ງເປັນນັກລ່າທຶນການສຶກສາຕົວຈິງສຽງຈິງ ໄດ້ມາເປີດເຜີຍແບບໝົດເປືອກ ເຖິງວິທີພິຊິດທຶນດັ່ງຕໍ່ໄປນີ້:

ກ່ອນການສຳພາດ

– ສຶກສາຂໍ້ມູນກ່ຽວກັບວິຊາທີ່ຕົນເອງຢາກໄປຮຽນ ແລະ ບ່ອນທີ່ຈະໄປ
– ຂຽນຄຳຕອບໄວ້ ແລະ ຝຶກຊ້ອມຫລາຍໆຄັ້ງ
– ຄຳຖາມທີ່ໜີບໍ່ພົ້ນ: ແນະນຳຕົນເອງ, ເປັນຫຍັງຈິ່ງຢາກໄປຮຽນວິຊານັ້ນໆ, ເປັນຫຍັງຈິ່ງຢາກໄປຮຽນຢູ່ປະເທດນັ້ນໆ, ກັບມາຊິນຳໃຊ້ປະໂຫຍດຫຍັງ (ຊິນຳໃຊ້ເຂົ້າໃນການພັດທະນາ ໜ່ວຍງານ ຫລື ປະເທດຊາດແນວໃດ), ເປົ້າໝາຍສູງສຸດໃນຊີວິດແມ່ນຫຍັງ, ເຫັນໂຕເອງໃນອີກ 5-10 ປີ ເປັນແນວໃດ…
– ອ່ານໃບສະໝັກຂອງຕົນເອງຄືນລະອຽດ ແລະ ກຽມຄຳອະທິບາຍ ເພາະຜູ່ສຳພາດມັກຖາມເລື່ອງທີ່ເຈົ້າຂຽນລົງໄປໃນໃບສະໝັກ.
– ຢ່າລືມກຽມຄຳຖາມ ໄວ້ຖາມຜູ່ສຳພາດ.

ມື້ສຳພາດ

– ແຕ່ງຕົວສຸພາບ
– ມາຮອດບ່ອນສຳພາດໄວ
– ເວລາເຂົ້າຫ້ອງສຳພາດ: ຍິ້ມ, ນົບ (ຢ່າລືມວ່າເຮົາເປັນຄົນລາວ)
– ເວລາຕອບຄຳຖາມ ໃຫ້ຫລຽວເບິ່ງຜູ່ສຳພາດທຸກຄົນ
– ຕອບຄຳຖາມດ້ວຍຄວາມໝັ້ນໃຈ. ຖ້າບໍ່ເຂົ້າໃຈຄຳຖາມ ກໍ່ໃຫ້ຖາມຄືນ ຫລື ຖ້າບໍ່ຮູ້ຄຳຕອບ ກໍ່ບອກວ່າບໍ່ຮູ້ (ພ້ອມກັບໃຫ້ເຫດຜົນ); ຜູ່ສຳພາດຢາກເຫັນວ່າ ເຈົ້າສາມາດແກ້ໄຂສະຖານະການສະເພາະໜ້າແນວໃດ.
– ເວລາຕອບຄຳຖາມ ພະຍາຍາມໃຫ້ສັ້ນ ແລະ ຕົງປະເດັນ (Be specific). ຍົກຕົວຢ່າງວ່າ: ຖ້າຖືກຖາມວ່າ ເປັນຫຍັງຈິ່ງຢາກໄປຮຽນຢູ່ປະເທດ ເອບີຊີ. ຖ້າເຈົ້າຕອບວ່າ: “ເພາະປະເທດເອບີຊີ ມີລະບົບການສຶກສາທີ່ດີທີ່ສຸດໃນໂລກ” ນັ້ນບໍ່ແມ່ນຄຳຕອບທີ່ specific. ໂຕທີ່ເຈາະຈົງກວ່ານັ້ນ ໜ້າຈະປະມານວ່າ “ຍ້ອນວ່າ ປະເທດເອບີຊີມີສາຂາຫລືວິຊາ ກໍຂໍຄໍ ທີ່ດີທີ່ສຸດແຫ່ງໜຶ່ງຂອງປະເທດ ບລາ ບລາ ບລາ.”

ເມື່ອສິ້ນສຸດການສຳພາດ, ກ່າວຂອບໃຈ, ຍໍມືນົບ, ຍິ້ມ, ຍ່າງອອກ…”

ຫວັງວ່າເຄັດບໍ່ລັບນີ້ຈະຊ່ວຍເລື່ອງແຮງບັນດານໃຈ ແລະ ຄວາມໝັ້ນໃຈໄດ້ ແຕ່ທັງໝົດກໍ່ຂຶ້ນກັບຕົວເຮົາເອງ ວ່າເຮົາຈະມີຄວາມຕັ້ງໃຈ ທໍ້ໄດ້ແຕ່ຫ້າມຖອຍ ທຶນການສຶກສາໃນຝັນທີ່ວ່າຢູ່ສູງ ແຕ່ບໍ່ສູງເກີນຄວາມພະຍາຍາມເຮົາແນ່ນອນ (ສູ້ໆເດີ້ນັກລ່າທຶນທຸກໆຄົນ ຂໍໃຫ້ໂຊກດີ)

ຂໍຂອບໃຈທີ່ມາ: FB/Kham Chanthy

ແບ່ງປັນ