Breaking News

ແອບເປີ້ນ-ຟຣຸກ ລຸຍເອງເດີນທາງລົງໃຕ້ ພ້ອມປະກາດຂໍອາສາສະໝັກ ເພື່ອຊ່ວຍເຫຼືອພີ່ນ້ອງທີ່ປະສົບໄພ

ແບ່ງປັນ

ຫຼັງຈາກທີ່ມີການລະດົມທຶນຈາກ ແອບເປີ້ນ ສີສະຫວຽນ ແລະ ຟຣຸກ ຈິລະ ທະລຸໄປຫຼາຍຮ້ອຍລ້ານ ຫຼ້າສຸດໃນວັນທີ 27 ກໍລະກົດ 2018 ທັງສອງກໍ່ໄດ້ເດີນທາງລົງໃຕ້ ເພື່ອມຸ່ງໜ້າໄປທີ່ ມ.ສະໜາມໄຊ ແຂວງ ອັດຕະປື ແລະ ແອບເປີ້ນ ຍັງໂພສຜ່ານເພສຫຼັກຂອງນາງ ເພື່ອຂໍກຳລັງຄົນ ອາສາສະໝັກ ແລະ ຍັງຂໍລະດົມລົດກະບະລຸ້ນສູງ ພ້ອມຄົນຂັບ ເຊິ່ງຂະບວນຂອງ ແອບເປີ້ນ ກໍ່ຈະເດີນທາງຮອດ ອັດຕະປື ໃນຕອນແລງມື້ນີ້.

ຂໍສະແດງຄວາມຊົມເຊີຍ ນໍ້າໃຈຈາກທຸກໆພາກສ່ວນ ແນ່ນອນວ່າຍາມທຸກຄົນຕົກຢູ່ໃນສະຖານນະການຄັບຂັນແບບນີ້ ທັງລາວ ແລະ ປະເທດເພື່ອນບ້ານກໍ່ບໍ່ເຄີຍຖິ້ມກັນ ເພື່ອເຮົາຈະຜ່ານຜ່າວິກິດໄພພິບັດສຸກເສີນຄັ້ງນີ້ໄປໃຫ້ໄດ້ ສິ່ງສຳຄັນທີ່ສຸດແມ່ນເຮົາຕ້ອງສາມັກຄີກັນ.

(#prayforattapue #prayforlaos #Kjprayforattapue)

ແບ່ງປັນ