Breaking News

ໜ້າຮັກຫຼາຍໆ! ໂມເມັ້ນນ້ອງໆທີ່ອັດຕະປືຍິ້ມ ແລະ ດີໃຈ ເມື່ອໄດ້ຂອງຝາກຈາກສາວຄົນນີ້…

ແບ່ງປັນ

ຖືວ່າເປັນຮູບພາບທີ່ໜ້າຮັກຫຼາຍໆ ລູກນໍ້າ ທິດາລັດ ວົງສິຣິ ນັກສະແດງຊື່ດັງ ກໍ່ບໍ່ພາດທີ່ຈະລົງພື້ນທີ່ ເພື່ອຮ່ວມຊ່ວຍເຫຼືອຜຸ້ປະສົບໄພ ທີ່ ມ.ສະໜາມໄຊ ແຂວງ ອັດຕະປື, ເຊິ່ງແນ່ນອນວ່າ ສະພາບຈິດໃຈຂອງຜູ້ປະສົບໄພກໍ່ຍັງຢູ່ໃນຊ່ວງສັບສົນແລະຕົກໃຈກັບເຫດການຮ້າຍແຮງທີ່ເກີດຂຶ້ນ ໂດຍສະເພາະເດັກນ້ອຍທີ່ພວກເຂົາຍັງໄຮ້ດຽງສາ, ດັ່ງນັ້ນ ລູກນໍ້າ ທິດາລັດ ເລີຍບໍ່ພາດທີ່ຈະຫອບເອົາຕຸກກະຕາ ເສື້ອຜ້າຊຸດໜ້າຮັກໆລາຍກາຕູນໄປຝາກນ້ອງໆຊາວອັດຕະປື ເຮັດໃຫ້ພວກເຂົາດີໃຈ ແລະ ເກີດຮອຍຍິ້ມທີ່ແສນບໍລິສຸດ

ລູກນໍ້າ ກໍ່ຍັງໄດ້ໂພສຮູບທີ່ຖ່າຍຮ່ວມກັບນ້ອງໆ ພ້ອມຂຽນຄຳອະທິບາຍວ່າ: “ນ້ອງໆ ຝາກຂອບໃຈນ້ຳໃຈອ້າຍເອື້ອຍ ພໍ່ແມ່ ພີ່ນ້ອງທຸກໆຄົນເດີ້ ເຄື່ອງນຸ່ງເຄື່ອງໃຊ້ຮອດມືລະເດີ້ ບອກວ່າຊຸດງາມຫລາຍ ໃສ່ບໍ່ຖອດເລີຍ ມັກແຮງ”

ເຫັນຮູບພາບນ້ອງໆຊາວອັດຕະປືຍິ້ມໄດ້ ກໍ່ເຮັດໃຫ້ຄົນລາວເຮົາຍິ້ມໄດ້ເຊັ່ນດຽວກັນ ເຮົາຈະຜ່ານວິກິດທີ່ຮ້າຍແຮງນີ້ໄປພ້ອມໆກັນ ສູ້ໆເດີ້.

ຮູບພາບ: Louknum Vongsili

ແບ່ງປັນ