Breaking News

ເຈນນີ່ ມິສເວີລາວ 2017 ແທັກທີມເພື່ອນພ້ອງລົງໃຕ້ ຊ່ວຍເຫຼືອຜູ້ປະສົບໄພ

ແບ່ງປັນ

ສົມແລ້ວທີ່ເປັນນາງງາມ ເຈນນີ່ ຕົ້ນຄຳ ພົນຈັນເຮືອງ ມິສເວີລາວ 2017 ແທັກທີມເພື່ອນພ້ອງ ພ້ອມທີມງາມລົງໃຕ້ ເພື່ອຊ່ວຍເຫຼືອຜູ້ປະສົບໄພເຂື່ອນແຕກ ນໍ້າຖ້ວມ ທີ່ ມ.ສະໝາມໄຊ ແຂວງ ອັດຕະປື ແລ້ວ ໃນເຊົ້າຂອງວັນທີ 27 ກໍລະກົດ 2018.

ເຊິ່ງ ເຈນນີ່ ກໍ່ຍັງໄດ້ໂພສຂອບໃຈຕໍ່ທີມງານ ແລະ ພໍ່ແມ່ພີ່ນ້ອງທີ່ມີນໍ້າໃຈເຂົ້າມາຮ່ວມບໍລິຈາກດັ່ງນີ້:

ຄົນລາວເຮົາເຖິງຍາມສຸກກໍ່ສຸກດ້ວຍກັນ ຮອດຍາມທຸກກໍ່ຕ້ອງຊ່ວຍເຫຼືອກັນ ຊ່ວຍກັນຄົນລະໄມ້ລະມື ເຮົາຈະຜ່ານໄພພິບັດຮ້າຍແຮງເທື່ອນີ້ໄປພ້ອມໆກັນ #prayforattapue #prayforlaos

ຮູບພາບຈາກ: Tonkham Phonchanheuang . Saykeo Make

ແບ່ງປັນ