Breaking News

ເກີດແລ້ວ! ພະຍານຮັກ ເຈ້ຍ-ໄຊ “ນ້ອງ ເວຫາ” (ຂໍສະແດງຄວາມຍິນດີກັບພໍ່ແມ່ມືໃໝ່)

ແບ່ງປັນ

ຫຼັງຈາກທີ່ຄົບຫາເບິ່ງໃຈກັນມາເປັນເວລາຫຼາຍປີ ສຳລັບ ເຈ້ຍ ປາຊີຟິກ ແລະ ໄຊ ທະວີໄຊ ຫຼ້າສຸດ ກໍ່ມີພະຍານຮັກໂຕນ້ອຍໆອອກມາແລ້ວໃນວັນທີ 8 ສິງຫາ 2018 ເປັນລູກຊາຍ ນາມວ່າ “ເວຫາ” ນໍ້າໜັກແລກເກີດ 3.33 kg ແລະ ແມ່ກໍ່ແຂງແຮງດີ.

ເຊິ່ງ ເຈ້ຍ ປາຊີຟິກ ກໍ່ຍັງໄດ້ໂພສຂ່າວດີໃຫ້ແຟນໆ ແລະ ໝູ່ເພື່ອນໃນວົງການໄດ້ຮູ້ວ່າ: “ທ້າວ ເວຫາ ເກີດແລ້ວ 8:13ໂມງ 08/08/18 ຂອບໃຈທຸກຄົນທີ່ໃຫ້ກໍາລັງໃຈ ຄວາມສຸກໃຈມື້ນີ້ ບໍ່ມີຄໍາໃດມາອະທິບາຍ ຮູ້ແຕ່ວ່າ ຄັກ ນະ ?” 

ຢ່າງໃດ ຂວັນໃຈ ແລະ ແຟນໆ ກໍ່ຂໍສະແດງຄວາມຍິນດີກັບພໍ່ແມ່ມືໃໝ່ ອ້າຍ ເຈ້ຍ ແລະ ເອື້ອຍ ໄຊ ຂໍໃຫ້ມີສຸຂະພາບແຂງແຮງໄວໆທັງແມ່ທັງລູກ. (ນ້ອງ ເວຫາ ໜ້າຮັກຫຼາຍໆ)

ຂໍຂອບໃຈຮູບພາບ: Phoumsana Sirivongsa, Jenny Chintana Spd

ແບ່ງປັນ