Breaking News

ເຜັດໆໆໆເວີ້!!! ສຽວຜິງ ອົດບໍ່ໄດ້ອອກມາໂພສຊີ້ແຈງເລື່ອງສື່ລາວ ຢຸດປຽບທຽບລະຫວ່າງສື່ບ້ານເຮົາ ແລະ ບ້ານເຂົາໄດ້ແລ້ວ

ແບ່ງປັນ

ກາຍເປັນປະເດັນກະແສຮ້ອນແຮງ ເນື່ອງຈາກວ່າມີກະແສທີ່ວ່າມີຊາວເນັດອອກມາໂພສ ວ່າເຫັນສື່ຫຼາຍປະເທດອອກຂ່າວ ປະຊາຊົນລາວທີ່ກຳລັງປະສົບເຄາະຮ້າຍ ເຂື່ອນແຕກທີ່ ມ.ສະໜາມໄຊ ແຂວງ ອັດຕະປື ແບບລົວໆ… ແຕ່ສື່ບ້ານເຮົາບໍ່ເຫັນອອກຂ່າວ ຈົນເປັນປະເດັນດຣ່າມ່າ ເຮັດໃຫ້ຫຼ້າສຸດ ສຽວຜິງ ໄຊຍະລິນ ພິທີກອນຊື່ດັງ ອົດບໍ່ໄດ້ທີ່ຈະອອກມາໂພສລະບາຍຄວາມໃນໃຈ ແລະ ຊີ້ແຈງໃຫ້ເບິ່ງເປັນຂໍ້ໆກັນເລີຍ (ອູຍ…ເຜັດໆໆໆເວີ້!!!)

ເຊິ່ງໃຈຄວາມທີ່ ສາວ ສຽວຜິງ ໄດ້ອອກມາຊີ້ແຈງກໍ່ມີຢູ່ວ່າ:

(ຖືວ່າເຄຍກະຈ່າງແຈ້ງເນາະ ບໍ່ເວົ້າຫຼາຍເດີ້ ຟ້າວໄປບໍລິຈາກເຄື່ອງໃຫ້ຜູ້ປະສົບໄພ ຍັງມີຫຼາຍຊີວິດທີ່ລໍຖ້າການຊ່ວຍເຫຼືອຢູ່…)

ຢ່າງໃດກໍ່ໃຈເຢັນໆກັນກ່ອນເດີ້ທຸກໆຄົນ ແນ່ນອນວ່າຍາມທຸກຄົນຕົກຢູ່ໃນສະຖານນະການຄັບຂັນແບບນີ້ ຄົນລາວເຮົາບໍ່ເຄີຍຖິ້ມກັນ ປະຊາຊົນລາວເຮົາທຸກຄົນຕ້ອງລວມເປັນຈິດໜຶ່ງໃຈດຽວກັນ ເພື່ອເຮົາຈະຜ່ານຜ່າວິກິດໄພພິບັດສຸກເສີນລະດັບຊາດຄັ້ງນີ້ໄປໃຫ້ໄດ້ ສິ່ງສຳຄັນທີ່ສຸດແມ່ນເຮົາຕ້ອງສາມັກຄີກັນ.

(#prayforattapue #prayforlaos #Kjprayforattapue)

ທີ່ມາ: FB/Siewphing Xyl

ແບ່ງປັນ