Breaking News

ເຫັນແລ້ວນໍ້າຕາໄຫຼ! ນາທີແຫ່ງຊີວິດ ທີມກູ້ໄພເຂົ້າຊ່ວຍເຫຼືອ 15 ຊີວີດທີ່ສູນຫາຍ 4 ມື້!!!

ແບ່ງປັນ

ເປັນນາທີແຫ່ງຊີວິດ ທີມກູ້ໄພຈາກປະເທດເພື່ອນບ້ານ (ປະເທດໄທ) ໄດ້ລົງພື້ນທີ່ໂດຍການແຕ່ງຕັ້ງຈາກ ເຈົ້ງແຂວງ ອັດຕະປື ເພື່ອຄົ້ນຫາ ປະຊາຊົນ ບ.ໄຊດອນໂຂງ ທີ່ສູນຫາຍ 15 ຄົນ ຈາກເຫດການເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ, ເຊິ່ງພາລະກິດແຫ່ງຊີວິດນີ້ທາງທີມກູ້ໄພໄດ້ເຮັດສຸດຄວາມສາມາດ ຕໍ່ສູ້ຄົ້ນຫາທ່າມກາງພາຍຸຝົນ ແຕ່ຖ້າຄົ້ນຫາບໍ່ພົບກໍ່ຕ້ອງຢຸດກ່ອນຟ້າມືດ ແຕ່ຍ້ອນຄວາມສາມັກຄີ ແລະ ມຸ່ງໝັ້ນເຮັດໃຫ້ທີມກູ້ໄພຈາກປະເທດເພື່ອນບ້ານສາມາດເຂົ້າຊ່ວຍເຫຼືອທັງໝົດ 15 ຊີວິດໄດ້ສຳເລັດ.

ສຳລັບຜູ້ປະສົບໄພທີ່ທາງທີມກູ້ໄພໄດ້ເຂົ້າຊ່ວຍເຫຼືອມີ ເດັກນ້ອຍ 4 ຄົນ, ແມ່ຍິງ 6 ຄົນ (1ຄົນກຳລັງຖືພາ) , ຜູ້ຊາຍ 4 ຄົນ ລວມເປັນ 15 ຊີວິດ, ລາຍງານເບື້ອງຕົ້ນໃຫ້ຮູ້ວ່າ ທຸກຄົນປອດໄພ ແຕ່ມີອາການປ່ວຍ 2 ຄົນ ແລະ ມີອາການເໝື່ອຍ ເພຍ ແລະ ຫິວໂຫຍ ເພາະບໍ່ໄດ້ກິນອາຫານມາເປັນເວລາ 4 ມື້ ຕັ້ງແຕ່ວັນເກີດເຫດ ທີມກູ້ໄພຈຶ່ງປະຖົມພະຍາບານເບື້ອງຕົ້ນ ແລະ ນຳສົ່ງໂຮງໝໍເພື່ອຮັກສາຕໍ່ໄປ.

ຂ່າວດີກໍມີໃຫ້ເຮົາໄດ້ອີກແລ້ວ ຍັງພົບຜູ້ລອດຊີວິດອີກຕື່ມເລື້ອຍໆ ຫຼັງຈາກທີ່ຕັ້ງແຕ່ເຊົ້າໆມື້ນີ້ໜ່ວຍກູ້ໄພນານາຊາດສາມາດຊ່ວຍເຫຼືອໄດ້ 5 ຊີວິດຄອບຄົວໜຶ່ງທີ່ບ້ານໂຄກກ່ອງ (ທີ່ມາຈາກຂ່າວ CRI ) , ໃນນັ້ນມີແມ່ ແລະ ລູກ 3 ຄົນ , ນ້ອງເຂີຍ 1 ຄົນ , ຕໍ່ມາໜ່ວຍກູ້ໄພ ຮຸກ 31 ຈາກປະເທດໄທກໍ່ຊ່ວຍໄດ້ອີກ 14 ຄົນເປັນເດັກນ້ອຍ ( ມີຄຣິບ )ທີມາ: ฮุก 31 ทีมช่วยเหลือผู้ประสบภัยทางน้ำ

โพสต์โดย target magazine เมื่อ วันพฤหัสบดีที่ 26 กรกฎาคม 2018

โพสต์โดย รถแห่ เอ็มเอสซีกรุ๊ป ออนทัว เมื่อ วันพฤหัสบดีที่ 26 กรกฎาคม 2018

(ຂໍຂອບໃຈ ທີມກູ້ໄພຈາກປະເທດໄທ ນໍ້າໃຈໃນເທື່ອນີ້ແມ່ນພວກເຮົາຊາບຊຶ້ງເປັນທີ່ສຸດ #ລາວໄທພີ່ນ້ອງກັນ #prayforattapue #prayforlaos)

ທີ່ມາ: รถแห่ เอ็มเอสซี กรุ๊ป ออนทัวร์

ແບ່ງປັນ