Breaking News

ຊາວເນັດແຫ່ແຊຣ! ປະກາດຫາເຈົ້າຂອງ ສະລິບ ຜືນນີ້ (ຂາດແບບນີ້ບໍ່ຮັບເດີ້ ອີ່ຕົນຄົນໃສ່)

ແບ່ງປັນ

ເປັນປະເດັນຮ້ອນແຮງ ທ່າມກາງວິກິດເຂື່ອນແຕກ ເນື່ອງຈາກວ່າມີຜູ້ໃຊ້ເຟສບຸກລາຍໜຶ່ງໄດ້ໂພສຮູບ ສະລິບສີຂາວເກົ່າໆ ແລະ ຂາດ ທີ່ຄົນໄດ້ເອົາມາບໍລິຈາກ ແຕ່ເນື່ອງຈາກເຫັນວ່າມີຄວາມບໍ່ເໝາະສົມທີ່ຈະເອົາລົງໄປຊ່ວຍເຫຼືອຜູ້ປະສົບໄພທີ່ ມ.ສະໜາມໄຊ ແຂວງ ອັດຕະປື ຈຶ່ງໄດ້ໂພສຮູບ ພ້ອມປະກາດຫາເຈົ້າຂອງ ສະລິບ ຜືນດັ່ງກ່າວ ຈົນເຮັດໃຫ້ມີຄົນເຂົ້າໄປສະແດງຄວາມຄິດເຫັນ ແລະ ແຊຣໂພສດັ່ງກ່າວກັນຢ່າງຫຼວງຫຼາຍ.

ໝາຍເຫດ: ໃນຍາມແບບນີ້ຂໍຊົມເຊີຍທຸກໆຄົນທີ່ມີນໍ້າໃຈ ແລະ ຢາກຊ່ວຍກັນຄົນລະໄມ້ລະມື ແຕ່ຖ້າສິ່ງຂອງເຄື່ອງໃຊ້ທີ່ທ່ານເອົາມາບໍລິຈາກ ກະລຸນາຂໍຄວາມເຫັນໃຈ ເພາະຄວນເປັນສິ່ງຂອງທີ່ຢູ່ໃນສະພາບດີ ສາມາດນຳໃຊ້ຕໍ່ໄດ້ແທ້ ແລະ ສິ່ງທີ່ເອົາມາບໍລິຈາກກໍຄວນເປັນສິ່ງທີ່ຖືກສຸຂະອານາໄມ ເພາະຄົນທີ່ຖືກປະສົບໄພ ພວກເຂົາກໍ່ເຈິກັບສິ່ງທີ່ຮ້າຍແຮງມາແລ້ວ ກໍ່ບໍ່ຄວນເຮັດໃຫ້ພວກເຂົາເສີຍຄວາມຮູ້ສຶກເພີ່ມຕື່ມ ຄົນລາວເຮົາຕ້ອງໃຫ້ກຳລັງໃຈກັນເປັນສິ່ງທີ່ດີທີ່ສຸດ.

ຮູບພາບ: fb/Thipfenny Maniphone

ແບ່ງປັນ